• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ເຄືອບຄຳ ເທິງຮູບປັ້ນຄວາຍ ດິນເຜົາ

ສັນຍາລັກ ສັດ ທີ່ສັກສິດ ຂອງ ປີ 2021 ກັບຮູບໂຕຄວາຍ ຊຶ່ງສົ່ງສານ ປີໃໝ່ທີ່ອີ່ມໜຳສຳລານ, ໂຊກລາບ ໄດ້ບັນດານາຍ ຊ່າງ ຜູ້ມີສີມືດີ ຂອງ ບໍລິສັດດິນເຜົາ ມິງລອງ I ຈຳກັດ (ມິງລອງ I) ຕັ້ງຢູ່ເຮືອນເລກທີ 333, ຖະໜົນ ຮຶງລົກ, ບ້ານ ຮຶງດິ້ງ, ເທດສະບານ ຖ້ວນອານ, ແຂວງ ບິ່ງເຢືອງ  ນຳໃຊ້ວັດຖຸດິບ ທີ່ໄດ້ຜ່ານການຄັດເລືອກ ຈາກທຳມະຊາດ ແລະ ໝູນໃຊ້ ເຕັກນິກປັບອຸ່ນຫະພູມ 1.380 0C ໃນເວລາເຜົາ ເພື່ອສ້າງ ຜະລິດຕະພັນຫຼາຍຢ່າງທີ່ພິເສດ. 
ຊຸດສະສົມຄວາຍ ຈາກດິນເຜົາ ຂອງ ມິງລອງ I ລວມມີ 5 ຫົວເລື່ອງ: ຮວ່າງກິມ (ຈະເລີນຮຸ່່ງເຮືອງ), ເຮືອງລົກ (ສະເຫວີຍ ໂຊກລາບ), ຖິ້ງເວື້ອງ (ຈະເລີນຮັ່ງມີ), ຍືອີ໋ (ເພິ່ງພໍໃຈ), ແຮ້ງຟຸກ (ຄວາມສຸກ) ຊຶ່ງສົ່ງສານ ກ່ຽວກັບ ຄວາມໄຝ່ຝັນທີ່ຈົບງາມ ຜ່ານ ການສ້າງຮູບຄວາຍ ທີ່ແຕກຕ່າງກັນ. ຮູບປັ້ນ ຄວາຍ ກັບຫົວເລື່ອງ ຮວ່າງກິມ ມີລັກສະນະສະຫວາດສະເຫວີຍ, ສະຫງ່າອົງ ອາດ, ມີລິດເດດ ແລະ ແຂງແຮງ. ສ່ວນລາຍລະອຽດ ຈຳນວນ ໜຶ່ງຂອງຄວາຍເຊັ່ນ: ເຂົາ, ຫາງ ແລະ ຕີນ ຂອງ ຮູບປັ້ນ ເຄືອບດ້ວຍຄຳ 24k ເພື່ອສ້າງຈຸດເດັ່ນ ແລະ ເພີ່ມລັກສະນະ ສິລະປະ-ເປັນສັນຍາລັກໃຫ້ແກ່ໄວໜຸ່ມ, ເປັນຊ່ວງເວລາສວຍງາມທີສຸດ ຂອງ ແຕ່ລະບຸກຄົນ.
 

ທ່ານ ຫຼີຫງອກມິງ, ຜູ້ອຳນວຍການໃຫຍ່ ບໍລິສັດດິນເຜົາ ມິງລອງ I ຈຳກັດ (ມິງລອງ I) ກັບຜະລິດຕະພັນ ຄວາຍ ດິນເຜົາ ມິງລອງ. 


ຂັ້ນຕອນກ່ອນ ເຄືອບຄຳ 24k.


ຕ່ອງໂສ້ເຕົາເຜົາ ຄວາຍ ດິນເຜົາ. 


ຄວາຍ ດິນເຜົາ ຫາກໍອອກຈາກເຕົາ.


ຂັ້ນຕອນກວດກາຜະລິດຕະພັນ ຄວາຍ ດິນເຜົາ ກ່ອນນຳອອກຈາກໂຮງງານ. 


ຮູບປັ້ນຄວາຍ ດິນເຜົາ ຂອງ ມິງລອງ I ກັບຫຼາຍຂະໜາດ ທີ່ແຕກຕ່າງກັນ. 


