• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຮູບປັ້ນພະເຢຊູ ໃຫຍ່ທີສຸດ ຫວຽດນາມ

ຮູບປັ້ນພະເຢຊູ ຄຣິສຕຽນ ເປັນໜຶ່ງໃນຈຳນວນສະຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງ ທີ່ນະຄອນ ຫວູງເຕົ່າ. ທາງທິດຕາເວັນອອກ ຂອງ ຮູບປັ້ນພະເຢຊູ ຄຣິສຕຽນ ແມ່ນທະເລຕາເວັນອອກ ທີ່ກວ້າງໃຫຍ່ໄພສານ ແລະ ຄວາມມີຊີວິດຊີວາ ຂອງ ນະຄອນ ທ່ອງທ່ຽວແຫ່ງທະເລ ທີ່ກຳລັງເຂົ້າລະດູແລ້ງ. 
ຮູບປັ້ນພະເຢຊູ ຄຣິສຕຽນ ໄດ້ເລີ່ມລົງມື ກໍ່ສ້າງ ໃນປີ 1972 ແຕ່ ຮອດປີ 1994 ຈຶ່ງ ສຳເລັດ ແລະ ຈັດການສະຫຼອງ ຢ່າງເປັນທາງການ.

ອຸປະກອນເກືອບທັງໝົດ ສຳລັບ ການສ້າງຮູບປັ້ນ ພະເຢຊູ ໄດ້ເອົາມາຈາກພາຍໃນປະເທດເຊັ່ນ: ຂີ້ຊາຍ, ກວດຊາຍ ຈາກແມ່ນຳ້ ດົ່ງນາຍ; ຫີນອ່ອນ ຈາກພູ ນອນເນືອກ ດ່າໜັງ... ມີພຽງຊີມັງຂາວ ຕ້ອງໄດ້ນຳ ເຂົ້າຈາກຕ່າງປະເທດ. ຮູບປັ້ນ ມີລວງສູງ 32 ແມັດ ຊຶ່ງ ໄດ້ຕັ້ງຢູ່ເທິງຖານຮອງ ຄວັດລາຍຮູບ ພະເຢຊູ ແລະ 12 ສາວົກ. ຢູ່ທາງໃນຮູບປັ້ນແມ່ນ ຂັ້ນໄດ ຮູບກົ້ນຫອຍ ລວມ 133 ຂັ້ນ ແລ່ນ ຈາກ ຖານຮອງ ຂຶ້ນເທິງ ຮູບປັ້ນ, ພາຍໃນຮູບປັ້ນ ສາມາດ ບັນຈຸແຂກຄົນ ທີ່ມາຢ້ຽມຢາມ ໄດ້ 100 ຄົນໃນເວລາດຽວກັນ.



ພະເຢຊູ ຄຣິສຕຽນ ເໝືອນດັ່ງຫໍຄອຍແຫ່ງໜຶ່ງ ຊຶ່ງຈາກແຫ່ງນີ້ ນັກທ່ອງທ່ຽວສາມາດມອງເຫັນພາບພົດທັງໝົດ ຂອງນະຄອນ ຫວູງເຕົາ. ພາບ: ກົງດາດ


ເບິ່ງຈາກຫໍຄອຍສັງເກດການ ຢູ່ເທິງບ່າຮູບປັ້ນພະເຢຊູ, ຢູ່ທາງໄກໆ, ເບື້ອງຂວາແມ່ນ ໝຸ໊ຍງີງຟອງ, ເບື້ອງຊ້າຍແມ່ນເກາະ ຮ່ອນບ່າ. ພາບ: ກົງດາດ


ຮູບປັ້ນພະເຢຊູ ມຸ່ງສູ່ທະເລ ຫວູງເຕົາ. ພາບ: ກົງດາດ


ທາງໃນຮູບປັ້ນແມ່ນ ຂັ້ນໄດ ຮູບກົ້ນຫອຍ ລວມ 133 ຂັ້ນ ແລ່ນ  ຈາກຕີນ ຂຶ້ນເຖິງບ່າ ຮູບປັ້ນ. ພາບ: ກົງດາດ


ຢູ່ໃຕ້ຕີນຮູບປັ້ນພະເຢຊູມີຮ່ອງຮອຍປະຫວັດສາດ “ສະໝໍລະພູມ ປືນໃຫຍ່ບູຮານ” ພູ ຫຍໍ ຊຶ່ງເປັນກິດຈະກຳການທະຫານ ໂດຍ ລ່າເມືອງຂຶ້ນ ຝຣັ່ງ
ເປັນຜູ້ກໍ່ສ້າງ ໃນທ້າຍສະຕະວັດທີ XIX, ຕົ້ນສະຕະວັດທີ XX. ພາບ: ທົງຫາຍ

