• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ພິເສດກ່ຽວກັບ RCEP

      ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຕັ້ງໃນລະຫວ່າງວັນທີ 21 -23 ມິຖຸນາ ຢູ່ ບາງກອກ, ໄທ.

ພາບປະກອບ
      ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນພິເສດ ກ່ຽວກັບ ການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໄດ້ດຳເນີນໃນຕອນເຊົ້າວັນທີ 22 ມິຖຸນາ ເພື່ອແນໃສ່ຕີລາຄາຄວາມຄືບໜ້າ ແລະ ປຶກສາຫາລືກຳນົດທິດເພື່ອປະຕິບັດເປົ້າໝາຍສິ້ນສຸດການເຈລະຈາໃນປີນີ້ຢ່າງສຳເລັດຜົນຕາມການຊີ້ນຳທີ່ໄດ້ວາງອອກຂອງບັນດາການນຳຂັ້ນສູງຢູ່ ກອງປະຊຸມຂັ້ນສູງ RCEP ໃນທ້າຍປີ 2018. ທ່ານ ເລກກ໊ວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ຫວຽດນາມ ແລະ ບັນດາປະເທດ ອາຊຽນໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງບັນດາຝ່າຍໃນເລື່ອງຊຸກຍູ້ໃຫ້ບັນລຸໄດ້ໝາກຜົນເຈລະຈາໃນບັນດາຂົງເຂດສຳຄັນຄື ສິນຄ້າ, ການບໍລິການ, ການລົງທຶນ… ບັນດາລັດຖະມົນຕີ ໄດ້ມີບັນດາການຊີ້ນຳກ່ຽວກັບທິດທາງການເຈລະຈາໃນໄລຍະຈະມາເຖິງ, ພ້ອມທັງມອບໃຫ້ບັນດາຄະນະເຈລະຈາ ສືບຕໍ່ມານະພະຍາຍາມ, ເພີ່ມທະວີການປຶກສາຫາລືໃນບັນດາວາລະເຈລະຈາຈະມາເຖິງເພື່ອແນໃສ່ມຸ່ງໄປສູ່ເປົ້າໝາຍສິ້ນສຸດການເຈລະຈາໃນ ປີ 2019.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top