ຮູບປັ້ນຄວາຍ ເວືອງຢ໊າ (ດຳລົງຊີວິດແບບ ກະສັດ)


ຮູບປັ້ນຄວາຍ ຖິ້ງເວື້ອງ (ຈະເລີນຮັ່ງມີ)


ຮູບປັ້ນຄວາຍ ເຮືອງລົກ (ສະເຫວີຍໂຊກລາບ)


ຮູບປັ້ນຄວາຍ ຍືີອີ໋ (ເພິ່ງພໍໃຈ).


ຮູບປັ້ນຄວາຍ ແຮ້ງຟຸກ (ຄວາມສຸກ). 


ຮູບປັ້ນຄວາຍ ດິນເຜົາ ມິງລອງ I ໃນຫຼາຍວາດຊົງ ແລະຄຳອວຍ ພອນທີ່ມີຄວາມໝາຍເຊັ່ນ: ຮວ່າງກິມ, ເຮືອງລົກ, ຖິ້ງເວື້ອງ, ຍືອີ໋,ແຮ້ງຟຸກ.

ຄວາຍ ເຮືອງລົກ ແມ່ນ ຮູບປັ້ນ ຄວາຍ ໃນທ່ານອນພັກຜ່ອນ ມີ ໜຶ່ງດຽວ ໃນຊຸດສະສົມ ສັດສັກສິດ ປີນີ້, ມີວາດຊົງສຸກສະບາຍ ພາຍຫຼັງ ການອອກແຮງງານ ຢ່າງດຸໝັ່ນຂະຫຍັນພຽນ ແລະ ລຳ ບາກກາກກຳ ເປັນເວລາໜຶ່ງປີ. ຖິ້ງເວື້ອງ ແມ່ນ ຄວາຍ ກັບວາດ ຊົງທີ່ເຂັ້ມແຂງ ຊຶ່ງສົ່ງສານ “ຕີນແຂງຫີນອ່ອນ” ກັບທ່າຢືນ ສີ່ຕີນບືນຂຶ້ນ, ພຸ່ງຕົວໄປທາງໜ້າ ກັບໃບໜ້າທີ່ສົດໃສ, ມີຮອຍຍິ້ມ. ຍືອີ໋ ແມ່ນຮູບປັ້ນ ຄວາຍ ມີຮອຍຍິ້ມທີ່ສະໜິດສະໜົມ, ຢືນດ້ວຍສອງຕີນຫຼັງ, ສອງຕີນໜ້າ ອຸ້ມເມັດເຂົ້າຄຳ ມີຄວາມໝາຍວ່າ ໂຊກລາບຈະມາໃນປີໃໝ່ນີ້. ສ່ວນ ແຮ້ງຟຸກ ຈະສະຫງວນໃຫ້ແກ່ຄວາຍ ທີ່ຮອຍຍິ້ມສົດໃສ, ໃຫ້ດຽງສາຄືເດັກນ້ອຍ, ມີຄວາມ ສຸກ, ທັງຍິ້ມແຍ້ມແຈ່ມໃສ, ຖືບັນດາຄຳອວຍພອນ ທີ່ຈົບງາມ ສົ່ງເຖິງທຸກຄົນ.

ທ່ານ ຫຼີຫງອກມິງ, ຜູ້ອຳນວຍການໃຫຍ່ ມິງລອງ I ໃຫ້ຮູ້ວ່າ ສິ່ງທີ່ຍາກສຸດ ໃນປະດິດສ້າງ ຄວາຍ ແມ່ນການສະແດງ ໃຫ້ເຫັນ ເຖິງສີໜ້າ, ທ່າທາງພາຍນອກຂອງມັນ, ໂດຍສະເພາະຢ່າງຍິ່ງ ແມ່ນ ຄວາຍໜຸ່ມ. ຊຸດສະສົມ ຮູບປັ້ນ ຄວາຍ ດິນເຜົາ ຂອງ ມິງລອງ I ກັບການອອກແບບ ທີ່ບໍ່ຊໍ້າໃຜ, ມີລັກສະນະສິລະປະສູງ, ມີຄວາມໝາຍຈົບງາມ, ສອດຄ່ອງເພື່ອການວາງສະແດງ ແລະ ມອບໃຫ້ເພື່ອນສະໜິດ ມິດສະຫາຍ ກັບຄຳອວຍພອນປີໃໝ່ ທ່ີສະຫງົບສຸກ, ໂຊກດີ ແລະ ຈະເລີນຮຸ່ງເຮືອງ.


ປະຕິບັດ: ເລມິນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top