ເຊີນດົ່ງ-ໝູ່ບ້ານແກະສະຫຼັກຮູບປັ້ນອາຍຸຫຼາຍພັນປີ

ເຊີນດົ່ງ-ໝູ່ບ້ານແກະສະຫຼັກຮູບປັ້ນອາຍຸຫຼາຍພັນປີ

ທາງໃນ​ໂຮງ​ງານແກະສະຫຼັກຮູບປັ້ນ​ແຫ່ງໜຶ່ງ​ຢູ່​ບ້ານ​ ເຊີນ​ດົງ.

Tໝູ່​ບ້ານອາຊີບ​ສິລະ​ປະກຳ ​ເຊີນ​ດົ່ງ ​ໄດ້ຖືກ​ສູນ​ຫາຍໄປ ​ໃນຊຸມ​ປີ​ຕໍ່ສູ້​ຕ້ານ ​ອາ​ເມ​ລິ​ກາ ​ແລະ ​ໄລຍະເກື້ອກູນ, ​ແຕ່​ຫຼັງ​ຈາກນັ້ນ ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່ ​ໂດຍ​ນັກ​ສິລະ​ປິນຫງວຽນ​ຈີ໋​ເຢົ້າ ​ແລະຫງວຽນ​ດຶກ​ເກື່ອງ ເມື່ອ​ປີ1983. ທ່ານຫງວຽນ​ຈີ໋ເຢົ້າ, ນັກ​ສິລະ​ປິນ ຜູ້​ມີ​ຄຸນງາມຄວາມ​ດີ​ໃນສະໄໝຝຣັ່ງ ປົກູອງ ໄດ້​ຕັດສິນ​ໃຈ​ຟື້ນ​ຄືນອາຊີບ​ມູນເຊື້ອ ດ້ວຍ​ການຈັດ​ຊຸດ​ຮຽນ​ກ່ຽວ​ກັບ​ການ​ແກະສະຫຼັກ​ໄມ້ ​ແລະຂັດສີ, ​ເພື່ອ​ຖ່າຍທອດ​ອາຊີບ​ມູນເຊື້ອ​ໃຫ້​ແກ່ລູກ​ຫຼານ. ປັດຈຸ​ບັນ, ມີ​ນັກ​ສຶກສາຈຳນວນ30ກວ່າ​ຄົນ​ ໃນສະໄໝນັ້ນ ໄດ້​ກາຍ​ເປັນ​ຊ່າງ​ຫັດຖະກຳ​ທີ່​ດີ, ​ເປັນ​ເຈົ້າ​ຂອງ​ບັນດາໂຮງງານຜະລິດທີ່ມີ ຂະໜາດ​ໃຫຍ່​ໃນ​ໝູ່​ບ້ານ ​ແລະສືບ​ຕໍ່​ຖ່າຍທອດ​ອາຊີບ​ມູນເຊື້ອ​ໃຫ້ແກ່​ລຸ້ນໜຸ່ມ. ມາ​ຮອດ​ປັດຈຸ​ບັນ, ອາຊີບມູນເຊື້ອ ຂອງ​ໝູ່​ບ້ານ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ້ນສູ່​ລຸ້ນ.

ເພື່ອເລີ່ມຕົ້ນການສ້າງຮູບປັ້ນໜຶ່ງຂຶ້ນມາ, ການເລືອກໄມ້ ແມ່ນສໍາຄັນທີ່ສຸດ. ວັດຖຸດິບ ໃນການເຮັດຮູບປັ້ນ ພະພຸດທະຮູບ ຕ້ອງເປັນ ຕົ້ນໄມ້ມີ້,ເພາະມັນມີຄວາມຍືດຫຍຸ່ນ, ອ່ອນແລະເປັນເສັ້ນໃຍ, ດັ່ງນັ້ນຈຶ່ງຫຼີກລ່ຽງຄວາມຜິດພາດໃນ ເວລາ ຄວັດ ເຈາະ. ໄມ້ມີ້ຍັງມີຄວາມທົນທານສູງ, ແຕກໜ້ອຍ, ງ່າຍທີ່ຈະ ປອກເປືອກໄດ້. ແຫຼ່ງ​ ໄມ້ ມີ້ ​ທີ່​ມາ​ຈາກ​ແຂວງ​ຕ່າງໆ​ຄື: ຝູ໋ເຖາະ, ຖ໋າຍງວຽນ, ແທງ​ຮວາ, ເງະ​ອານແມ່ນ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຈາກ​ຊາວເຊີນ​ດົ່ງ. ໄມ້ ມີ້ ຖືກນໍາໃຊ້ເປັນແກນຫຼັກ ເພື່ອປຸງແຕ່ງ. ເຕັກນິກການທາສີແດງ, ໂອບຄຳຮູບປັ້ນ ກໍ່ຕ້ອງສຸມກຳລັງ ແລະ ສະຕິປັນຍາດ້ວຍ ຫຼາຍຂັ້ນຕອນເຊັ່ນ: ທາສີແລ້ວນຳໄປຂັດຫຼາຍຄັ້ງ ກ່ອນທາສີເງິນແລະ ຄຳໃສ່ຮູບປັ້ນ ຕາມຄວາມຕ້ອງການຂອງລູກຄ້າ.

