• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ໃສ່ວິນຍານ ຫວຽດ ເຂົ້າໃນດອກໄມ້

ດ້ວຍສີມືອັນຄ່ອງແຄ່ວ ແລະ ຄວາມຫຼົງໄຫຼ ກ່ຽວກັບ ສິລະປະ ຂອງ ຕົນ, ທ່ານ ກ່ຽວກາວຢຸ້ງ - ຫົວໜ້າກຸ່ມ ຫວຽດ Souvenir ໄດ້ ເຮັດໃຫ້ດອກໄມ້ ສາມາດ ຮັກສາໄວ້ ຄວາມສວຍງາມ ແບບ ທຳ ມະຊາດ ນັບເປັນເວລາສິບປີ ແລະ ຕິດພັນກັບວັດທະນະທຳ ຫວຽດນາມ.
ໃນຊ່ວງເວລາເຮັດວຽກ ກ່ຽວກັບການທ່ອງທ່ຽວ, ທ່ານ ຢຸ້ງ ເຫັນວ່າ ມີນັກທ່ອງທ່ຽວຫຼາຍຄົນ ເມື່ອມາ ຫວຽດນາມ ຢາກຊື້ເຄື່ອງ ທີ່ລະ ນຶກ ທີ່ ມີສີສັນວັດທະນະທຳ ຂອງ ຫວຽດນາມ ກັບເມືອ ເພື່ອເປັນ ຂອງ ຕ້ອນສຳລັບໝູ່ເພື່ອນ ແລະ ພີ່ນ້ອງ. ພ້ອມກັບສັງເກດເຫັນ ຢູ່ໂຮງແຮມຫຼາຍແຫ່ງ ຕ້ອງປ່ຽນ ດອກໄມ້ສົດ ເພື່ອການປະດັບປະ ດາໃຫ້ແກ່ ບ່ອນຮັບຕ້ອນແຂກ ເປັນປະຈຳ, ເພາະສະນັ້ນ ທ່ານ ໄດ້ຕັດສິນໃຈ ຢຸດວຽກງານທີ່ຕົນເອງ ກຳລັງເຮັດ ເພື່ອຄົ້ນຄວ້າ ຊອກຫາ ຄວາມງາມແບບອໍາມະຕະ ໃຫ້ດອກໄມ້ ເພ່ືອການປະ ດັບປະດາ ທັງເປັນ ຂອງຕ້ອນອີກດ້ວຍ.

ເມື່ອຫາກໍລົງມືປະຕິດບັດ ຜົນການປະດິດແຕ່ງທຳອິດ, ທ່ານ ຢຸ້ງ ຕ້ອງຖິ້ມ ດອກໄມ້ ນັບຫຼາຍພັນດອກ ຍ້ອນບໍ່ທັນເຂົ້າໃຈໄດ້ ລັກ ສະນະພິເສດ ຂອງມັນຢ່າງລະອຽດ. ໂດຍອາໄສ ການຊ່ວຍເຫຼືອ ຂອງ ນາຍຊ່າງຜູ້ມີສີມືດີ ຫງວຽນບ໋າມີວ, ທ່່ານ ຢຸ້ງ ໄດ້ມີຜົນງານ ທຳອິດທີ່ໃສ່ຊື່: “ພໍ່ ແລະ ແມ່” ຊຶ່ງເໝືອນດັ່ງ ຂອງຂວັນ ທີ່ທ່ານ ຢາກເຮັດມາ ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ຜູ້ບັງເກີດເກົ້າ.


ສະຖານທີ່ປະດິດສ້າງບັນດາຜະລິດຕະພັນທີ່ເຂັ້ມຄົ້ນໄປດ້ວຍ ສີສັນວັດທະນະທຳມູນເຊື້ອຂອງທ່ານ ຢຸ້ງ.


