• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 ຈະດຳເນີນໃນລະຫວ່າງ 02 – 08 ຕຸລາ

ຕອນເຊົ້າວັນທີ 28 ກັນຍາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ແລະ ຫ້ອງວ່າການສູນກາງພັກ ໄດ້ສົມທົບກັນຈັດກອງປະຊຸມຂ່າວກ່ຽວກັບກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12.


ກອງປະຊຸມຂ່າວກ່ຽວກັບກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12

(ພາບ: VGP)

ນະທີ່ນີ້, ທ່ານຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ບຸຍເຈື່ອງຢາງ ໃຫ້ຮູ້ວ່າ.

        “ຄາດວ່າ, ກອງປະຊຸມຄັ້ງນີ້, ສູນກາງຈະມີຂໍ້ສະຫຼຸບກ່ຽວກັບສະພາບການເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດປີ 2018, ແຜນການພັດທະນາເສດຖະກິດສັງຄົມ ແລະ ການຂຶ້ນແຜນງົບປະມານແຫ່ງລັດປີ 2019. ສູນກາງກໍ່ຈະພິຈາລະນາປະກາດໃຊ້ມະຕິກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງຂອງຫວຽດນາມ.”

        ກໍ່ທີ່ການປະຊຸມຂ່າວ, ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ ເລກວາງວິງ ໃຫ້ຮູ້ວ່າ: ທ່ານປະທານປະເທດ ເຈິ່ນດ້າຍກວາງ ຫາກໍ່ເຖິງແກ່ມໍລະນະກຳ, ສິດ, ໜ້າທີ່ຮັບຜິດຊອບຕາມລັດຖະທຳມະນູນກຳນົດ. ກົມການເມືອງຕົກລົງໃຫ້ທ່ານນາງດັ້ງທິງອັກທິ້ງ ເປັນຜູ້ຮັກສາການປະທານປະເທດ. ສະນັ້ນ, ສູນກາງຈະມີການພິຈາລະນາ, ຕົກລົງເລື່ອງແນະນຳບຸກຄະລາກອນເລືອກຕັ້ງປະທານປະເທດ ທີ່ກອງປະຊຸມສູນກາງພັກຄັ້ງທີ 8 ຫຼື ບໍ່ນັ້ນແມ່ນຂຶ້ນກັບວິວັດການກະກຽມຂອງບັນດາຂັ້ນທີ່ມີສິດອຳນາດ. ພ້ອມທັງເນັ້ນໜັກວ່າ, ສິດແນະນຳບຸກຄະລາກອນເຂົ້າໃນການເລືອກດຳລົງຕຳແໜ່ງເປັນປະທານປະເທດເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງແມ່ນວຽກງານສຳຄັນຂອງຊາດ, ຂອງພັກ, ສະນັ້ນຕ້ອງໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ, ລະອຽດໃຫ້ຖືກຕ້ອງຕາມຂໍ້ກຳນົດ.

(​ແຫຼ່ງຄັດ​ຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top