ຂ່າວສານ ກອງປະຊຸມຄັ້ງທີ 2 ຄະນະກຳມະການແຫ່ງຊາດກ່ຽວກັບການກະກຽມແລະປະຕິບັດບົດບາດເປັນປະທານອາຊຽນປີ2020 23/03/2019 ຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຄະນະກຳມະການແຫ່ງຊາດກ່ຽວກັບການກະກຽມ ແລະ ປະຕິບັດບົດບາດເປັນປະທານອາຊຽນ ປີ 2020 (ຄະນະກຳມະການອາຊຽນ 2020). ລາຍງານທີ່ກອງປະຊຸມ, ບົນພື້ນຖານລວບລວມບົດລາຍງານຂອງບັນດາອະນຸກຳມະການ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ເລຂານຸການໃຫຍ່ຄະນະເລຂາອາຊຽນ ແຫ່ງຊາດ 2020 ຫງວຽນກວັກຢຸງ ຕີລາຄາວ່າ, ການຜັນຂະຫຍາຍບັນດາໜ້າວຽກທີ່ວາງອອກໃນກອງປະຊຸມຄັ້ງທີ 1 ໄດ້ຮັບການປະຕິບັດຖືກກັບການກຳນົດເວລາ, ເຖິງຢ່າງໃດກໍ່ຕາມ, ຈຳນວນວຽກງານຍັງເຫຼືອຍັງຫຼາຍຢູ່, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຄວນສືບຕໍ່ສຸມໃສ່ກວ່າໃນໄລຍະຈະມາເຖິງ. ສະຫຼຸບກອງປະຊຸມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການອາຊຽນ ແຫ່ງຊາດ 2020 ກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການລົງທຶນຢ່າງເໝາະສົມດ້ານແຫຼ່ງຊັບພະຍາກອນມະນຸດ ແລະ ແຫຼ່ງກຳລັງໃຫ້ແກ້ການຮັບໜ້າທີ່ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງປີເປັນປະທານອາຊຽນ 2020 ຢ່າງມີປະສິດທິຜົນ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຄະນະກຳມະການແຫ່ງຊາດກ່ຽວກັບການກະກຽມ ແລະ ປະຕິບັດບົດບາດເປັນປະທານອາຊຽນ ປີ 2020 (ຄະນະກຳມະການອາຊຽນ 2020). ລາຍງານທີ່ກອງປະຊຸມ, ບົນພື້ນຖານລວບລວມບົດລາຍງານຂອງບັນດາອະນຸກຳມະການ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ເລຂານຸການໃຫຍ່ຄະນະເລຂາອາຊຽນ ແຫ່ງຊາດ 2020 ຫງວຽນກວັກຢຸງ ຕີລາຄາວ່າ, ການຜັນຂະຫຍາຍບັນດາໜ້າວຽກທີ່ວາງອອກໃນກອງປະຊຸມຄັ້ງທີ 1 ໄດ້ຮັບການປະຕິບັດຖືກກັບການກຳນົດເວລາ, ເຖິງຢ່າງໃດກໍ່ຕາມ, ຈຳນວນວຽກງານຍັງເຫຼືອຍັງຫຼາຍຢູ່, ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຄວນສືບຕໍ່ສຸມໃສ່ກວ່າໃນໄລຍະຈະມາເຖິງ. ສະຫຼຸບກອງປະຊຸມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການອາຊຽນ ແຫ່ງຊາດ 2020 ກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການລົງທຶນຢ່າງເໝາະສົມດ້ານແຫຼ່ງຊັບພະຍາກອນມະນຸດ ແລະ ແຫຼ່ງກຳລັງໃຫ້ແກ້ການຮັບໜ້າທີ່ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງປີເປັນປະທານອາຊຽນ 2020 ຢ່າງມີປະສິດທິຜົນ. (ແຫຼ່ງຄັດຈາກ VOV)