• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ເຂດເກດສະໜາຜ່ານພາບຂອງ ໂດ໋ຕວັນຫງອກ

ໄດ້ຮັບການຂະໜານນາມ ເປັນແຜ່ນດິນຂອງໄມ້ເກດສະໜາ, ແຂວງ ແຄ໋ງຮວ່າ ໄດ້ລອດເຂົ້າໃນສາຍຕາຂອງນັກສິລະປິນ ຊ່າງພາບຫຼາຍຄົນ ດ້ວຍຄວາມງາມ ແລະ ຄວາມຈັບໃຈໂດຍສະເພາະຂອງມັນເອງ. ປະມວນຮູບພາບ “ຄວາມງາມເຂດ ເກດສະໜາ” ຂອງນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ຈັບໃຈທ່ານຜູ້ຊົມ ດ້ວຍຄວາມແປກໃໝ່.  

ທ່ານ ໂດ໋ຕວັນຫງອກ, ເກີດເມື່ອປີ 1974, ປັດຈຸບັນ ພວມ ເປັນສະມາຊິກ ສະມາຄົມວັນນະຄະດີ ສິລະປະ ແຂວງ ແຄ໋ງຮວ່າ. ເພິ່ນຍັງຮັບຜິດຊອບວຽກງານທີ່ເປັນຮອງຫົວໜ້າ ສະມາຄົມ ນັກສິລະປິນ ຊ່າງພາບ ຫວຽດນາມ ແຂວງ ແຄ໋ງຮວ່າ. ດ້ວຍທ່າແຮງໃນການຖ່າຍຮູບ ພາບທຳມະຊາດ, ນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ສ້າງໄດ້ສັນຍາລັກ ສະເພາະຂອງຕົນໃນການຖ່າຍຮູບ ຜ່ານຫຼາຍລາງວັນທີ່ມີ ອິດທິພົນ. ນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ໄດ້ໄຂ ຄວາມໃນໃຈອອກມາຄືແນວນີ້: “ບໍ່ຕ້ອງອອກໄປຫາບ່ອນໃດ ບ່ອນໜຶ່ງຢູ່ໄກດອກ, ຂ້າພະເຈົ້າ ຖືກຈັບໃຈ ເພາະຄວາມ ສວຍງາມຂອງເຂດບ້ານເກີດ ເມືອງນອນ ຍາຈາງ-ແຄ໋ງຮວ່າ”.

ເວົ້າເຖິງທັດສະນາໃນການຖ່າບຮູບ, ນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ໃຫ້ຮູ້ວ່າ: “ການເຂົ້າໃຈກ່ຽວກັບພາບພົດທີ່ ກວ້າງຂວາງ, ຄວາມຮັບຮູ້ດ້ານວັດທະນະທຳ ໃນການອອກ ແຮງງານໃນຊີວິດປະຈຳວັນ ແມ່ນສິ່ງສຳຄັນ. ແຕ່ພິເສດແມ່ນຕ້ອງມີລັກສະນະສະເພາະຂອງຕົນເອງ. ນີ້ແມ່ນຈຸດພິເສດ ເພື່ອສ້າງສັນຍາລັກໃຫ້ແກ່ຮູບພາບຂອງນັກຖ່າຍຮູບ ແຕ່ລະຄົນ”.


ພາບຊີວິດ ນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ


ຫວ່າງເວຫາໃນງານວາງສະແດງ ຄວາມງາມເຂດເກດສະໜາ ຂອງນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ. 
 
ຕາມນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ແລ້ວ, ການຖ່າຍຮູບນຳຜົນປະໂຫຍດຫຼາຍຢ່າງມາໃຫ້ແກ່ຕົນເອງ. ເພິ່ນ ໄຂຄວາມໃນໃຈອອກມາຄືແນວນີ້: “ຈາກການຖ່າຍຮູບ, ຂ້າພະເຈົ້າຈຶ່ງເຂົ້າໃຈໄດ້ ຄວາມສວຍງາມຂອງຊີວິດ, ຮູ້ງ່ຽງຫູ ຟັງ, ຮູ້ເຂົ້າໃຈໂດຍຕະຫຼອດ ແລະ ເລິກເຊິ່ງ, ຮູ້ບັນດາຄວາມ ສວຍງາມຢູ່ອ້ອມຂ້າງ”. 
 
