• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC ມີ 75 ກອງປະຊຸມ

      ຕອນເຊົ້າວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ຄະນະເລຂາ APEC ໄດ້ສົມທົບກັບກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດຕັ້ງກອງປະຊຸມຂ່າວ ກ່ຽວກັບກອງປະຊຸມ ຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

(ກອງປະຊຸມຂ່າວ ກ່ຽວກັບກອງປະຊຸມ ຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC
ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ)
      ຕາມນັ້ນ, ແຕ່ວັນທີ 18 ຫາ ວັນທີ 30 ສິງຫາ ຈະມາເຖິງ, ຢູ່ນະຄອນໂຮ່ຈີມິນ ຈະດຳເນີນກອງປະຊຸມ ຄັ້ງທີ 3 ບັນດາເຈົ້າໜ້າທີ່ອາວຸໂສ APEC (ເອີ້ນຫຍໍ້ວ່າ SOM 3) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ຄາດຄະເນວ່າມີຜູ້ແທນສາກົນ ແລະ ພາຍໃນປະເທດ ເຂົ້າຮ່ວມເກືອບ 2.600 ທ່ານ. ນີ້ແມ່ນກອງປະຊຸມໃຫຍ່ ຄັ້ງທີ 3 ຂອງປີ APEC. ກອງປະຊຸມລວມມີ 75 ກອງປະຊຸມ, ກອງປະຊຸມສຳມະນາ, ການເຈລະຈາຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານ APEC ໃນຫຼາຍຂົງເຂດແຕກຕ່າງກັນ.
        ການເຄື່ອນໄຫວສຳຄັນທີ່ສຸດຢູ່ SOM 3 ແມ່ນກອງປະຊຸມສຳມະນາພັດທະນາໂດຍກວມລວມທາງດ້ານເສດຖະກິດ, ການເງິນ ແລະ ສັງຄົມ ຈະດຳເນີນໃນວັນທີ 28 ສິງຫາ. ນີ້ແມ່ນການເຄື່ອນໄຫວຂໍ້ລິເລີ່ມ, ເປັນຂີດໝາຍໂດຍ ຫວຽດນາມ ສະເໜີ, ຄາດຄະເນຈະຊຸກຍູ້ການເຄື່ອນໄຫວສ້າງເອກະສານໃນປີ APEC 2017. ພ້ອມກັນນັ້ນແມ່ນກອງປະຊຸມຂັ້ນສູງດ້ານສາທາລະນະສຸກ, ສັບປະດາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານນາງ ຫງວຽນບິກຖຸຍ, ຮອງຫົວໜ້າກົມ, ສັງກັດຄະນະເລຂາ APEC, ໃຫ້ຮູ້ວ່າ:
        “ນີ້ແມ່ນບັນດາກອງປະຊຸມສຳຄັນເພື່ອກຳນົດບັນດາເອກະສານໂດຍພື້ນຖານ, ຈາກນັ້ນລາຍງານຢູ່ກອງປະຊຸມຂັ້ນສູງຮັບຮອງ. ປະຈຸບັນ, ເສດຖະກິດມີການເຕີບໂຕແຕ່ຍັງມີຄວາມສ່ຽງຫຼາຍຢ່າງ, ເປັນຕົ້ນແມ່ນບັນດາຜົນກະທົບປິ້ນລວງຂອງໂລກາພິວັດ ກໍ່ຄືການພັດທະນາເຕັກໂນໂລຊີ, ໃນນັ້ນມີການປະຕິວັດເຕັກໂນໂລຊີ ຄັ້ງທີ 4. ດ້ວຍເຫດນັ້ນ, ບັນດາກອງປະຊຸມນີ້ຈະຊ່ວຍໃຫ້ປະຊາຊົນ, ວິສາຫະກິດ, ເປັນຕົ້ນແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດຮັບມືກັບບັນດາການປ່ຽນແປງຢ່າງໄວວາຂອງເຕັກໂນໂລຊີ ແລະ ຊຸກຍູ້ການຮ່ວມມື”.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top