ອາຊີບຜະລິດໝູ ດິນເຜົາ ຢູ່ ຫຼາຍທຽວ

ອາຊີບຜະລິດໝູ ດິນເຜົາ ຢູ່ ຫຼາຍທຽວ

ຕຸກກະຕາ​ໝູ​ ຢູ່​ ຫຼາຍທຽວ ​ໄດ້​ຮັບ​ຄວາມ​ນິຍົມ ​ຢ່າງ​ຫຼວງ​ຫຼາຍ​ຢູ່​ຕະຫຼາດ​ ກຳປູ​ເຈຍ, ຍີ່ປຸ່ນ, ​ໄທ, ລາວ… ພາບ: ທົງຫາຍ/VNP

ຕຸກກະຕາໝູ ທີ່ມີຮູບຊົງແປກປະຫຼາດ, ມີຫຼາຍສີສັນ, ມີຄວາມ ສະໜິດຕິດພັນກັບໄວເດັກ ຍັງໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ ມາເປັນເວລາເກືອບເຄິ່ງ ສະຕະວັດ ຢູ່ ຫຼາຍທຽວ (ແຂວງ ບິ່ງເຢືອງ).

ຫຼາຍທຽວ ເປັນທ່ີຮູ້ກັນວ່າ ແມ່ນໜຶ່ງໃນບັນດາສະຖານທີ່ ຜະ ລິດ ຕຸກກະຕາໝູ ທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ. ປະ ຊາຊົນ ຢູ່ແຫ່ງນີ້ ມີຄວາມສະໜິດຕິດພັນກັບອາຊີບດັ່ງ ກ່າວ ມາເປັນເວລາ 40 ກວ່າປີ, ມີຫຼາຍຄອບຄົວເລີ່ມທຳອາຊີບ ຜະ ລິດ ຕຸກກະຕາໝູ ໃນຊຸມປີ 70 ຂອງ ສະຕະວັດກ່ອນ, ປັດຈຸບັນຍັງຮັກສາ ແລະ ພັດທະນາອາຊີບນີ້ ດ້ວຍຄວາມພາກ ພູມໃຈ. ເຖິງວ່າ ໃນປັດຈຸບັນ, ມີເຕັກໂນໂລຊີ ທີ່ທັນສະໄໝ, ຜະລິດຕະພັນຫຼາຍຊະນິດ ໄດ້ນຳໃຊ້ວັດຖຸໃໝ່, ແຕ່ຕຸກກະຕາ ໝູ ຫຼາຍທຽວ ຍັງໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄົນ.


ພິ​ເສດ​ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ຈາກຄວາມ​ຕ້ອງການ​ຂອງ​ການ​ນຳ​ໃຊ້​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຜະລິດ​ຕະພັນ​ຕຸກກະຕາໝູ ໄດ້ຮັບການ ຜະລິດ ດ້ວຍຫຼາຍປະເພດ​ ທີ່​ອຸດົມສົມບູນ ​ແລະ ມີ​ຮູບ​ແບບ​ທີ່​ສວຍ​ງາມ, ​ເຮັດ​ໃຫ້​ຜະລິດຕະພັນຕຸກກະຕາໝູ ຫຼາຍທຽວ ສາ ມາດແຂ່ງຂັນ ໄດ້ ກັບ​​ຜະລິດ​ຕະພັນ ຕຸກກະຕາໝູ ທີ່ເຮັດຈາກ​ປຼາສະຕິກ ຫຼື ໄມ້.