ດ້ວຍຄວາມຫຼົງໄຫຼ ແລະ ສີມືອັນຄ່ອງແຄ່ວຂອງຕົນ, ທ່ານຢຸ້ງ ໄດ້ເຮັດໃຫ້ ບັນດາດອກໄມ້ສົດ ສາມາດຮັກສາໄວ້ ຄວາມງາມ ແບບທຳມະຊາດ ທີ່ຍືນຍົງຄົງຕົວ ຢູ່ຄູ່ກັບວັນເວລາ.


ຫຼັງຈາກຜ່ານການຈັດແກ້ ເພື່ອໃຫ້ດອກໄມ້ ມີຄວາມງາມ ແບບທຳມະຊາດ, ດອກໄມຈະໄດ້ແຊ່ກັບທາດເຄມີ ເພື່ອໃຫ້ມີ ສີຂາວ. 


ສີຍ້ອມດອກໄມ້ລ້ວນແຕ່ເປັນບັນດາປະເພດ ໃຊ້ໃຫ້ແກ່ ບັນດາປະເພດເຂົ້າໜົມ, ມີຄວາມປອດໄພຕໍ່ຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ. 


ດອກໄມ້ຫຼັງຈາກຜ່ານການຍ້ອມສີ ຈະໄດ້ນຳເຂົ້າສູ່ຕູ້ອົບແຫ້ງ. 


ທ່ານຢຸ້ງ ຈະຕ້ອງໃຊ້ເຄື່ອງຈັກ ດັດກີບດອກໄມ້ ເພື່ອໃຫ້ ມີຄວາມອ່ອນນວນແບບທຳມະຊາດ. 


ນອກຈາກນຳໃຊ້ເພື່ອການປະດັບປະດາພາຍໃນເຮືອນ, ທ່ານ ຢຸ້ງ ຍັງ ປະສົມປະສານ ບັນດາປະເພດດອກໄມ້ແຫ້ງ
ກັບບັນດາ ຜະລິດຕະພັນອື່ນໆເຊັ່ນ: ພາບແຕ້ມ, ສິລະປະແຕ້ມໜັງສື...



ມີຊາວໜຸ່ມຫຼາຍຄົນ ມີຄວາມຫຼົງໄຫຼກັບດອກໄມ້ແຫ້ງ ກໍຊອກມາ ເພື່ອການສຶກສາຫາຄວາມຮູ້ ກໍຄືປະສານສົມທົບກັບ ທ່ານ ຢຸ້ງ ເພື່ອພ້ອມກັນພັດທະນາ.


ທ່ານຢຸ້ງ ແນະນຳຕໍ່ນັກທ່ອງທ່ຽວຕ່າງປະເທດ ກ່ຽວກັບ ຜະລິດຕະພັນດອກໄມ້ແຫ້ງ ທີ່ເປັນເອກະລັກຂອງຕົນ ຢູ່ຮ້ານ ຂາຍເຄື່ອງທີ່ລະນຶກ. 

ເຖິງວ່າບໍ່ໄດ້ຜ່ານການສຶກສາໃດໜຶ່ງ ກ່ຽວກັບສິລະປະ ລະບາຍສີ ກໍຕາມ, ແຕ່ພາຍໃຕ້ສີມືອັນຄ່ອງແຄ້ວຂອງ ຕົນ ທ່ານ ຢຸ້ງ ໄດ້ໃຫ້ ກຳເນີດ ບັນດາຜົນການປະດິດແຕ່ງຕາມລຳດັບເຊັ່ນ: “ວັດເສົາ ດຽວ”, “ກຸງເກົ່າ ເຫວ້”, “ຕາເວັນຕົກສ່ຽງເໜືອ”, “ຫາບດອກໄມ້” ແລະ ຜົນການປະດິດແຕ່ງອີກ ຫຼາຍຮ້ອຍ ຈາກດອກໄມ້ສົດ ທີ່ໄດ້ ຜ່ານບັນດາຂັ້ນຕອນທາງດ້ານເຕັກນິກ ເພື່ອສາມາດຮັກສາໄວ້ ຄວາມງາມ ແບບທຳມະຊາດ ທີ່ຍືນຍົງຄົງຕົວ ຢູ່ຄູ່ກັບວັນເວລາ.

