• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ມ່ວນຊື່ນກັບການສະແດງ ບ໋ອງໂຣ໊ຍ - ເດ້ຍນ່າງ ຢູ່ເຂດພາກໃຕ້

ພິທີຂໍຄວາມຢູ່ເຢັນເປັນສຸກ ຢູ່ຫໍບູຊາ ບ່າ ຫງູ໊ແຫ່ງ (ໝູ່ບ້ານ ເຕິນເຍີນ, ນະຄອນ ໂຮ່ຈີມິນ) ແມ່ນໂອກາດໃຫ້ປະຊາຊົນພາວະນາຂໍໃຫ້ຊີວິດອີ່ມໜຳສຳລານ ແລະ ລະດູການເກັບກ່ຽວໄດ້ຮັບຜົນດີ. ນີ້ຍັງເປັນເວທີສະແດງສິລະປະພື້ນເມືອງທີ່ເປັນເອກະລັກຂອງຊາວພາກໃຕ້ ຫວຽດນາມ.
ພິທີຂໍຄວາມຢູ່ເຢັນເປັນສຸກ ຢູ່ຫໍບູຊາ ບ່າ ຫງູ໊ແຫ່ງ (ໝູ່ບ້ານ ເຕິນເຍີນ, ນະຄອນ ໂຮ່ຈີມິນ) ແມ່ນໂອກາດໃຫ້ປະຊາຊົນພາວະນາຂໍໃຫ້ຊີວິດອີ່ມໜຳສຳລານ ແລະ ລະດູການເກັບກ່ຽວໄດ້ຮັບຜົນດີ. ນີ້ຍັງເປັນເວທີສະແດງສິລະປະພື້ນເມືອງທີ່ເປັນເອກະລັກຂອງຊາວພາກໃຕ້ ຫວຽດນາມ.

 

ບັນດາຜູ້ອາວຸໂສ ເປັນຕົວແທນໄຕ້ທູບໄຂງານບຸນ. ພາບ: VNP
ປະຊາຊົນເຂົ້າ ໄຕ້ທູບ ໃນຫໍບູຊາ ບ່າເຕິນເຍີນ. ພາບ: VNP

ຕາມຄວາມເຊື່ອ, ພະນາງ (ບ່າ) ມີສິດອຳນາດໃນການຄຸ້ມຄອງ ແລະ ຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນ. ໃນງານບຸນ, ນອກຈາກການຖະຫວາຍເຄື່ອງບູຊາແລ້ວ, ຈຸດເດັ່ນທີ່ຂາດບໍ່ໄດ້ແມ່ນການຟ້ອນ ບ໋ອງໂຣ໊ຍ ແລະ ຂັບ ເດ້ຍນ່າງ.

ມີລາຍການຕ່ວງບູຮານຫຼາຍລາຍການໄດ້ຮັບການສະແດງ ເພື່ອເຮັດໃຫ້ພະນາງມ່ວນ. ພາບ: VNP
ນັກສິລະປິນ ໃນລາຍການສະແດງ ຟ້ອນ ບ໋ອງໂຣ໊ຍ. ພາບ: VNP

ນັກສະແດງຟ້ອນ ບ໋ອງໂຣ໊ຍ ຈະນຸ່ງຊຸດພິທີທີ່ສວຍງາມ, ຟ້ອນດ້ວຍລວດລາຍທີ່ຄ່ອງແຄ່ວ ເພື່ອຖະຫວາຍເຄື່ອງບູຊາຕໍ່ເທວະດາ. ສ່ວນການຂັບ ເດ້ຍນ່າງ ແມ່ນການສະແດງທີ່ມີລັກສະນະຕະຫຼົກຄຶກຄື້ນ, ມີການສົນທະນາຖາມ-ຕອບ ລະຫວ່າງຕົວລະຄອນ “ເດ້ຍ” ແລະ “ນ່າງ” ດ້ວຍພາສາພື້ນເມືອງທີ່ລຽບງ່າຍ, ເຮັດໃຫ້ຜູ້ຊົມມີຄວາມເບີກບານມ່ວນຊື່ນ.

 

ບັນດາລາຍການສະແດງຕ່ວງບູຮານ ໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ. ພາບ: VNP

ສິລະປະ ບ໋ອງໂຣ໊ຍ - ເດ້ຍນ່າງ ບໍ່ພຽງແຕ່ແມ່ນການສະແດງເພື່ອຄວາມບັນເທີງເທົ່ານັ້ນ, ແຕ່ມັນຍັງສະແດງໃຫ້ເຫັນເຖິງການປະສົມປະສານທາງດ້ານວັດທະນະທຳລະຫວ່າງຊົນເຜົ່າ ຫວຽດ, ຂະແມ, ຈຳ ແລະ ຈີນ. ທັງໝົດນີ້ໄດ້ສ້າງເປັນຈຸດເດັ່ນທາງດ້ານວັດທະນະທຳ ແລະ ສິລະປະການສະແດງພື້ນເມືອງທີ່ລ້ຳຄ່າຂອງເຂດດິນພາກໃຕ້.

ປະຕິບັດໂດຍ: VNP

ສິລະປະການລະຄອນ ເພື່ອມຸ່ງໜ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ

ສິລະປະການລະຄອນ ເພື່ອມຸ່ງໜ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ

ເພື່ອຂຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ບັນດາໂຮງລະຄອນໄດ້ພ້ອມກັນຈັດກິດຈະກຳສິລະປະທີ່ໂດດເດັ່ນຫຼາຍລາຍການ ເພື່ອເປີດການສະແດງໃຫ້ປະຊາຊົນເຂົ້າຊົມໂດຍບໍ່ເສຍຄ່າ.

Top