• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະຈຳ ເດືອນສິງຫາຂອງລັດຖະບານ

      ວັນທີ 30 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປະຈຳເດືອນສິງຫາ ຂອງລັດຖະບານ ແລະ 8 ເດືອນຕົ້ນປີ 2017. 

ກອງປະຊຸມປະຈຳ ເດືອນສິງຫາຂອງລັດຖະບານ
      ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ເດືອນສິງຫາ ແມ່ນເດືອນທີ່ມີຫຼາຍຈຸດທີ່ພົ້ນເດັ່ນ ດ້ວຍຫຼາຍຄາດໝາຍເສດຖະກິດສັງຄົມບັນລຸລະດັບດີພໍສົມຄວນ: ບັນດາຄາດໝາຍເສດຖະກິດມະຫາພາກບັນລຸໝາກຜົນຕັ້ງໜ້າ; ໄພເງິນເຟີ້ຖືກຄວບຄຸມດ້ວຍດັດຊະນີລາຄາໃຊ້ສອຍໃນເດືອນສິງຫາ ເພີ່ມຂຶ້ນ 0,92%; ການສົ່ງອອກເຕີບໂຕຢ່າງແຮງດ້ວຍ 18%; ການທ່ອງທ່ຽວເຕີບໂຕຢ່າງແຮງ, ການລົງທຶນໂດຍກົງຈາກຕ່າງປະເທດຄາດວ່າບັນລຸກ່ວາ 23,3 ຕື້ USD. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຖ້າຫາກວ່າ ຊຸມເດືອນຈະມາເຖິງສືບຕໍ່ບັນລຸໝາກຜົນທີ່ດີຄືເດືອນສິງຫາ, ແມ່ນມີແງ່ຫວັງຈະບັນລຸຄາດໝາຍທີ່ໄດ້ວາງອອກຂອງປີ 2017. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ໃຫ້ເຫັນຂໍ້ຕິດຂັດດ້ານລະບຽບການບໍລິຫານ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃນເດືອນກັນຍາ ຕ້ອງສຸມໃສ່ແກ້ໄຂບັນດາສິ່ງຄົງຄ້າງກ່ຽວກັບການບໍລິຫານໃນທັນທີ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:
        “ບົນຈິດໃຈຂອງປີນີ້ແມ່ນປີຫລຸດຜ່ອນພາສີ, ອາກອນ, ຄ່າບໍລິການ, ດັ່ງນັ້ນ ໃນຕໍ່ໜ້າບໍ່ທັນເຕື້ອງເຖິງເລື່ອງເພີ່ມບັນດາປະເພດພາສີ, ຄ່າບໍລິການ…ທີ່ຜົນສະທ້ອນເຖິງວິສາຫະກິດ, ສິ່ງແວດລ້ອມການລົງທຶນດຳເນີນທຸລະກິດ. ກ່ຽວກັບການສະເໜີເພີ່ມມູນຄ່າເພີ່ມ VAT, ຕ້ອງໄຈ້ແຍກຜົນສະທ້ອນ, ວິທີເຮັດ, ບັນດາເງື່ອນໄຂລະອຽດເພື່ອໃຫ້ປະຊາຊົນເຫັນໄດ້ຜົນຮ້າຍ, ຈຸດເວລາ, ລະດັບ, ຂັ້ນຕອນຈະແຈ້ງ, ຊ້ຳບໍ່ໜຳ ປັບປຸງບາງປະເພດສິນຄ້າ. ຕ້ອງລະມັດລະວັງຕໍ່ບັນຫານີ້ຍ້ອນມີຜົນສະທ້ອນເຖິງລາຄາ, ລາຄາຂາຍໃນບັນດາຂົງເຂດ ແລະ ສົ່ງຜົນສະທ້ອນເຖິງຊີວິດຂອງປະຊາຊົນ.”
ກ່ຽວກັບບັນດາບັນຫາສັງຄົມ, ທ່ານນາຍົກລັດຖະມົນຕີ ຖືວ່າ ຕ້ອງເອົາໃຈໃສ່ກ່ຽວກັບສະພາບການໃນສົກຮຽນໃໝ່, ພິເສດແມ່ນຢູ່ເຂດ ຫ່າງໄກສອກຫຼິກ, ເຂດຖືກນ້ຳຖ້ວມ, ນ້ຳແກ່ງ.
        ກໍ່ທີ່ກອງປະຊຸມນີ້, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ບົນພື້ນຖານການຄາດຄະເນການຕີລາຄາ ບັນດາໝາກຜົນທີ່ບັນລຸໄດ້, ເມື່ອປຽບທຽບກັບ 13 ຄາດໝາຍແຜນການພັດທະນາ ເສດຖະກິດ - ສັງຄົມ ທີ່ສະພາແຫ່ງຊາດໄດ້ມອບໝາຍໃຫ້ ນັ້ນ, ຄາດໝາຍທັງໝົດລ້ວນແຕ່ບັນລຸ ແລະ ລື່ນກາຍຕົວເລກທີໄດ້ວາງອອກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top