ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ແຂວງ​ ລອງ​ອານ ​ຕັ້ງ​ຢູ່​ປະຕູ​ ຂອງເຂດ​ເສດຖະກິດຂະຫຍັນ ຂັນເຂື່ອນ​ ຂອງ​ ພາກ​ພື້ນ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຊື່ອມ​ຕໍ່​ກັບ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ປັດຈຸບັນ ແມ່ນມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ເສດຖະກິດ​ຮອບດ້ານ.

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

ພາຍຫຼັງ 10 ປີ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, “ໂສມໜ້າ” ຊົນນະບົດ ຂອງ​ແຂວງ ລອງ​ອານ ສ່ວນຫຼາຍ​ແມ່ນ​ມີຄວາມ ກວ້າງ​ຂວາງ, ສະອາດ, ນັບ​ແຕ່​ຖະໜົນ​ສາຍ​ຫຼັກ ​ແລະ ​ເສັ້ນ ທາງ​ພາຍ​ໃນ ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ແໜ້ນ​ໜາ ​ເພື່ອ​ປະກອບສ່ວນ​ສ້າງ​ຄວາມ​ສະດວກ​ສະບາຍ​ໃນ​ຄວາມ ຕ້ອງການເດີນທາງໄປມາ ແລະ ການ​​ຂົນ​ສົ່ງ​ສິນຄ້າ​ ກະສິກຳ​ຂອງ ​ປະຊາຊົນ. ຖະໜົນຫົນທາງໃນຕາແສງ ໄດ້ຮັບການ ຍົກລະດັບ ແລະ ຂະຫຍາຍ, ສ້າງເງື່ອນໄຂສະດວກໃຫ້ ປະ ຊາຊົນ ໃນການເດີນທາງ, ຂົນສົ່ງ ແລະ ແລກປ່ຽນສິນຄ້າ. ໂຮງຮຽນ, ສະຖານີ, ໄຟຟ້າ, ນໍ້າສະອາດ ... ໄດ້ຮັບການລົງ ທຶນກໍ່ສ້າງຕາມມາດຕະຖານແຫ່ງຊາດ. ທ່ານ ເລມິນຕູ (ອາ ໄສຢູ່ຕາແສງ ດຶກຮວ່າຮ້າ, ເມືອງ ດຶກຮວ່າ) ກ່າວວ່າ: ຖ້າ ວ່າ ເມື່ອຫຼາຍປີກ່ອນ, ການເດີນທາງ ຍັງຫຍຸ້ງຍາກ ຍ້ອນ ເສັ້ນທາງ ຍັງມີຂໍ້ຈຳກັດ ແລະ ລະບົບການ ຄົມມະນາຄົມ ກໍ່ບໍ່ຫຼາກຫຼາຍ, ແຕ່ປັດຈຸບັນ, ຈາກຖະໜົນສາຍຫຼັກ, ເສັ້ນ ທາງ ເຊື່ອມຕໍ່ຕາແສງ, ເສັ້ນທາງ ເຊື່ອມບ້ານ ຈົນເຖິງ ບັນ ດາເສັ້ນທາງພາຍໃນ ບ້ານ ອອກໄປຫາເສັ້ນ ທາງຫຼວງ ລ້ວນແຕ່ ໄດ້ປູຢາງ ຢ່າງແໜ້ນໜາ. ການ​ພັດທະນາ​ລະບົບ​ຄົມມະນາຄົມ ​ພາກ​ລັດ ​ແລະ ​ເອກະ​ຊົນ​ ໄດ້​ຊ່ວຍ​ໃຫ້​ປະ ຊາຊົນ ​ມີ​ທາງ​ເລືອກ​ທີ່​ເໝາະ​ສົມ​ກວ່າ, ​ເວລາ​ເດີນທາງ​ຈາກ​ບ້ານ​ໄປ​ນະຄອນ​ ໂຮ່ຈີ​ມິນ ​ໃຊ້ເວລາສັ້ນ​ລົງ ​ແລະ ສະດວກ​ສະບາຍ ຂຶ້ນ. ຍ້ອນ​ແນວ​ນັ້ນ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະ ຊາຊົນ​ ໄດ້​ຮັບ​ການ​ປັບປຸງ​ ຫຼາຍ​ ​ເມື່ອ​ທຽບ​ໃສ່​ເມື່ອກ່ອນ.

