• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26

      ຕອນເຊົ້າວັນທີ 15 ທັນວາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານ ນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ເປັນປະທານກອງປະຊຸມຂອງຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26 (APPF-26) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ກອງປະຊຸມຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 26
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ  ຕ່ອງທິຟອງ, ຫົວໜ້າຄະນະຈັດຕັ້ງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ (APPF-26), ຊີ້ແຈ້ງວ່າ APPF-26 ຈະດຳເນີນໃນທັນທີພາຍຫຼັງຜົນສຳເລັດຂອງກອງປະຊຸມສຸດຍອດ APEC. ສະນັ້ນ, ບັນດາອະນຸກຳມະການຄວນສຸມໃສ່ໃນລະດັບສູງສຸດໃຫ້ວຽກງານຈັດຕັ້ງກອງປະຊຸມ APPF-26, ເປັນຕົ້ນແມ່ນວຽກງານໂຄສະນາເຜີຍແຜ່, ວຽກງານຮັບປະກັນຄວາມສະຫງົບປອດໄພ, ປະກອບສ່ວນຍົກສູງຖານະບົດບາດ, ພາບພົດຂອງ ຫວຽດນາມ ເວົ້າລວມ, ສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະ. APPF-26 ກໍ່ແມ່ນກາລະໂອກາດໂຄສະນາເຜີຍແຜ່ພາບພົດຂະຫຍັນຂັນເຄື່ອນ, ການປ່ຽນແປງໃໝ່, ທັນສະໄໝຂອງ ຫວຽດນາມ.
        ເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ (APPF) ແມ່ນເວທີປາໄສເປີດຂອງລັດຖະສະພາບັນດາປະເທດມີອະທິປະໄຕຂຶ້ນກັບພາກພື້ນ ອາຊີ-ປາຊີຟິກ, ໃນນັ້ນບັນດາສະມາຊິກສະພາແຫ່ງຊາດ ຈະເຂົ້າຮ່ວມດ້ວຍຖານະເປັນຜູ້ແທນ, ເປັນຕົວແທນໃຫ້ສະພາແຫ່ງຊາດຂອງຕົນ ຫຼື ດ້ວຍຖານະສ່ວນຕົວ.
        APPF-26 ຄາດຄະເນວ່າຈະດຳເນີນ ໃນລະຫວ່າງວັນທີ 18-20 ມັງກອນ 2018 ຢູ່ຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top