ການ​ເຮັດ​ຮູບ​ປັ້ນ ​ເປັນ​ເລື່ອງ​ຍາກ​ທີ່​ສຸດ, ນາຍຊ່າງ ​ຕ້ອງ​ຝັງ​ຈິດ​ວິນ​ຍານ​ເຂົ້າໃນຮູບ​ປັ້ນ, ເບິ່ງ​ຄື​ມີ​ຊີວິດຊີວາ, ມີ​ຮູບ​ຮ່າງນອກ​ນັ້ນ, ບັນ ດາຜະ​ລິດ​ຕະ​ພັນ​ເຄື່ອງ​ໄຫວ້​ບູຊາ ​ທີ່​ທາ​ສີ​ແດງ, ໂອບຄຳ ຜ່ານ​ຝີ​ມື​ທີ່ຊໍານິ ຊໍານານ ຂອງ ນາຍຊ່າງຫັດຖະກຳ ​ບ້ານເຊີນ​ດົ່ງ ກໍ່ມີຄວາມປານີດ ສວຍງາມ.

ໄມ້​ທີ່​ໃຊ້​ ແກະສະຫຼັກ ພະພຸດທະຮູບ ຕ້ອງເປັນ ຕົ້ນໄມ້ ມີ້. 

ປັດຈຸ​ບັນ, ທົ່ວ​ຕາ​ແສງ ​ມີນາຍຊ່າງ ທຳອາຊີບຜະລິດເຄື່ອງ​ຫັດຖະກຳ​ສິລະປະ ປະຈໍາ4.000ກວ່າ​ຄົນ, ​ໃນ​ນັ້ນ​ກວ່າ​ເຄິ່ງໜຶ່ງ​ແມ່ນນາຍຊ່າງ​ທີ່ມີຝີມື​ດີ, ​ເປັນ​ຄົນ​ງານ​ດີ​ຫຼາຍ​ຄົນ​ໄດ້​ຮັບ​ການເຊີດຊູ​ ແລະ​ ຮັບນາມມະຍົດ​ເປັນ​ຊ່າງ​ຫັດຖະກຳ. ພາຍໃຕ້ຝີມືທີ່ຄ່ອງແຄ່ວຂອງຊ່າງຫັດຖະກຳ ຂອງບ້ານເຊີນດົ່ງ, ຫຼາຍຜະລິດຕະພັນ ສິລະປະ ທີ່ມີຄວາມປານີດສູງ, ເຂັ້ມຂຸ້ນໄປດ້ວຍເອກະລັກຊາດ ໄດ້ຜະລິດອອກມາ. ໝາກຜົນທີ່ບັນດານາຍຊ່າງບ້ານເຊີນດົ່ງຍາດມາໄດ້ ພາຍຫຼັງທີ່ເຮັດວຽກມາເປັນເວລາຫຼາຍວັນແມ່ນ ຊື່ສຽງທີ່ຫອມຫວນ, ບໍ່ພຽງແຕ່ດັງກ້ອງກັງວານໄປທົ່ວທຸກ ພາກເທ່ົານັ້ນ, ຫາກຍັງດັງກ້ອງກັງ ວານໄປຫຼາຍປະເທດ ໃນໂລກ ອີກດ້ວຍ.


ພິ​ເສດ ​ຢູ່​ເຊີນ​ດົ່ງ​ ເມື່ອລູກ​ຄ້າ​ສັ່ງ​ເຄື່ອງ​ໄຫວ້​ບູຊາ​ ​ໃດ​ໜຶ່ງ, ນາຍຊ່າງ​ຢູ່​ທີ່​ນີ້​ ສາ​ມາດ​ເຮັດ​ໄດ້​ທັນ​ທີ​ໂດຍ​ບໍ່​ຕ້ອງ​ມີ​ຕົວ​ຢ່າງ. ນອກຈາກ​ນັ້ນ, ນາຍຊ່າງ ​ເຊີນ​ດົ່ງຍັງ​ແກະສະຫຼັກ​ຮູບ​​ຄົນ ​ຕາມ​ພາບຊີວິດ ຫຼື ​ຮູບ​ເຕັມ​ຮ່າງກາຍຂອງລູກຄ້າ, ຈາກ​ນັ້ນ ​ຈຶ່ງ​ແກະສະຫຼັກ​ຮູບ​ ​ໃສ່ໄມ້​ໃຫ້​ຄ້າຍຄື​ກັບ​ຮູບ​ຖ່າຍ. ເພື່ອເຮັດສິ່ງເຫຼົ່ານີ້ ໄດ້, ນາຍຊ່າງ ຕ້ອງມີປະ ສົບການ, ເຂົ້າໃຈບຸກຄະລິກກະພາບ, ຕໍາແໜ່ງ, ຕໍາແໜ່ງ ຂອງຮູບປັ້ນແຕ່ລະອັນໃນໃຈແລ້ວຝັງຈິດວິນຍານ ເຂົ້າໃນ ຜະລິດຕະພັນ.