ຮູບ​ແບບ​ການ​ຜະ​ລິດ​ໝາກ​ມັງ​ກອນ​ ຕາມ​ມາດ​ຕະ​ຖານ VietGAP ຢູ່​ເມືອງ​ ເຈົາ​ແທ່ງ.

ດ້ວຍ​ການ​ປະຕິບັດ ​ທີ່​ເໝາະສົມ ​ແລະ ​ຄົບຊຸດ, ​ໃນ​ໄລຍະ​ຜ່ານ​ມາ, ການ​ປະຕິບັດ​ ຫຼາຍ​ວິທີ​ແກ້​ໄຂ ​ແລະ ບົດບາດ​ເປັນ ເຈົ້າ​ ຂອງ​ ປະຊາຊົນ ​ໄດ້​ເສີມຂະຫຍາຍຢ່າງແທ້ຈິງ, ປະ ກອບສ່ວນ​ເຮັດ​ໃຫ້​ການ​ສ້າງ​ຊົນນະບົດ​ໃໝ່ ​ຂອງ ​ລອງ​ອານ ​ກ້າວ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ຢ່າງ​ເລິກເຊິ່ງ ແລະກວ້າງຂວາງ, ດຶງ​ດູດ​ປະຊາຊົນ​ຈາກ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ. ພ້ອມ​ກັນ​ນັ້ນ, ​ໂຄງການ​ສ້າງ​ຊົນນະບົດ​ໃໝ່​ກໍ່​ເຮັດໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຢູ່ເຂດ​ຊົນນະບົດ​ ​ໃກ້ຊິດ​ກັບ​ຕົວ​ເມືອງ ກວ່າ. ພິ​ເສດ, ລອງ​ອານ ສຸມ​ໃສ່​ຈັດ​ຕັ້ງ​ການ​ຜະລິດ​ຕາມ​ລະບົບ​ຄຸ້ມ​ຄອງ​ຄຸນຄ່າ, ຊ່ວຍ​ປະຊາຊົນ​ ເລືອກ​ເຟັ້ນ ລົງທຶນ​ ບັນ ດາ​ແນວປູກ, ລ້ຽງສັດ​ ຕົ້ນຕໍ​ ເພື່ອ​ຫຼຸດຜ່ອນ​ຕົ້ນ​ທຶນ, ​ເຊື່ອມ​ໂຍງ​ການ​ຜະລິດ​ກັບ​ການ​ບໍລິ​ໂພ​ກ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄຸນ ຄ່າ​ຜະລິດ​ຕະພັນ​ກະ​ເສດ​ ຜ່ານ​ການ​ນຳ​ໃຊ້​ວິທະຍາສາດ​ - ເຕັກນິກ ທີ່​ກ້າວໜ້າ, ເຕັກໂນໂລຊີສູງໃນ ການ ຜະລິດ ແລະ ການບໍລິໂພກ ຜະລິດຕະພັນ.

ປັດຈຸ​ບັນ, ​ເມືອງ ເກິ່ນຢວກ ມີ​ສະຫະກອນ​ຫຼາຍ​ແຫ່ງ​ປູກ​ຜັກ​ປອດສານພິດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ ​ຜັກ​ສະອາດ​ໃຫ້​ຕະຫຼາດ​ບັນດາ​ແຂວງ, ນະຄອນ​ພາກ​ໃຕ້.