ທ່ານ ຢຸ້ງ ໃຫ້ຮູ້ວ່າ ເຕັກນິກ ສ້າງດອກໄມ້ທີ່ຮັກສາໄວ້ ຄວາມງາມ ແບບທຳມະຊາດ ແລະ ທົນທານກັບວັນເວລາ ຕ້ອງຜ່ານ 4 ຂັ້ນ ຕອນ ຊຶ່ງລວມມີ: ເລືອກວັດຖຸດິບ ຖືກຕາມ ຄວາມຕ້ອງການ ກ່ຽວ ກັບຄວາມສົດ ແລະ ຄວາມເບັ່ງບານຂອງດອກໄມ້, ຫຼັງຈາກນັ້ນ ຈັດແກ້ດອກໄມ້ ດ້ວຍບັນດາທາດເຄມີ ທີ່ເປັນມິດ ກັບສິ່ງແວດ ລ້ອມແລ້ວ ສົ່ງເຂົ້າຕູ້ອົບແຫ້ງ. ທຳມະດາ, ຂັ້ນຕອນ ຈັດແກ້ດອກ ໄມ້ ຈະໃຊ້ເວລາ 10 ວັນ. ສຸດທ້າຍແມ່ນການປະດິດສ້າງ ດອກ ໄມ້ ແລ້ວແຕ່ແນວຄວາມຄິດຂອງຕົນ. ຂັ້ນຕອນນີ້ ຕ້ອງຄິດໄລ່ ແນວໃດ ເພື່ອໃຫ້ດອກໄມ້ ເມື່ອນຳເຂົ້າ ຜົນການປະດິດແຕ່ງ ຈະ ໃຫ້ຮູບຊົງ ແລະ ສີສັນ ທີ່ເໝາະສົມກັບຄວາມໝາຍ ຫົວຂໍ້ ຂອງ ຜົນການປະດິດແຕ່ງນັ້ນ.

ສິ່ງທີ່ພິເສດ ກໍ່ຄື ໃນທຸກການປະດິດແຕ່ງ ກ່ຽວກັບດອກໄມ້ ຂອງ ທ່ານ ຢຸ້ງ ຫຼາຍຄົນຕ່າງກໍເຫັນ ການປະສົມປະສານ ກັບ ບັນດາຜະ ລິດຕະພັນ ທ່ີເຮັດດ້ວຍຫວາຍ ໄມ້ໄຜ່ສານ. ສິ່ງດັ່ງກ່າວໄດ້ຊ່ວຍ ໃຫ້ ບັນດາຜົນການປະດິດແຕ່ງ ຂອງ ທ່ານ ຢຸ້ງ ບໍ່ພຽງແຕ່ມີ ຄວາມ ສວຍງາມ ຢ່າງຈັບຕາຈັບໃຈຍິ່ງຂຶ້ນເທ່ົານັ້ນ, ແຕ່ຍັງມີລັກສະນະ ປະຍຸກໃຊ້ສູງໃນຊີວິດອີກດ້ວຍ. 

ບັນດາຜົນການປະດິດແຕ່ງ ກ່ຽວກັບ ດອກໄມ້ແຫ້ງ ຂອງທ່ານ ຢຸ້ງ: 

ຜົນການປະດິດແຕ່ງ “ວັດເສົາດຽວ” ເປັນໜຶ່ງໃນສອງ ຜົນການປະດິດແຕ່ງ ທີ່ທ່ານ ຢຸ້ງ ທີ່ໄດ້ປະຕິບັດ ດ້ວຍຄວາມພິຖີພິຖັນທີສຸດ. 












ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top