• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 2 ຄະນະກຳມະການແຫ່ງຊາດກ່ຽວກັບການກະກຽມແລະປະຕິບັດບົດບາດເປັນປະທານອາຊຽນປີ2020

      ຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຄະນະກຳມະການແຫ່ງຊາດກ່ຽວກັບການກະກຽມ ແລະ ປະຕິບັດບົດບາດເປັນປະທານອາຊຽນ ປີ 2020 (ຄະນະກຳມະການອາຊຽນ 2020).
      ລາຍງານທີ່ກອງປະຊຸມ, ບົນພື້ນຖານລວບລວມບົດລາຍງານຂອງບັນດາອະນຸກຳມະການ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ເລຂານຸການໃຫຍ່ຄະນະເລຂາອາຊຽນ ແຫ່ງຊາດ 2020 ຫງວຽນກວັກຢຸງ ຕີລາຄາວ່າ, ການຜັນຂະຫຍາຍບັນດາໜ້າວຽກທີ່ວາງອອກໃນກອງປະຊຸມຄັ້ງທີ 1 ໄດ້ຮັບການປະຕິບັດຖືກກັບການກຳນົດເວລາ, ເຖິງຢ່າງໃດກໍ່ຕາມ, ຈຳນວນວຽກງານຍັງເຫຼືອຍັງຫຼາຍຢູ່, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຄວນສືບຕໍ່ສຸມໃສ່ກວ່າໃນໄລຍະຈະມາເຖິງ.
        ສະຫຼຸບກອງປະຊຸມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການອາຊຽນ ແຫ່ງຊາດ 2020 ກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການລົງທຶນຢ່າງເໝາະສົມດ້ານແຫຼ່ງຊັບພະຍາກອນມະນຸດ ແລະ ແຫຼ່ງກຳລັງໃຫ້ແກ້ການຮັບໜ້າທີ່ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງປີເປັນປະທານອາຊຽນ 2020 ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top