
ນະທີ່ນີ້, ກຳມາທິການເສດຖະກິດສະເໜີລັດຖະບານສືບຕໍ່ຊາບຊຶມ ແລະ ປະຕິບັດເປົ້າໝາຍລຸລວງ, ນັ້ນແມ່ນຮັກສາສຸຂະພາບຂອງປະຊາຊົນ, ຮັກສາການເຄື່ອນໄຫວເສດຖະກິດ-ສັງຄົມເປັນປົກກະຕິ; ສ້າງຍຸດທະສາດສັງລວມປ້ອງກັນ ແລະ ຕ້ານໂຄວິດ-19ໃນສະພາບການໃໝ່; ຍຸ້ໄວອັດຕາການສັກວັກຊິນ…. ລັດຖະບານຄວນສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຊ່ວຍໜູນທີ່ໄດ້ປະກາດໃຊ້; ມີແຜນທີ່ແທດເໝາະເພື່ອເປີດປະຕູພື້ນຖານເສດຖະກິດຄືນໃໝ່. ລັດຖະບານຍຶດໝັ້ນເປົ້າໝາຍສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຮັກສາຕະຫຼາດການເງິນ, ເງິນຕາເປັນປົກກະຕິ; ເພີ່ມທະວີການປ່ອຍເງິນລົງທຶນສາທາລະນະ, ຍູ້ໄວລະດັບຄວາມຄືບໃນການປະຕິບັດບັນດາໂຄງການກໍ່ສ້າງໂຄງລ່າງຄົມມະນາຄົມຈຸດສຸມ…
(ແຫຼ່ງຄັດຈາກ VOV)