ທ່ານ ຫງວຽນ​ວັນ​ຕວ໋ນ ຢູ່​ໝູ່ບ້ານຜະລິດຕຸກກະຕາໝູ ຫຼາຍ ທຽວ ​ກ່າວວ່າ: ຮຸ່ນພໍ່ເຖົ້າ ຂອງ​ ຂ້າພະ​ເຈົ້າ​ເຄີຍ​ເຮັດ​ເຄື່ອງ​ປັ້ນ ດິນ​ເຜົາ, ຈາກ​ນັ້ນ​ ປ່ຽນ​ມາ​ເຮັດ​ຕຸກກະຕາໝູ, ມາຮອດຮຸ່ນ ຂ້າ ພະເຈົ້າກໍ່ເຮັດຕຸກກະຕາໝູ. ການເຮັດ ຕຸກກະຕາໝູ ແມ່ນ ລຳ ບາກຫຼາຍ, ລາຍຮັບບໍ່ສູງ ແລະ ຕ້ອງການຄວາມພິຖີພິຖັນ, ສະ ນັ້ນ ຊາວໜຸ່ມຫຼາຍຄົນ ຈຶ່ງປ່ຽນວຽກໄປເຮັດວຽກອື່ນເພື່ອ ລ້ຽງ ຊີບ. ຂ້າພະເຈົ້າ ມີຄວາມຮັກຕໍ່ອາຊີບນີ້, ຖ້າຕ້ອງຍອມແພ້, ຂ້າພະເຈົ້າ ຈະຄິດຮອດກິ່ນດິນໜຽວ, ຄິດຮອດສັດງາມໆ ຫຼາຍ ໂຕ ທີ່ຕົນເອງສ້າງມາ, ປະດັບປະດາ ແລະ ສ້າງຈິດວິນຍານ ໃຫ້ມັນ”.


ບັນດາຕຸກກະຕາໝູ ​ໄດ້​ຄອບ​ຄົວ ທ່ານ ຫງວຽນ​ວັນ​ຕວ໋ນ ຜະ ລິດ ຈາກດິນໜຽວ ແລະ ຖອກ​ໃສ່​ແມ່​ພິມ​ແລ້ວ​ເອົາໄປເຜົາ. ຫຼັງ ຈາກເຜົາ ແລ້ວ ຈະນໍາໄປຕາກແດດ ແລະ ສຸດທ້າຍແມ່ນທາສີ ແລ້ວຕົກແຕ່ງໃຫເສວຍງາມ. ປັດຈຸ​ບັນ, ທ່ານ ຫງວຽນ​ວັນ​ຕວ໋ນ ​ໄດ້​ຈຳໜ່າຍອອກ ສູ່ຕະຫຼາດ ພາຍໃນ ແລະ ສົ່ງອອກໄປຍັງ ກຳປູເຈຍ ແລະ ລາວ  80.000 ໂຕ/ເດືອນ. ​ໂດຍ​ສະ​ເລ່ຍ​ແລ້ວ, ​ຫຼັງຈາກຫັກອອກຄ່າ ໃຊ້ຈ່າຍຕ່າງໆ ຈະ​ໄດ້​ກຳ​ໄລ​ປະ ມານ 3.000 - 4.000 ດົ່ງ/ໂຕ.

ນອກຈາກການຜະລິດຕຸກກະຕາໝູ, ຄອບ​ຄົວທ່ານ ຫງວຽນ​ວັນ​ຕວ໋ນ ຍັງໄດ້ຜະລິດຕຸກກະຕາ ຫຼາຍຊະນິດ ຕາມ​ຮູບສັດ ແລະ ໝາກ​ໄມ້​ອີກດ້ວຍ, ພິ​ເສດ​ແມ່ນ​ສັດ ສັກສິດ ຂອງແຕ່​ລະ​ປີ.

