• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງນິງ ຕ້ອນຮັບແຂກທ່ອງທ່ຽວຄົນທໍາອິດ ມາອວຍພອນປີໃໝ່ຢູ່ດິນແດນກວາງນິງ

   ເຂົາເຈົ້າມີຄວາມປະທັບໃຈທີ່ສຸດ ຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທໍາຂອງຊາດຫວຽດນາມ.

ກວາງນິງ ຕ້ອນຮັບແຂກທ່ອງທ່ຽວຄົນທໍາອິດ ມາອວຍພອນປີໃໝ່ຢູ່ດິນແດນກວາງນິງ
      ຕອນເຊົ້າວັນທີ 5 ກຸມພາ (ກົງກັບວັນທີ 1 ບຸນເຕັດ), ຢູ່ທ່າກໍ່າປັ່ນທ່ອງທ່ຽວສາກົນ ຕ່ວນເຈົາ, ຄະນະກໍາມະການປະຊາຊົນແຂວງກວາງນິງ ໄດ້ຈັດຕັ້ງພິທີຕ້ອນຮັບແຂກທ່ອງທ່ຽວຄົນທໍາອິດ ມາທ່ຽວຊົມ ໝາຍເຖິງມາອວຍພອນປີໃໝ່ໃນຈຸດເວລາທໍາອິດ ຢູ່ອ່າວຮ້າລອງ. ຄະນະນັກທ່ອງທ່ຽວມາທ່ຽວຊົມ ຢູ່ກວາງນິງ ແມ່ນມາຈາກໄຕ້ຫວັນ, ຈີນ. ແຂກທ່ອງທ່ຽວເຫຼົ່ານັ້ນ ໃຫ້ຮູ້ວ່າ ເຂົາເຈົ້າມີຄວາມປະທັບໃຈທີ່ສຸດ ຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທໍາຂອງຊາດຫວຽດນາມ.
        ຂ້າພະເຈົ້າໄດ້ເລືອກເອົາກວາງນິງ ມາທ່ຽວຊົມ ແລະ ມີຄວາມຕົກສະເງີ້ ເມື່ອໄດ້ຮັບຊອງເງິນອອຍພອນປີໃໝ່. ນີ້ຈະແມ່ນອະນຸສອນ ຍາກທີ່ລື່ມໄດ້ສໍາລັບຄອບຄົວຂ້າພະເຈົ້າ.
        ໂດຍໄດ້ມີໜ້າແຕ່ເຊົ້າ ເພື່ອມອບຊໍ່ດອກໄມ້ໃຫ້ແກ່ແຂກທ່ອງທ່ຽວ, ທ່ານນາງ ຫວູທິທູຖຸຍ, ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງນິງ ໄດ້ສົ່ງຄໍາອວຍພອນປີໃໝ່່ ແລະ ກ່າວຄໍາຂອບໃຈແກ່ຄະນະນັກທ່ອງທ່ຽວ ທີ່ໄດ້ເລືອກເອົາຮ້າລອງ ມາທ່ອງທ່ຽວ ໃນປີໃໝ່.
        “ໃນຈຸດເວລາທໍາອິດຂອງວັນທີ 01 ບຸນເຕັດ, ພວກຂ້າພະເຈົ້າໄດ້ຕ້ອນຮັບບັນດາຄະນະນັກທ່ອງທ່ຽວມາທ່ຽວຊົມ, ເຂົາເຈົ້າມີຄວາມເບີກບານມ່ວນຊືນ ແລະ ໄດ້ນໍາຄວາມໂຊກດີມາສູ່ຮ້າລອງ.  ຄາດວ່າ ໃນປີນີ້ ແຂວງກວາງນິງ ຈະໄດ້ຮັບບັນດາໝາກຜົນດີກວ່າເກົ່າ ໃນຂົງເຂດການທ່ອງທ່ຽວ ແລະ ການບໍລິການ.
 (ແຫຼ່ງຄັດຈາກ VOV)

 

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top