ຖ້າ 5 ປີ​ກ່ອນ, ພວກ​ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ຮູບ​ແບບ​ປູກ​ຜັກ​ສະອາດ - ຜັກ​ປອດ​ສານພິດ ​ຢູ່​ສະຫະກອນ ​ກະສິກຳ ຜະລິດການ​ຄ້າ ​ແລະ ການ​ບໍລິການ ​ເຟືອກທິງ (​ເມືອງ ເກິ່ນ ຢວກ), ສະ​ຫະ​ກອນ ​ຜັກ​ປອດສານພິດ ເຟືອກຮວ່າ (​ເມືອງ ເກິ່ນເດຶອກ) ​ແມ່ນ​ສະຫະກອນ ​ທີ່​ເຂັ້ມ​ແຂງ, ມີ​ຄຸນ​ນະພາ​ບ ​ໃນ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ຜັກ - ຫົວ - ໝາກ​ໄມ້ ​ໃຫ້​ມີ​ຄວາມ​ປອດ​ໄພ ​ແລະ ຄຸນ​ນະພາ​ບ, ໝູນ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ໃນ​ການ​ປູກຝັງ ​ແລະ ປຸງ​ແຕ່ງ​ເບື້ອງ​ຕົ້ນ, ມາ​ຮອດ​ປັດຈຸ​ບັນ, ບັນດາ​ຫົວໜ່ວຍ​ໄດ້​ເພີ່ມ​ທະວີ​ຄວາມ​ສາ ມາດ ​ບົ່ມ​ຊ້ອນ​ຂອງ​ຕົນ​ ພ້ອມ​ກັບ​ການກຳນົດທິດ​ຂອງ​ລັດ ​ໃນ​ໄລຍະ​ ສ້າງ​ຊົນນະບົດ​ໃໝ່. ພິເສດ, ສະຫະກອນ ເຟືອກ ຮວ່າ ໄດ້ຂະຫຍາຍເນື້ອທີ່ ການຜະລິດ ແລະ ຄຸນນະພາບ ຜະລິດຕະພັນ ເນື່ອງຈາກ ປັດຈຸບັນມີ 41 ປະເພດຜັກ ແລະ ໝາກໄມ້ ໄດ້ມາດຕະຖານ VietGap, ໄດ້ຮັບການຮັບຮອງ ຈາກຄະນະຄຸ້ມຄອງ ຄວາມ ປອດໄພດ້ານສະບຽງອາຫານ ນະຄອນ ໂຮ່ຈີມິນ ແລະ ລອງອານ. ຜະລິດຕະພັນຂອງ ສະ ຫະກອນ ຕອບສະໜອງ ລະບົບຕ່ອງໂສ້ຄວາມປອດ ໄພ ດ້ານສະບຽງອາຫານ ແລະ ມີຢູ່ ໃນຮ້ານສັບພະສິນຄ້າ ແລະ ຫົວໜ່ວຍຂາຍຍ່ອຍ ຫຼາຍແຫ່ງ ໃນພາກໃຕ້. ສິ່ງ​ດັ່ງກ່າວ​ ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ, ສືບ​ຕໍ່​ຕິດ​ພັນ ​ແລະ ຊຸກຍູ້​ອາຊີບ​ກະສິກຳ “ປູກຜັກ” ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ.

ເຂົ້າ ​ຍັງ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕົ້ນ​ຕໍ ​ຂອງ​ ແຂວງ​ ລອງ​ອານ.

ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ການ​ນຳ ​ແລະ ປະຊາຊົນ, ລອງ​ອານ ຄາດ​ວ່າ​ ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ຈຸດໝາຍ​ ສ້າງ​ຊົນນະບົດ​ໃໝ່​ຢ່າງ​ສຳ​ເລັດ​ຜົນ, ດ້ວຍຄວາມປາດ​ຖະໜາ​ຢາກ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ ຊີວິດການເປັນ ຢູ່​ຂອງ​ ປະຊາຊົນ​ ໃຫ້ນັບ​ມື້​ດີ​ຂຶ້ນ, ໂສມໜ້າຂອງ​ຊົນ​ນະ​ບົດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ປະ​ກອບ​ສ່ວນເຂົ້າໃນຜົນ​ສຳ​ເລັດລວມ​ຂອງ​ໂຄງ​ການ​ ສ້າງ​ຊົນ​ນະ​ບົດ​ໃໝ່​ແຫ່ງ​ຊາດ.

ປັດຈຸ​ບັນ ທົ່ວ​ແຂວງ​ມີ 121/161 ຕາ​ແສງ​ ບັນລຸ​ມາດຖານ​ຊົນນະບົດ​ໃໝ່, (ກວມ 75,2% ຈໍານວນ​ຕາ​ແສງ​ໃນ​ແຂວງ), ບັນລຸ 85,2% ເມື່ອທຽບກັບ​ແຜນການ​ໄລຍະ 2021-2025; 30 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ ທີ່​ກ້າວໜ້າ, ບັນ ລຸ 52,6% ​ເມື່ອທຽບກັບແຜນການ​ໄລຍະ 2021-2025. ຄາດ ວ່າ​ ໃນປີ 2023, ລອງ​ອານ ​ຈະ​ມີອີກ 08 ຕາ​ແສງ​ ບັນລຸ​ມາດຖານ​ຊົນນະບົດ​ໃໝ່​, ຮອດ​ທ້າຍ​ປີ 2023 ຈະ​ມີ 127/161 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​, ບັນລຸ 78,9% ຕາແສງບັນລຸມາດຖານ ​ແລະ ມີອີກ 12 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່ ທີ່ກ້າວໜ້າ. (ຕາມ​ການ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ລອງ​ອານ).

 

ບົດ: VNP/ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ


Top