• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງຈີ້: ເຊື່ອມຕໍ່ຂຸດຄົ້ນຄຸນຄ່າຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ

      ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການກຳນົດທິດຍຸດທະສາດຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາບັນຫາທີ່ວາງອອກສຳລັບຂະແໜງທ່ອງທ່ຽວແຂວງ ກວາງຈີ້; ຕີລາຄາບັນດາຄຸນຄ່າຄວາມສາມາດບົ່ມຊ້ອນ ແລະ ບັນດາທ່າແຮງແກ່ງແຍ້ງຂອງທ່ອງທ່ຽວ
(ກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວແຂວງ ກວາງຈີ້)
      ຕອນບ່າຍວັນທີ 02 ພຶດສະພາ, ຄະນະກຳມະການປະຊາຊົນແຂວງ ກວາງຈີ້ ໄດ້ຈັດກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວດ້ວຍຫົວຂໍ້ “ທ່ອງທ່ຽວແຂວງ ກວາງຈີ້ - ເຊື່ອມຕໍ່ຂຸດຄົ້ນຄຸນຄ່າຄວາມສາມາດບົ່ມຊ້ອນ”. ນີ້ແມ່ນເຫດການເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງ, ການກຳນົດທິດພັດທະນາການທ່ອງທ່ຽວຂອງແຂວງ.
        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການກຳນົດທິດຍຸດທະສາດຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາບັນຫາທີ່ວາງອອກສຳລັບຂະແໜງທ່ອງທ່ຽວແຂວງ ກວາງຈີ້; ຕີລາຄາບັນດາຄຸນຄ່າຄວາມສາມາດບົ່ມຊ້ອນ ແລະ ບັນດາທ່າແຮງແກ່ງແຍ້ງຂອງທ່ອງທ່ຽວ; ປຶກສາຫາລືມາດຕະການເພີ່ມທະວີການດຶງດູດການລົງທຶນ ກໍ່ຄືມາດຕະການແກ້ໄຂການພັດທະນາການທ່ອງທ່ຽວໃນສະພາບເປັນປົກກະຕິໃໝ່ຂອງ ກວາງຈີ້… ທ່ານ ຫງວຽນຈຸ່ງແຄ໊ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວຖືວ່າ,  ກວາງຈີ້ ຄວນນຳໃຊ້ບັນດາ.
        “ການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງ 3 ທ້ອງຖິ່ນຄື ເທື່ອທຽນເຫ້ວ - ກວາງບິ່ງ - ກວາງຈີ້ ຈະປະກອບສ່ວນກຳນົດທິດດຶງດູດແຂກທ່ອງທ່ຽວ. ທາງແຂວງຄວນມີແຜນການດຶງດູດການລົງທຶນ, ພັດທະນາ ເພື່ອສ້າງບັນດາເຂດພັກຜ່ອນບຳລຸງສຸຂະພາບ, ການບໍລິການເພີ່ມເຕີ່ມ, ເຂດລະຫຼີ້ນ ສ້າງເປັນຈຸດພົ້ນເດັ່ນ, ກຳລັງໜູນເພື່ອພັດທະນາ. ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ນັກທ່ອງທ່ຽວມາຢ້ຽມຢາມບັນດາເຂດທ່ອງທ່ຽວພົ້ນເດັ່ນ”.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top