• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານລ້ຽງປາກະຊັງ ເຈົາດົກ

ໝູ່ບ້ານລ້ຽງປາກະຊັງ ເຈົາດົກ, ແຂວງ ອານຢາງ ເປັນບ່ອນເຕົ້າໂຮມຜູ້ລ້ຽງປາກະຊັງຫຼາຍກວ່າໝູ່ຢູ່ຂົງເຂດທົ່ງພຽງແມ່ນຳ້ຂອງ. ນອກຈາກການພັດທະນາອາຊີບລ້ຽງປາມູນເຊື້ອ, ໝູ່ບ້ານແຫ່ງນີ້໋ຍັງໄດ້ຮູ້ເຖິງຄືສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຈັບໃຈອີກດ້ວຍ.
ຢືນຢູ່ເທິງຂົວ ໂກ່ນຕຽນ ເບິ່ງລົງມາ, ໝູ່ບ້ານລ້ຽງປາກະຊັງ ເຈົາດົກ ນອນຕິດແປະກັນຕາມສອງຝັ່ງແມ່ນຳ້ ເຈົາດົກ. 

ໝູ່ບ້ານລ້ຽງປາກະຊັງ ເຈົາດົກ ນອນຕິດແປະກັນຕາມສອງຝັ່ງແມ່ນຳ້ ເຈົາດົກ.


ສວຍໃຊ້ເນື້ອທີ່ໜ້ານຳ້ ເຈົາດົກ, ປະຊາຊົນຢູ່ທີ່ນີ້ ໄດ້ພັດທະນາການລ້ຽງປາດ້ວຍກະຊັງ 300 ໜ່ວຍ.


ອາຫານຂອງປາຊະນິດນ້ອຍ.


ຢູ່ໝູ່ບ້ານລ້ຽງປາກະຊັງ ເຈົາດົກ, ຄອບຄົວຜູ້ລ້ຽງໜ້ອຍກໍ່ມີກະຊັງ 2-3 ໜ່ວຍ,
ຄອບຄົວຜູ້ລ້ຽງຫຼາຍຈະມີກະຊັງກືອບ 10 ໜ່ວຍ.



ນອກຈາກການລ້ຽງປາກະຊັງ, ບັນດາຄອບຄົວທີ່ພວມອາໄສເທິງ
ແມ່ນຳ້ ເຈົາດົກ ຍັງທຳການຜະລິດປາແຫ້ງອີກດ້ວຍ. 



ປາສົດໄດ້ນຳໃຊ້ເພື່ອຜະລິດປາແຫ້ງ.


ການຜະລິດປາແຫ້ງ ນຳມາລາຍຮັບທີ່ໝັ້ນຄົງໃຫ້ແກ່ໝູ່ບ້ານລ້ຽງ
ປາກະຊັງ ເຈົາດົກ.



ກະຊັງທີ່ລ້ຽງປາບູ່ໜ່ວຍໜຶ່ງ. ປາບູ່ເມ່ືອຂາຍອອກ ຈະມີນຳ້ໜັກ
ແຕ່ 1,5-5 ກິໂລກຣາມ. ປາແຮງໃຫຍ່ ຂາຍແຮງໄດ້ລາຄາດີ.



ພໍ່ຄ້າມາເກັບຊື້ປາຢູ່ກັບທີ່.


ພໍ່ຄ້າຊາວຂາຍມາເກັບຊື້ ແລະ ເອົາໄປຂາຍທົ່ວທຸກບ່ອນຢູ່ຂົງເຂດ
ທ່ົງພຽງແມ່ນຳ້ຂອງ. 
        
ປະຈຸບັນ, ໝູ່ບ້ານລ້ຽງປາກະຊັງ ເຈົາດົກ ມີກະຊັງລ້ຽງປາກວ່າ 300 ໜ່ວຍ. ກະຊັງໜ່ວຍໜຶ່ງມີລວງຂວາງຍາວ 4 ແມັດ, ລວງຍາວ ຍາວ 7-8 ແມັດ ດ້ວຍເນື້ອທີ່ແຕ່ 60-100 ຕາຕະລາງແມັດ. ຊາວບ້ານຈະຕັ້ງເຮືອນຢູ່ເທິງກະຊັງ ແລະ ລ້ຽງປາຢູ່ລຸ່ມ.
 
ລຸງ ຮວິ່ງວັນເຫີນ, ອາຍຸ 62 ປີໃຫ້ຮູ້ວ່າ “ແຕ່ສະໄໝຂອງພໍ່ຂ້ອຍ ກໍ່ໄດ້ອາໄສຢູ່ທີ່ນີ້ ແລ້ວ. ດຽວນີ້ ເຖິງຂ້ອຍ ແລະ ລູກຫຼານຂອງຂ້ອຍຈະສືບຕໍ່ທຳອາຊີບນີ້”.
 
ກໍ່ຍ້ອນລາຄາປານັບມື້ນັບເພີ່ມສູງຂຶ້ນ, ສະນັ້ນ ລະດັບຊີວິດການ ເປັນຢູ່ຂອງຜູ້ລ້ຽງປາກະຊັງຢູ່ ເຈົາດົກ ກໍ່ໄດ້ຍົກສູງຂຶ້ນ. ດ້ວຍກະຊັງລ້ຽງປາ 2 ໜ່ວຍ, ຫັກອອກຄ່າໃຊ້ຈ່າຍຕ່າງໆ, ປີ 2016, ຄອບຄົວລຸງ ເຫີນ ບັນລຸໄດ້ກຳໄລກວ່າ 120 ລ້ານດົ່ງ. ສ່ວນຄອບຄົວລຸງດິງວັນມາຍ, ຜູ້ລ້ຽງປາບູ່, ປີນີ້ ກໍ່ມີກຳໄລກວ່າ 110 ລ້ານດົ່ງ ເມື່ອຂາຍປາບູ່ດ້ວຍຈຳນວນ 20 ໂຕນ.
  
ບໍ່ພຽງແຕ່ແມ່ນໝູ່ບ້ານອາຊີບເທົ່ານັ້ນ, ໝູ່ບ້ານລ້ຽງປາກະຊັງ ເຈົາດົກ ຍັງມີຫຼາຍຈຸດພິເສດໃນການເຄື່ອນໄຫວດ້ານວັດທະນະທຳຂອງຊາວພາກໃຕ້, ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ ສຳນັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເມື່ອມີໂອກາດໄດ້ມາຢ້ຽມຢາມແຂວງ ອານຢາງ.

 
ບົດ: ຫງວຽນແອງ - ພາບ: ທົງຫາຍ

 

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top