• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ອີຕາລີ ເພີ່ມທະວີການຮ່ວມມືເຂດ

      ເພີ່ມທະວີບັນດາການພົວພັນແລກປ່ຽນ ແລະ ການຮ່ວມມືກັບບັນດາ ທ້ອງຖິ່ນຂອງອີຕາລີ ຈະແມ່ນໜຶ່ງໃນບັນດາບູລິມະສິດທີ່ ຫວຽດນາມ ຮັກສາບົດບາດປະ ທານຂອງຄະນະກຳມະການ ອາຊຽນ ຢູ່ ອີຕາລີ (ACR).

ອາຊຽນ ແລະ ອີຕາລີ ເພີ່ມທະວີການຮ່ວມມືເຂດ (ພາບ: ຫວຽດນາມ+)
      ນີ້ແມ່ນຄຳຢັ້ງຢືນຂອງ ທ່ານ ກາວຈິ໊ງຖ້ຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ໃນໂອກາດການຢ້ຽມຢາມ ແລະ ເຮັດວຽກ ກັບ ອຳນາດການປົກຄອງເຂດ Marche (ພາກຕາເວັນອອກ ອີຕາລີ). ຄະນະບັນດາເອກອັກຄະລັດຖະທູດ ອາຊຽນ ປະກອບມີ ຫວຽດນາມ, ອິນໂດເນເຊຍ, ຟິລິບປີນ, ມາເລເຊຍ, ມຽນມາ ແລະ ໄທ ໄດ້ມີການເຮັດວຽກກັບປະທານເຂດ Marche, ທ່ານ Luca Ceriscioli ຢູ່ສຳນັກງານໃຫຍ່ອຳນາດການປົກຄອງເຂດ ຢູ່ນະຄອນ Ancona. ຕາງໜ້າບັນດາເອກອັກຄະລັດຖະທູດ ອາຊຽນ, ທ່ານ ກາວຈິ໊ງຖ້ຽນ ເອກອັກຄະລັດຖະທູດ ຫວຽດນາມ ແນະນຳກັບຝ່າຍ ອີຕາລີ ບັນດາສະພາບໂດຍຫຍໍ້ຂອງກຸ່ມອາຊຽນ, ສະພາບແວດລ້ອມ ແລະ ໂອກາດລົງທຶນ, ດຳເນີນ ທຸລະກິດຂອງບັນດາວິສາຫະກິດຕ່າງປະເທດ ເວົ້າລວມ ແລະ ອີຕາລີ ເວົ້າສະເພາະຢູ່ອາຊຽນ. ສອງຝ່າຍເປັນເອກະພາບຈະເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ ເພື່ອສາມາດຫັນ ເປັນບັນດາໂຄງການຮ່ວມມືໃຫ້ປະກົດຜົນເປັນຈິງ.
 (ແຫຼ່ງຄັດຈາກ VOV)

                                                                                            

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

49 ປີພາຍຫລັງໄດ້ຮັບການປົດປ່ອຍຢ່າງສົມບູນ (1975 – 2024), ນະຄອນ ໂຮ່ຈີມິນ ປະຈຸບັນໄດ້ພັດທະນາເປັນຕົວເມືອງໃຈກາງການບໍລິຫານທັນສະໄຫມຂອງ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ. ຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຮັບຮອງຈາກອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ວ່າ ແມ່ນສະມາຊິກຂອງເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ.

Top