ມາຍັງ ບາດຈ່າງ, ນັກທ່ອງທ່ຽວຄວນແວ່ມາຢາມຕະຫຼາດ ຂາຍເຄື່ອງປັ້ນດິນເຜົາ. ນີ້ເປັນບ່ອນວາງສະແດງ, ຊື້ຂາຍ ເຄື່ອງປັ້ນດິນເຜົາຂອງປະຊາຊົນໃນທົ່ວໝູ່ບ້ານແຫ່ງນີ້ ແລະ ໄດ້ສ້າງແຜນສັງລວມກໍ່ສ້າງເປັນສູນການຄ້າແຕ່ປີ 2004 ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ເວລາເຂົ້າມາຢາມຕະຫຼາດຂາຍເຄື່ອງປັ້ນດິນເຜົາ ບາດຈ່າງ, ພວກເຮົາຈະເຫັນບັນດາຜະລິດຕະພັນທີ່ໄດ້ວາງຂາຍຢູ່ທີ່ນີ້ມີຫຼາຍຮູບແບບ, ສີສັນ, ແຕ່ລະດັບຊັ້ນນຳ ເຖິງລະດັບ ສາມັນຊົນ. ລາຄາຂອງຜະລິດຕະພັນກໍ່ມີຫຼາຍລະດັບ, ຜະລິດຕະພັນບາງອັນມີລາຄາຫຼາຍສິບລ້ານດົ່ງ ແລະ ມີຜະລິດຕະພັນບາງຢ່າງມີລາຄາພຽງ 2-3 ພັນດົ່ງເທົ່ານັ້ນ. ມາທີ່ນີ້, ນັກທ່ອງທ່ຽວຈະມີໂອກາດໄດ້ສຳຜັດກັບ ວິທີການ ຜະລິດເຄື່ອງປັ້ນດິນເຜົາ, ໄດ້ກາຍເປັນນາຍຊ່າງຄົນໜຶ່ງເພື່ອຜະລິດອອກມາບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຕາມຫົວຄິດປະດິດສ້າງຂອງຕົນ.
ຫ້ອງຮຽນສອນອາຊີບປັ້ນດິນເຜົາໃຫ້ແກ່ຄົນລຸ້ນຫຼັງ ທີ່ສູນກາງ
ຄົ້ນຄວ້າ, ອະນຸລັກຮັກສາ ແລະ ພັດທະນາອາຊີບຜະລິດ ເຄື່ອງປັ້ນດິນເຜົາ ບາດຈ່າງ.
ນາຍຊ່າງແຕ້ມລວດລາຍປະດັບປະດາໃຫ້ແກ່ຜະລິດຕະພັນ.
ນ້ອງນ້ອຍຫຼາຍຄົນຮູ້ສຶກປະທັບໃຈຕໍ່ໂຕະໝຸນຮັບໃຊ້ ໃຫ້ແກ່ການປັ້ນດິນເຜົາ.
ຫຼໍ່ເບົ່າ - ເຕົາເຜົາດິນຈີ່ ແຫ່ງສຸດທ້າຍຢູ່ ບາດຈ່າງ ແມ່ນສະຖານທີ່ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມ ນັບເປັນຈຳນວນຫຼວງຫຼາຍ.
ນັກທ່ອງທ່ຽວສາກົນ ຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດຄວາມເປັນມາຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນ
ດິນເຜົາ ບາດຈ່າງ.
ນັກທ່ອງທ່ຽວສາກົນ ຮູ້ສຶກປະທັບໃຈເມື່ອໄດ້ເຫັນກັບຕາ ຂັ້ນຕອນການແຕ້ມລວດລາຍຂອງຊ່າງຜະລິດເຄື່ອງປັ້ນ ດິນເຜົາ ບາດຈ່າງ.
ນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ແລະ ຊື້ເຄື່ອງ ທີ່ຮ້ານຂາຍ
ເຄື່ອງແຫ່ງໜຶ່ງ ຢູ່ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ.
