
ກອງປະຊຸມປະຈຳ ເດືອນສິງຫາຂອງລັດຖະບານ
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ເດືອນສິງຫາ ແມ່ນເດືອນທີ່ມີຫຼາຍຈຸດທີ່ພົ້ນເດັ່ນ ດ້ວຍຫຼາຍຄາດໝາຍເສດຖະກິດສັງຄົມບັນລຸລະດັບດີພໍສົມຄວນ: ບັນດາຄາດໝາຍເສດຖະກິດມະຫາພາກບັນລຸໝາກຜົນຕັ້ງໜ້າ; ໄພເງິນເຟີ້ຖືກຄວບຄຸມດ້ວຍດັດຊະນີລາຄາໃຊ້ສອຍໃນເດືອນສິງຫາ ເພີ່ມຂຶ້ນ 0,92%; ການສົ່ງອອກເຕີບໂຕຢ່າງແຮງດ້ວຍ 18%; ການທ່ອງທ່ຽວເຕີບໂຕຢ່າງແຮງ, ການລົງທຶນໂດຍກົງຈາກຕ່າງປະເທດຄາດວ່າບັນລຸກ່ວາ 23,3 ຕື້ USD. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຖ້າຫາກວ່າ ຊຸມເດືອນຈະມາເຖິງສືບຕໍ່ບັນລຸໝາກຜົນທີ່ດີຄືເດືອນສິງຫາ, ແມ່ນມີແງ່ຫວັງຈະບັນລຸຄາດໝາຍທີ່ໄດ້ວາງອອກຂອງປີ 2017. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ໃຫ້ເຫັນຂໍ້ຕິດຂັດດ້ານລະບຽບການບໍລິຫານ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃນເດືອນກັນຍາ ຕ້ອງສຸມໃສ່ແກ້ໄຂບັນດາສິ່ງຄົງຄ້າງກ່ຽວກັບການບໍລິຫານໃນທັນທີ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:
“ບົນຈິດໃຈຂອງປີນີ້ແມ່ນປີຫລຸດຜ່ອນພາສີ, ອາກອນ, ຄ່າບໍລິການ, ດັ່ງນັ້ນ ໃນຕໍ່ໜ້າບໍ່ທັນເຕື້ອງເຖິງເລື່ອງເພີ່ມບັນດາປະເພດພາສີ, ຄ່າບໍລິການ…ທີ່ຜົນສະທ້ອນເຖິງວິສາຫະກິດ, ສິ່ງແວດລ້ອມການລົງທຶນດຳເນີນທຸລະກິດ. ກ່ຽວກັບການສະເໜີເພີ່ມມູນຄ່າເພີ່ມ VAT, ຕ້ອງໄຈ້ແຍກຜົນສະທ້ອນ, ວິທີເຮັດ, ບັນດາເງື່ອນໄຂລະອຽດເພື່ອໃຫ້ປະຊາຊົນເຫັນໄດ້ຜົນຮ້າຍ, ຈຸດເວລາ, ລະດັບ, ຂັ້ນຕອນຈະແຈ້ງ, ຊ້ຳບໍ່ໜຳ ປັບປຸງບາງປະເພດສິນຄ້າ. ຕ້ອງລະມັດລະວັງຕໍ່ບັນຫານີ້ຍ້ອນມີຜົນສະທ້ອນເຖິງລາຄາ, ລາຄາຂາຍໃນບັນດາຂົງເຂດ ແລະ ສົ່ງຜົນສະທ້ອນເຖິງຊີວິດຂອງປະຊາຊົນ.”ກ່ຽວກັບບັນດາບັນຫາສັງຄົມ, ທ່ານນາຍົກລັດຖະມົນຕີ ຖືວ່າ ຕ້ອງເອົາໃຈໃສ່ກ່ຽວກັບສະພາບການໃນສົກຮຽນໃໝ່, ພິເສດແມ່ນຢູ່ເຂດ ຫ່າງໄກສອກຫຼິກ, ເຂດຖືກນ້ຳຖ້ວມ, ນ້ຳແກ່ງ.
ກໍ່ທີ່ກອງປະຊຸມນີ້, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ບົນພື້ນຖານການຄາດຄະເນການຕີລາຄາ ບັນດາໝາກຜົນທີ່ບັນລຸໄດ້, ເມື່ອປຽບທຽບກັບ 13 ຄາດໝາຍແຜນການພັດທະນາ ເສດຖະກິດ - ສັງຄົມ ທີ່ສະພາແຫ່ງຊາດໄດ້ມອບໝາຍໃຫ້ ນັ້ນ, ຄາດໝາຍທັງໝົດລ້ວນແຕ່ບັນລຸ ແລະ ລື່ນກາຍຕົວເລກທີໄດ້ວາງອອກ.
(ແຫຼ່ງຄັດຈາກ VOV)