ທ່ານນາງ ເລທິທູເຊືອງ, ເຈົ້າຂອງໂຮງງານຜະລິດ ຕຸກກະຕາ ໝູ ທູເຊືອງ ຢູ່ ຫຼາຍທຽວ ໃຫ້ຮູ້ວ່າ: “ຄອບຄົວ ຂອງຂ້າພະເຈົ້າ ໄດ້ເຮັດຕຸກກະຕາໝູ ມາຫຼາຍລຸ້ນຄົນ ແລ້ວ, ສະນັ້ນບັນດາ ຂັ້ນ ຕອນຂອງການ ເຮັດຕຸກກະຕາໝູ ເບິ່ງຄືວ່າ ໄດ້ຊຶມເຂົ້າໃນ ສາຍເລືອດຕັ້ງແຕ່ນ້ອຍ. ເຖິງ​ວ່າ​ ຂ້າ​ພະ​ເຈົ້າ ​ມີ​ອາ​ຍຸ​ເກືອບ 60 ປີ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຢາກເຮັດ ເພື່ອ​ປົກ​ປັກ​ຮັກ​ສາ​ອາ​ຊີບ​ຂອງ​ບັນພະບຸລຸດ. ປັດຈຸ​ບັນ, ຢູ່​ ຫຼາຍ​ທຽວ ​ມີ​ພຽງ 19 ຄອບຄົວ​ທີ່​ເຮັດ​ອາຊີບ​ຜະລິດຕຸກກະຕາ​ໝູ ເທົ່ານັ້ນ.

 


ປັດຈຸບັນ, ລາຄາ​ຂາຍ​ຍ່ອຍ​ຕຸກກະຕາ​ໝູ ​ຫຼາຍທຽວ ແມ່ນ​ຂຶ້ນ​ກັບ​ຂະໜາດ ​ແລະ ການ​ອອກ​ແບບ​, ຈະມີລາຄາ​ແຕ່ 7.000 - 10.000 ດົ່ງ/ໂຕ, ລາຄາຂາຍ​​ສົ່ງ​ມີພຽງ​ແຕ່ 4.000 ດົ່ງ/ໂຕ. ໃນ​ບັນ​ດາ​ປະ​ເພດ​ຕຸກກະຕາໝູ, ປະ​ເພດ​ຂາຍ ໄດ້ດີ​ທີ່​ສຸດ​ໃນ​ປັດຈຸ ບັນ ແມ່ນ​ປະເພດຕຸກກະຕາໝູ ສີ​ເຫຼືອງ​, ຊຶ່ງ​ມີ​ລາ​ຄາ​ແພງກວ່າ​ສີ​ປົກ​ກະ​ຕິ​.

ຜະລິດ​ຕະ​ພັນ​ ຕຸກກະຕາໝູ​ ຂອງ​ ໝູ່​ບ້ານ​ ຫຼາຍທຽວ ໄດ້ຈໍາ ໜ່າຍ ອອກສູ່ບັນດາ​ແຂວງ ຕ່ຽນ​ຢາງ, ອານ​ຢາງ ແລະ ບັນດາ ແຂວງ ເຂດ​ຕາ​ເວັນ​ຕົກ ແລະຕາ​ເວັນ​ອອກ​ສ່ຽງ​ໃຕ້, ນອກນີ້ຍັງ​ສົ່ງ​ອອກ ​ໄປ​ຍັງ ລາວ, ກຳ​ປູ​ເຈຍ ແລະ ໄທ. ພິເສດ, ໃນແຕ່ລະ ໂອກາດ ເປີດສົກຮຽນໃໝ່ (ເດືອນ ກັນຍາ ຂອງ ທຸກໆ ປີ) ຫຼື ເນື່ອງໃນໂອກາດ ບຸນປີໃໝ່ປະຈໍາຊາດ, ໝູ່ບ້ານອາຊີບຜະລິດ ຕຸກກະຕາໝູ ຫຼາຍທຽວ ຍັງມີໂອກາດ ຂາຍສິນຄ້າ ໄດ້ຫຼາຍທີ່ ສຸດ.

 

ຕຸກກະຕາໝູ ບາງຊະນິດທີ່ມີສີສັນເປັນທີ່ນິຍົມຫຼາຍຈາກລູກຄ້າ:


ປະຕິບັດ: VNP/ທົງຫາຍ - ແປໂດຍ: ຢືຟຽນ

Top