ນ້ອງນ້ອຍ 2 ຄົນມາຈາກປະເທດ ຍີ່ປຸ່ນ ພວມເລືອກຊື້
ຈອກຫຼາຍໜ່ວຍ ທີ່ຕະຫຼາດຂາຍເຄື່ອງປັ້ນດິນເຜົາ ບາດຈ່າງ. |
ຖ້າຢາກຊອກຮູ້ຫຼາຍກວ່າ ກ່ຽວກັບມູນເຊື້ອຜະລິດເຄື່ອງປັ້ນດິນເຜົາ ຫຼື ປະຫວັດຄວາມເປັນມາຂອງໝູ່ບ້ານເກົ່າແກ່ ມີອາຍຸ 500 ປີນີ້, ນັກທ່ອງທ່ຽວຕ້ອງໄປຫາເຕົາເຜົາດິນຈີ່ທີ່ເກົ່າແກ່ ຫຼໍ່ເບົ່າ. ນີ້ເປັນບ່ອນທີ່ຊາວບ້ານ ບາດຈ່າງ ເຜົາ ເຄື່ອງປັ້ນດິນເຜົາໃນຕະຫຼອດເວລາຫຼາຍພັນປີທີ່ຜ່ານມາ. ປັດຈຸບັນ, ຂົງເຂດດັ່ງກ່າວ ໄດ້ນຳໃຊ້ເປັນບ່ອນທ່ອງທ່ຽວ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ໃນໄລຍະທ້າຍອາທິດ, ໂຮງຮຽນຫຼາຍແຫ່ງຢູ່ນະຄອນ ຮ່າໂນ້ຍ ແລະ ເຂດແຄວ້ນຕ່າງໆ ທີ່ໃກ້ຄຽງ ໄດ້ພານັກຮຽນຂອງຕົນມານີ້ ເພື່ອຈັດຕັ້ງບັນດາຊົ່ວໂມງຮຽນນອກແຜນການ.
ນອກຈາກນັ້ນ, ນັກທ່ອງທ່ຽວກໍ່ສາມາດໄປຢ້ຽມຢາມ ເຮືອບູຮານ ວ້ານເວີນ-ເປັນເຮືອນບູຮານຫຼັງໜຶ່ງໃນ 10 ຫຼັງ ທີ່ສວຍງາມທີ່ສຸດ ຫວຽດນາມ. ກວ້າງກວ່າ 400 ຕະລາງແມັດ, ວ້ານເວີນ ມີເຮືອນທັງໝົດ 3 ຫຼັງ ທີ່ມີອາຍຸ ເກືອບ 200 ປີ ແລະ ໂຮງງານຫຼັງໜຶ່ງ ໄດ້ອອກແບບຕາມຮູບຊົງຂອງເຕົາເຜົາດິນຈີ່.
ຊຸມປີມໍ່ໆ ມານີ້, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ມີການປ່ຽນແປງໃໝ່ເຕັກໂນໂລຊີການຜະລິດ ແລະ ຮູບແບບຜະລິດຕະພັນຢ່າງບໍ່ຢຸດຢັ້ງ. ຜະລິດຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ດຶງດູດຄວາມສົນໃຈ, ນິຍົມຊົມຊອບຂອງຜູ້ບໍລິໂພກຫຼາຍປະເທດໃນໂລກ ແລະ ໄດ້ວາງຂາຍຢູ່ຫຼາຍ ປະເທດຄື: ຝຣັ່ງ, ຍີ່ປຸ່ນ, ສ ເກົາຫຼີ, ຣັດເຊຍ, ອີຕາລີ ແລະ ອື່ນໆ.
ຖ້າບໍ່ມີເວລາ, ນັກທ່ອງທ່ຽວສາມາດເຂົ້າມາຢາມອາຄານຫຼັງໜຶ່ງ ມີ 7 ຊັ້ນ ທີ່ຕັ້ງຢູ່ທາງເຂົ້າບ້ານ ບາດຈ່າງ. ທີ່ນີ້ ໄດ້ ວາງສະແດງບັນດາຂັ້ນຕອນການຜະລິດເຄື່ອງປັ້ນດິນເຜົາ, ບັນດາຜະລິດຕະພັນ ແລະ ບັນດາຕົວແບບເຕົາເຜົາດິນຈີ່ ທີ່ເກົ່າແກ່, ຂໍ້ມູນຂ່າວສານ ໃຫ້ແກ່ນັກທ່ອງທ່ຽວ ທີ່ມາຊອກຮູ້.
ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ຮັກສາໄດ້ມູນເຊື້ອຂອງຕົນ.
ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ໄດ້ວາງສະແດງໃນ ຫຼໍ່ເບົ່າ ເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຊົມ.
ຜະລິດຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ມີຫຼາກຫຼາຍ ຊະນິດ.
ບາດຈ່າງ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢ້າມຢາມ ແລະ ຊື້ເຄື່ອງ.
ນອກຈາກບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາມູນເຊື້ອ, ບາດຈ່າງ ຍັງຜະລິດຫຼາຍຜະລິດຕະພັນແບບໃໝ່ ເພື່ອຕອບສະໜອງໃຫ້ແກ່ລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. |
ບົດ ແລະ ພາບ: ແຄ໋ງລອງ-ກົງດາດ