• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມີນາ ທາງອອນລາຍ

      ການແຍກຕົວຂອງສັງຄົມແມ່ນສະເພາະນິຕິກຳບໍ່ຜິດກົດໝາຍ ເພື່ອປົກປ້ອງສຸຂະພາບ, ຊີວິດຂອງປະຊາຊົນ.

ກອງປະຊຸມສະໄໝສາມັນປະຈຳເດືອນມີນາ 2020 ທາງອອນລາຍ
(ພາບ: VGP)
      ວັນທີ 01 ເມສາ, ລັດຖະບານໄດ້ຈັດກອງປະຊຸມສະໄໝສາມັນປະຈຳເດືອນມີນາ 2020 ທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ.
        ທີ່ກອງປະຊຸມ, ເມື່ອເຕື້ອງເຖິງເນື້ອໃນຄຳສັ່ງເລກທີ 16 ທີ່ໄດ້ຮຽກຮ້ອງໃຫ້ແຍກຕົວຂອງສັງຄົມນັ້ນ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ການແຍກຕົວຂອງສັງຄົມແມ່ນສະເພາະນິຕິກຳບໍ່ຜິດກົດໝາຍ ເພື່ອປົກປ້ອງສຸຂະພາບ, ຊີວິດຂອງປະຊາຊົນ. ການແຍກຕົວຂອງສັງຄົມບໍ່ແມ່ນຫ້າມການໄປມາ, ຍັງບໍ່ເຖິງຂັ້ນປິດລ້ອມສັງຄົມເທື່ອ ຫາກເປັນພຽງແຕ່ການຈຳກັດການຄົມມະນາຄົມລົງຢ່າງ ສຸດຂີດ. ໃນວິວັດການແຍກຕົວຂອງສັງຄົມນັ້ນ, ຍັງຮັກສາການແລກປ່ຽນສິນຄ້າ, ການຜະລິດທີ່ປອດໄພ, ໂດຍສະເພາະແມ່ນບັນດາສິນຄ້າທີ່ຈຳເປັນ, ອຸປະກອນການແພດ, ສົ່ງອອກສິນຄ້າ, ເປັນຕົ້ນແມ່ນການສົ່ງອອກທາງບົກ, ທາງທະເລ ແມ່ນຍັງດຳເນີນ ເປັນປົກກະຕິ. ນີ້ແມ່ນບັນດາວຽກງານທີ່ຈຳເປັນໃນຮອບເວລາ 15 ວັນຈະມາເຖິງ, ນັບແຕ່ວັນທີ 01 ເມສາ, ຍ້ອນນີ້ແມ່ນໄລຍະສຳຄັນທີ່ສຸດຂອງການຄວບຄຸມໂລກລະບາດ, ສະກັດກັ້ນການແຜ່ລະບາດໃນວົງຄະນະຍາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.
        “ສະເໜີໃຫ້ປະຊາຊົນທຸກຄົນຕັ້ງໜ້າແຈ້ງອາການສຸຂະພາບໂດຍສະໝັກໃຈ, ປົກປ້ອງຕົນເອງ ແລະ ຄອບຄົວ, ເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນ, ຄວບຄຸມໂລກລະບາດພ້ອມກັບບັນດາອົງການທີ່ມີໜ້າທີ່. ຂ້າພະເຈົ້າຢ້ຳຄືນວ່າ, ໃນຮອບເວລາ 15 ວັນທີ່ຈະມາເຖິງ, ແມ່ນຊ່ວງເວລາຕັດສິນວ່າໂລກລະບາດຈະແຜ່ລະບາດຮ້າຍແຮງຢູ່ຫວຽດນາມ ຫຼື ບໍ່, ສະນັ້ນ ຈິດໃຈລວມແມ່ນ ປະຊາຊົນແຕ່ລະຄົນລ້ວນແຕ່ແມ່ນນັກຮົບໃນການປ້ອງກັນ, ຄວບຄຸມໂລກລະບາດ. ນັ້ນແມ່ນຄຳຮຽກຮ້ອງທີ່ໄດ້ວາງອອກ”.
        ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ, ຕາມການຕີລາຄາຂອງທະນາຄານໂລກແລ້ວ, ເສດຖະກິດຫວຽດນາມ ຍັງມີຄວາມ ຍືນຍົງ ແລະ ເຕີບໂຕ 3,82% ໃນໄຕມາດທີ 1 ປີ 2020, ເຖິງວ່າແມ່ນຕ່ຳສຸດໃນໄຕມາດທີ 1 ໃນຮອບເວລາ 10 ປີຜ່ານມາກໍ່ຕາມ, ແຕ່ກໍ່ຍັງສູງກວ່າຫຼາຍເມື່ອທຽບໃສ່ຫຼາຍປະເທດ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top