ຂັ້ນຕອນການທາສີ ແລະ ຂັດຮູບປັ້ນ. 

ອາຊີບ​ອັນ​ລ້ຳ​ຄ່າ​ ໃນ​ມື​ຂອງ​ນາຍຊ່າງ ​ເຊີນ​ດົ່ງຍັງ​ໄດ້​ແຜ່​ລາມ​ໄປ​ທົ່ວ​ພາກ​ພື້ນ, ປະກອບສ່ວນ​ຟື້ນ​ຟູ ​ແລະອະນຸລັກ​ຮັກສາ​ບັນດາກິດຈະກຳ​ດ້ານ​ວັດທະນະທຳ ແລະ ຈິດວິນຍານ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ຄະນະ​ຊາວ​ໜຸ່ມ​ຂອງ​ໝູ່​ບ້ານ​ຫັດຖະກຳເຊີນ​ດົ່ງ ​ໄດ້​ເຂົ້າມາ​ນະ​ຄອນ​ໃຫຍ່​ເພື່ອ​ເປີດ​ໂຮງງານຜະລິດ, ​ຮ້ານ​ຄ້າ​ແນະນຳ​ຜະລິດຕະພັນແກະ ສະຫຼັກ, ເຄື່ອງຫັດຖະກຳ ສິລະປະກຳ ​ອັນ​ດີງາມ​ຂອງ​ໝູ່​ບ້ານ.ດ້ວຍ​ເຫດ​ນັ້ນ, ​ໄດ້​ຊ່ວຍ​ໃຫ້ເຄື່ອງໝາຍການຄ້າ​ເຄື່ອງ​ບູຊາ​, ຮູບ​ແກະສະ ຫຼັກ ​ໄມ້, ​ເຄື່ອງ ຫັດຖະກຳ​ສິລະ​ປະ ອັນ​ດີງາມ​ຂອງເຊີນ​ດົ່ງ ​ໄດ້​ຮັບ​​ຮູ້​ ​ຈາກ​ປະຊາຊົນ ​ນັບ​ມື້​ຫຼາຍ​ຂຶ້ນ.


ປີ2007, ປຶ້ມສະຖິຕິຫວຽດນາມໄດ້ບັນທຶກ ເຊີນດົ່ງເປັນໝູ່ບ້ານແກະສະຫຼັກ ຮູບປັ້ນ ພະພຸດທະຮູບ ໃຫຍ່ທີ່ສຸດຢູ່ຫວຽດ ນາມ. ປັດຈຸ​ບັນ, ບັນດາ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ຫັດຖະກຳ ​ເຊີນ​ດົ່ງບໍ່ພຽງແຕ່​ໄດ້​ຮັບ​ໃຊ້​ຊີວິດ​ດ້ານ​ວັດທະນະທຳ ທາງໃຈ, ຄວາມເຊື່ອຖືດ້ານສາສະໜາ ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ,ແຕ່​ຍັງ​ສົ່ງ​ອອກ​ໄປ​ຍັງ​ຕ່າງປະ​ເທດ​ຄື: ຍີ່ປຸ່ນ, ສ ​ເກົາຫຼີ, ​ຣັດເຊຍ... ອີກດ້ວຍ.

ຝີມືດີ​ຂອງ​ນາຍຊ່າງບ້ານ ​ເຊີນ​ດົ່ງຍັງ​ໄດ້ສ້າງສັນຍາລັກ ໃນ​ບັນດາ​ກິດຈະກຳດ້ານ​ວັດ​ທະນະ​ທຳ​ ຂອງ​ ຮ່າ​ໂນ້ຍເຊັ່ນ: ວັນມ້ຽວ ກວັກຕື໋ຢາມ, ເຄວວັນກາກ, ວັດ ​ຫງອກ​ເຊີນ, ຂົວເທຮຸກ, ວັດເສົາດຽວ...

  • ບົດ: VNP/ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ  

Top