• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງສະຫະປະຊາຊາດສືບຕໍ່ປຶກສາຫາລືບັນດາມາດຕະການແກ້ໄຂສ້າງຄວາມສະດວກໃຫ້ການຄ້າໂລກ


(ພາ​ບ​ປະ​ກອບ: vosco.vn)
      ວັນ​ທີ 08/03, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ຫະ​ປະ​ຊາ​ຊາດ​ພາກ​ພື້ນ​ອາ​ຊີ - ເອີ​ລົບ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫັນ​ການ​ຂົນ​ສົ່ງ​ຂ້າມ​ແດນ, ການ​ຄ້າ​ເປັນ​ສະ​ດວກ ແລະ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໄດ້​ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ 2. ກອງ​ປະ​ຊ​ຸມ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສົມ​ທົບ​ກັບ​ອົງ​ການ​ຕາງ​ໜ້າ​ຂັ້ນ​ສູງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກຸ່ມ​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ, ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາບໍ່​ມີ​ທະ​ເລ ແລະ ບັນ​ດາ​ປະ​ເທດ​ເກາະ​ນ້ອຍພວມ​ພັດ​ທະ​ນາ ​ໄດ້​ຈັດ​ຕັ້ງໃນ​ລະ​ຫວ່າງວັນ​ທີ 07 – 09/03. ໃນ​ມື້​ເຮັດ​ວຽກ​ນີ້, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຊຸກ​ຍູ້​ການ​ຄ້າ​ສາ​ກົນ ແລະ ຫັນ​ການ​ຄ້າ​ເປັນ​ສະ​ດວກ. ບັນ​ດາ​ຜູ້​ແທນກໍ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາ​ດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ ແລະ ບັນ​ດາ​ປະ​ເທດ​ຂົນ​ສົ່ງ​ສິນ​ຄ້າ​ຂ້າວ​ແດນ ເພື່ອ​ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ຄ້າ​ສາ​ກົນ ລວມ​ມີ: ສັນ​ຍາ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ດ້ານ​ການ​ຄ້າ ແລະ ແບ່ງ​ປັນ​ບົດ​ຮຽນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top