ບໍ່ມີຈັກຄົນຮູ້ໄດ້ວ່າ ນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ເຄີຍເອົາຊະນະພະຍາດດ້ວຍການຖ່າຍຮູບ. ເພິ່ນ ໄຂຄວາມ ໃນໃຈອອກມາຄືແນວນີ້: “ຄວາມສວຍງາມໃນຮູບຖ່າຍພາບ ທຳມະຊາດ ຍາກທີ່ສະແດງອອກມາໄດ້, ແຕ່ດ້ວຍ ນຳ້ໃຈ ຂອງຜູ້ເຄີຍຕິດພະຍາດໜັກ, ຂ້າພະເຈົ້າ ພິຊິດໄດ້ຖຳ້ ແຮວ ຍາຈາງ ຖືກຕາມວິທີການທີ່ຂ້າພະເຈົ້າ ຄິດໃນໃຈ”.​

ພາບ “ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ ຍາຈາງ”.


ພາບ “ຍາມສາຍັນຢູ່ນະຄອນ ຍາຈາງ”.


ພາບ “ຫໍ ຈວັດ, ລະດູຮ້ອນ 2020”.


ພາບ “ລະດູໄຄນຳ້ ເທິງທະເລ ຍາຈາງ”.


ພາບ “ແສງສະຫວ່າງລະຍິບລະຍັບ ຢູ່ທາດເຈົ້າແມ່ Ponaga.


ພາບ “ຍາຈາງ-ນະຄອນແຫ່ງຄວາມຮັກຂອງຂ້າພະເຈົ້າ”.


ພາບ “ຂົວ ເຈີ່ນຟູ, ຍາຈາງ”.


ພາບ “ຖຳ້ ແຮວ ໃນລະດູພາຍຸ”.


ພາບ “ ຖຳ້ ໂຂ, ຍາຈາງ”.


ພາບ “ຖຳ້ ເຣີຍ, ຍາຈາງ”.


ພາບ “ຫາປາທູ ໂອ່”.


ພາບ “ລະດູການສານແຫສີແດງ”. 


ພາບ “ຫົວໃຈຂອງທະເລ”.


ພາບ “ການອະນຸລັກຮັກສາ ຫີນປະກາລັງ”. 


ພາບ “ຕາກປາຊິວ”.


ພາບ “ການເກັບກ່ຽວເກືອຍາມຄຳ່ຄືນ”. 
 
ເມື່ອເວົ້າເຖິງເປົ້າໝາຍໃນອະນາຄົດ, ນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ແລະ ເພື່ອນຮ່ວມງານ ຫຼາຍຄົນພວມຕິດໜີ້ປະຊາຊົນຢູ່ບ້ານເກີດເມືອງນອນ ປະມວນຮູບພາບຊຸດໜຶ່ງທີ່ງາມກວ່າ, ດ້ວຍຂະໜາດທີ່ໃຫຍ່ກວ່າ  ແລະ ມີຫຼາຍຮູບຫຼາຍແບບກວ່າ”. ນັກສິລະປິນ ຊ່າງພາບ ໂດ໋ຕວັນຫງອກ ຕ້ອງເສຍເວລາ 10 ປີ ຈຶ່ງສຳເລັດປະມວນຮູບພາບ ກ່ຽວກັບທິວທັດທຳມະຊາດ ຫວຽດນາມ ກໍ່ຄືປະມວນຮູບ ພາບພິເສດ ເພື່ອມອບໃຫ້ປະຊາຊົນເຂດເກດສະໜາ.

ນັກສິລະປິນ ຊ່າງພາບ ໂດ໋ຕວັນງອກ ເຄີຍໄດ້ຮັບລາງວັນ ຈຳນວນໜຶ່ງຄື:
- ລາງວັນທີໜຶ່ງ (ພາບ “ສະເຫຼີມສະຫຼອງ 40 ປີແຫ່ງວັນ ປົດປ່ອຍ”) ແລະ ລາງວັນທີສາມ (ພາບ “ການອະນຸລັກຮັກສາ ຫີນປະກາລັງ”) ທີ່ງານປະກວດຮູບພາບສິລະປະ “ຄວາມງາມ ແຄ໋ງຄວ່າ” ເມື່ອປີ 2015.
- ລາງວັນຊົມເຊີຍ ໃນງານປະກວດຮູບພາບ ເພື່ອຄວາມ ສະຫງົບສຸກໃນຊີວິດ ເມື່ອປີ 2015, ໂດຍຕຳຫຼວດແຂວງ ແຄ໋ງຮວ່າ ຈັດຂຶ້ນ... 

ບົດ ແລະ ພາບ: ໂດ໋ຕວັນຫງອກ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top