• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ

      ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງຫວຽດນາມ ໃນອາຊຽນ (SOM ASEAN) ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.
      ວັນທີ 04/05, ກອງປະຊຸມພິເສດກະຊວງການຕ່າງປະເທດບັນດາປະເທດອາຊຽນ - ອາເມລິກາ ຖືກດຳເນີນຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ປະເທດອາເມລິກາ. ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງຫວຽດນາມ ໃນອາຊຽນ (SOM ASEAN) ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

(ກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືລະຫວ່າງອາຊຽນ - ອາເມລິກາ ໃນໄລຍະຜ່ານມາ ແລະ ຖືວ່າ, ເລື່ອງສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາ ແລະ ທ່າພັດທະນາການພົວພັນອາຊຽນ - ອາເມລິກາ ແມ່ນເໝາະສົມກັບຜົນປະໂຫຍດຂອງ 2 ຝ່າຍ ແລະ ພາກພື້ນ. ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ໄດ້ສະເໜີບາງຂົງເຂດໃຫ້ບຸລິມະສິດໃນການຮ່ວມມືອາຊຽນ - ອາເມລິກາ ໃນໄລຍະຈະມາເຖິງ, ໃນນັ້ນມີການພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (MSME), ຊຸກຍູ້ການມີຫົວຄິດປະດິດສ້າງ, ເສດຖະກິດດີຈີຕອນ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານທະເລ ແລະ ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຄື: ການກໍ່ການຮ້າຍ; ຄວາມປອດໄພທາງເຄືອຂາຍອີນເຕີແນັດ…. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ການເດີນທະເລຢ່າງເສລີ ຢູ່ທະເລຕາເວັນອອກ, ຢືນຢັນວ່າ, ນີ້ແມ່ນຄວາມເອົາໃຈໃສ່ລວມຂອງ ບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ, ໃນນັ້ນມີອາເມລິກາ; ເຊີດຊູບັນດາຫຼັກການເຊິ່ງ 2 ຝ່າຍໄດ້ເຫັນດີນຳກັນທີ່ກອງປະຊຸມຂັ້ນສູງພິເສດອາຊຽນ - ອາເມລິກາ ຢູ່ Sunnylands, ລັດ California ເມື່ອເດືອນ 02/2016.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top