• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ແຕ້ມຮູບ ດ້ວຍເສັ້ນທອງ

ນາງ ຫງວຽນເຍິດມິງເຟືອງ, ບ້ານເກີດຢູ່ ກູຈີ, ນະຄອນ ໂຮ່ຈີມິນ ໄດ້ ນຳ ໃຊ້ເສັ້ນທອງ ຫຼາຍເສັ້ນເພື່ອປະດິດສ້າງເປັນຜະລິດຕະພັນ ສິລະປະ ຫຼາຍຢ່າງ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວຕ່າງປະເທດ ຢ່າງຫຼວງຫຼາຍ. 
ເລີ່ມມີຄວາມມັກຮັກກັບເສັ້ນທອງ ຕັ້ງແຕ່ 13 ປີກ່ອນ, ໄລຍະທຳ ອິດ, ບັນດາຜະລິດຕະພັນທີ່ນາງ ເຟືອງ ຜະລິດອອກມາ ສ່ວນຫຼາຍ ຈະແມ່ນເຄື່ອງແຕ່ງຕົວທີ່ເຮັດໄດ້ງ່າຍດາຍຄື: ແຫວນ, ສາຍແຂນ, ສາຍຄໍຄຳ ແລະ ອື່ນໆ. ດ້ວຍພອນສະຫວັນ ແລະ ຄວາມມັກຮັກ ຂອງ ຕົນ, ນາງ ເຟືອງ ໃຊ້ເວລາພຽງ 1-2 ຊ່ົວໂມງ ໃນການຜະລິດ ອອກມາ ຜະລິດຕະພັນໜຶ່ງທີ່ຕົນເອງຮູ້ສຶກຖືກໃຈ. 

ສຳລັບບັນດາຜະລິດຕະພັນ ທຳອິດ, ນາງ ເຟືອງ ເກັບໄວ້ເພື່ອເອົາ ໄປມອບໃຫ້ໝູ່ເພື່ອນ ແລະ ພີ່ນ້ອງ. ເມື່ອໄດ້ຮັບ ຂອງ ຂວັນຈາກ ເຟືອງ, ຫຼາຍຄົນຍ້ອງວ່າ ງາມ ແລະ ແປກຕາ ແລ້ວສັ່ງນາງ ເຮັດໃຫ້ ຕື່ມ ອີກຫຼາຍອັນ. ຄວາມດີຊ່າລືໄປໄກ, ລູກຄ້າມາສັ່ງຊື້ ສິນຄ້ານັບ ມື້ນັບຫຼາຍຂຶ້ນ, ທັງມີລູກຄ້າທີ່ອາໄສຢູ່ ຕ່າງປະເທດຄື: ສ ອາເມລິ ກາ, ຍີ່ປຸ່ນ, ຟິລິບປິນ ແລະ ນິວຊີແລນ.​ ຕັ້ງແຕ່ນັ້ນເປັນຕົ້ນມາ, ນາງ ເຟືອງ ຈຶ່ງຄິດເຖິງເລື່ອງຫາເງິນຈາກຄວາມມັກຮັກ ເກັບເສັ້ນທອງ ຂອງ ຕົນ. 

ປັດຈຸບັນ, ນາງ ເຟືອງ ສ້າງຕັ້ງເຄື່ອງໝາຍການຄ້າ Uma ດ້ວຍ ບັນ ດາຜະລິດຕະພັນສິລະປະ ເຮັດດ້ວຍເສັ້ນທອງ ຕາມແບບຫັດຖະກຳ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດຊາວຕ່າງປະ ເທດ ຢ່າງຫຼວງຫຼາຍ. ນາງ ເຟືອງ ພວມຮ່ວມມືກັບໝູ່ ເພື່ອນຊາວຕ່າງ ປະ ເທດຈຳນວນໜຶ່ງ ໃນການຜະລິດເຄື່ອງ ແຕ່ງຕົວ ດ້ວຍເສັ້ນທອງ. ນອກຈາກນັ້ນ, ນາງ ເຟືອງ ພ້ອມກັບເພື່ອນຮ່ວມງານທີ່ເປັນຜູ້ພິການ ໄດ້ປະຕິບັດ 4 ຮູບແບບການຜະລິດ ຄື: ຮູບແຕ້ມ, ເຄື່ອງແຕ່ງຕົວ, ເຄື່ອງປະດັບ ແລະ ເຄື່ອງສຳຮອງ. 
ບັນດາຜະລິດຕະພັນໄດ້ເຮັດດ້ວຍມື ຈາກເສັ້ນທອງ ຍີ່ຫໍ້ Uma:
















ໃນນັ້ນ ຜະລິດຕະພັນຮູບແຕ້ມທີ່ໄດ້ປະກອບດ້ວຍເສັ້ນທອງ ພວມ ໄດ້ຮັບຄວາມນິຍົມ ຊື້ຢ່າງຫຼວງຫຼາຍຈາກລູກຄ້າຢູ່ ຕ່າງປະເທດ. ນາງ ເຟືອງ ໃຫ້ຮູ້ວ່າ: “ຢາກເຮັດຮູບແຕ້ມດ້ວຍເສັ້ນ ທອງ ກໍ່ບໍ່ ຍາກ. ທຳອິດເຮົາຕ້ອງວາດພາບຮູບແຕ້ມທີ່ຕົນ ເອງຢາກເຮັດອອກ ມາຢູ່ ເທິງໜ້າເຈ້ຍ. ຕ້ອງຄິດໄລ່ ກ່ຽວກັບຂອບຮູບ, ແລ້ວວິທີ ການນຳໃຊ້ ເສັ້ນທອງ ຄືແນວໃດ ໃຫ້ສຳເລັດຮູບ ແລະ ມີລວງເລິກ. ຫຼັງຈາກນັ້ນ ຈຶ່ງເຮັດແຕ່ລະພາກສ່ວນ ແລ້ວປະກອບເຂົ້າກັນ, ສຸດທ້າຍແມ່ນຕິດ ໃສ່ພື້ນຂອງ ຂອບຮູບແຕ້ມ”.

