• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວຽກງານພົວພັນຕ່າງປະເທດທົ່ວປະເທດຄັ້ງທີ18

ກອງ​ປະ​ຊຸມ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ທົ່ວ​ປະ​ເທດ​ຄັ້ງ​ທີ 18
(ພາບ: VGP/HaiMinh)
      ວັນ​ທີ 21/08 ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ດ້ວຍ​ຫົວ​ຂໍ້​ວ່າ: “ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ທ້ອງ​ຖິ່ນ, ຮັບ​ໃຊ້​ການ​ພັດທະນາ ​ແລະ ​ການເຊື່ອ​ມ​ໂຍງ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຄັ້ງ​ທີ 18 ​ໄດ້​ຈັດ​ຕັ້ງ​ພ້ອມ​ກັບ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ 29 (21/08 – 26/08) ​ເພື່ອ​ໃຫ້​ບັນດາ​ທ້ອງຖິ່ນ​ມີ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສຸດ​ຂອງ​ຂະ​ແໜງ​ການ​ທູດ, ​ເພື່​ອກຳ​ໄດ້​ສະພາຍບການ​ສາກົນ ​ແລະ ພາກ​ພື້ນ ​ແລະ ສຳຄັນ​ກ່ວາ ​ແມ່ນ​ພ້ອມ​ກັນ​ຍົກ​ອອກ​ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ເປັນ​ເອກະ​ພາບ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ກົນ​ໄກ​ສົມທົບ​ກັນ​, ຕິດ​ພັນ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ອົງການ​ຕາງໜ້າ ຫວຽດນາມ ຢູ່ ຕ່າງປະ​ເທດ ​ແບະ ບັນດາ​ທ້ອງ​ຖິ່ນກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບີ​ງມິງ ສະ​ເໜີ​ວ່າ: ກອງ​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລື​ບາງ​ທິດ​ທາງ​ໃຫຍ່​ຄື: ປ່ຽນ​ໃໝ່ຈິນຕະນາການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຂ້ຽວຂາດ, ກຳ​ນົດນີ້​ແມ່ນ​ພາລະກິດ​ຂອງ​ທົ່ວ​ປວງ​ຊົນ ​ແລະ ຂອງ​ທັງ​ລະບົບ​ການ​ເມືອງ; ຜັນ​ຂະຫຍາຍ​​ທິດທາງ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ຖື​ນີ້​ແມ່ນ​ໜ້າ​ທີ່​ລວມຂອງ​ບັນດາ​ພະ​ແນກ, ຄະນະ,  ຂະ​ແໜງ​ການ. ບັນດາ​ທ້ອງ​ຖິ່ນຄວນຕິດ​ພັນ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນກັບ​ຍຸດ​ທະ​ສາດ​ພັດທະນາ, ​ແຜນ​ສັງລວມທ້ອງ​ຖິ່ນຂອງ​ຕົນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top