ຍ້ອນມີຄວາມຮັກມັກກັບດອກບົວ ແລະ ພຸດທະສາສະໜາ, ສະນັ້ນ ສ່ວນຫຼາຍບັນດາຮູບແຕ້ມທີ່ນາງ ເຟືອງ ເຮັດມາ ຈະຄ້າຍ ດອກບົວ ແລະ ພຸດທະສາສະໜາ. ບາງເທື່ອນາງ ເຟືອງ ກໍ່ປະຕິບັດຮູບ ແຕ້ມ ຈຳນວນໜຶ່ງຕາມການສັ່ງ ຂອງ ລູກຄ້າ. 

ພິເສດ, ນາງ ເຟືອງ ໄດ້ຕັດສິນໃຈຖ່າຍທອດອາຊີບ ດັ່ງກ່າວ ໃຫ້ແກ່ ເພື່ອນຮ່ວມງານທີ່ເປັນຜູ້ພິການ ຄືຂອງຂວັນທີ່ ມອບໃຫ້ແກ່ຜູ້ ອ່ອນ ແອ. 

ນາງ ເຟືອງ ໄຂຄວາມໃນໃຈອອກມາວ່າ: “ເມື່ອຕັດສິນໃຈເລືອກ ຜູ້ ພິການ ມາເປັນເພື່ອນຮ່ວມງານຂອງຕົນ, ຂ້າພະເຈົ້າໄປຫາບັນ ດາ ສູນກາງເພື່ອງຮຽນວິທີການພົວພັນ ແລະ ເຂົ້າໃຈໄດ້ ຈິດໃຈ ຂອງ ເຂົາ. ຂ້າພະເຈົ້າຢາກສ້າງຄອບຄົວໜຶ່ງໃຫ້ເຂົາ ເພື່ອໃຫ້ເຂົາ ຮູ້ສຶກ ມີຄວາມສຸກເມື່ອໄດ້ເຮັດວຽກກັບຂ້າພະເຈົ້າ”. 


ນາງ ຫງວຽນເຍິດມິງເຟືອງ ເປັນຄົນ ຫວຽດນາມ ຜູ້ທຳອິດ ປະດິດສ້າງຂຶ້ນຜະລິດຕະພັນສິລະປະກຳຫັດຖະກຳຈາກເສັ້ນທອງ.


ເສັ້ນທອງໄດ້ນຳໃຊ້ຈະມີຫຼາກຫຼາຍສີສັນ.


ເພື່ອຜະລິດອອກມາຜະລິດຕະພັນໜຶ່ງຈາກເສັ້ນທອງ ຕ້ອງມີການປະສານສົມທົບຂອງບັນດາວັດສະດຸສຳຮອງຕ່າງໆອີກ.


Uma ເປັນບ່ອນສຶກສາອາຊີບຜະລິດ ບັນດາຜະລິດຕະພັນຈາກເສັ້ນທອງໃຫ້ແກ່ຜູ້ພິການ ຫວຽດນາມ. 


ເສັ້ນທອງໄດ້ນຳໃຊ້ ຈະມີຫຼາກຫຼາຍສີສັນ, ມີຄຸນນະພາບດີ ແລະ ບາງເພື່ອອາດສາມາດມ້ວນໄດ້ງ່າຍ. 


ການຜະລິດຕາມແບບຫັດຖະກຳ ຮຽກຮ້ອງຕ້ອງມີຄວາມຄ່ອງແຄ້ວ ແລະ ລະອຽດລະອໍ.


ນາງ ຫງວຽນເຍິດມິງເຟືອງ ແນະນຳວິທີເຮັດໃຫ້ແກ່ພະນັກງານ ຂອງຕົນ.


ຈາກບັນດາເສັ້ນທອງ, Uma ໄດ້ຜະລິດເປັນບັນດາຜະລິດຕະພັນສິລະປະກຳຫັດຖະກຳ.

ນາງ ເຟືອງ ໃຫ້ຮູ້ອີກວ່າ ໃນອະນາຄົດ ລາວ ຢາກສ້າງຕັ້ງ Shark Uma ເພື່ອຊ່ວຍເຫຼືອ ຜູ້ພິການ ອາດສາມາດສ້າງຕັ້ງ ແລະ ພັດທະ ນາວິສາຫະກິດຂອງຕົນໄດ້ ແລະ ສອນໃຫ້ບັນດາ ໝູ່ ເພື່ອນຊາວ ຕ່າງປະເທດ ຮູ້ວິທີເຮັດຜະລິດຕະພັນສິລະປະ ດ້ວຍເສັ້ນທອງ ອີກ ດ້ວຍ. 
ບົດ: ເງິນຮ່າ - ພາບ: ທົງຫາຍ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top