ຖ້າຫາກມາຍັງນະຄອນ ຫວຸ໊ງເຕົ່າ ເປັນຄັ້ງທຳອິດ, ແນ່ນອນວ່າ ນັກທ່ອງທ່ຽວ ຈະຕ້ອງຕົກສະເງີ້ ເມື່ອໄດ້ຊົມຮູບປັ້ນ ພະເຢຊູ ທີ່ໃຫຍ່ສູງ, ງຽບຂຶມ ດ້ວຍສີໜ້າ ທີ່ເຕັມໄປດ້ວຍຄວາມເມດຕາ ພວມອ້າແຂນ ມຸ່ງໜ້າສູ່ທະເລ.

ຮູບປັ້ນພະເຢຊູ ຄຣິສຕຽນ ເປີດຕ້ອນຮັບແຂກ ທີ່ມາທ່ອງທ່ຽວແຕ່ 7 ໂມງ-17 ໂມງ ທຸກມື້ ໂດຍບໍ່ເສຍຄ່າ. ນັກທ່ອງທ່ຽວ ຕ້ອງ ປົດເກີບໄວ້ຢູ່ທາງນອກ ກ່ອນເຂົ້າໃນຮູບປັ້ນ. ຂັ້ນໄດຮູບກົ້ນຫອຍ ຈະພານັກທ່ອງທ່ຽວ ຂຶ້ນເຖິງ ຄໍຮູບປັ້ນ ແລະ ຍ່າງອອກ ລະບຽງ ກາງແຈ້ງ ຢູ່ ທາງແຂນສອງເບື້ອງ. ຈາກບ່ອນນີ້ ນັກທ່ອງທ່ຽວ ສາມາດ ເບິ່ງພາບພົດທັງໝົດ ຂອງ ນະຄອນ ຫວຸ໊ງເຕົ່າ ກັບ ຊາຍຝັ່ງທະເລທີ່ ຍາວຢຽດ, ບັນດາເຂດຊຸມຊົນ, ເສັ້ນທາງ ສາຍຕ່າງໆ ເໝືອນວ່າ ຖືກຫຍໍ້ສ່ວນເຂົ້າແລ້ວສູບ ເອົາອາກາດ ທີ່ສົດໃສຈາກທະເລ ແລະ ບັນທຶກໄວ້ ໃນກອງຖ່າຍຮູບ ບັນດາຮູບຖ່າຍທີ່ສວຍງາມເພື່ອເປັນທີ່ລະນຶກ.


ນັກທ່ອງທ່ຽວຕ້ອງຍ່າງຂຶ້ນຂັ້ນໄດຫີນ ກວ່າ 700 ຂັ້ນ ຈ່ຶງ ຮອດ ບ່ອນຕັ້ງ ຮູບປັ້ນພະເຢຊູ. ພາບ: ທົງຫາຍ


ທາງຂຶ້ນຮູບປັ້ນພະເຢຊູ ເໝືອນດັ່ງສິ່ງທົດສອບ ສຳລັບ ຜູ້ທີ່ມີຄວາມນິຍົມມັກການພິຊິດ. ພາບ: ທົງຫາຍ


ນັກທ່ອງທ່ຽວຊື່ນຊົມຍິນດີ ຕໍ່ພູມພາບ ຢູ່ໃຕ້ຮູບປັ້ນພະເຢຊູ. ພາບ: ທົງຫາຍ


ນັກທ່ອງທ່ຽວຖ່າຍຮູບ, ພັກຜ່ອນ ແລະ ຊົມເບິ່ງທັດສະນີຍະພາບ ຢູ່ບ່ອນອ້ອມຂ້າງຕີນຮູບປັ້ນພະເຢຊູ. ພາບ: ທົງຫາຍ


ຂັ້ນໄດຫີນພາໄປເຖິງຕີນຮູບປັ້ນພະເຢຊູ, ຢູ່ທາງໄກ ແມ່ນ ໝຸ໊ຍງີງຟອງ ຊຶ່ງເປັນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ຂອງ ຫວູງເຕົາ. ພາບ: ທົງຫາຍ


ທັດສະນີຍະພາບທີ່ສວຍງາມ ຂອງ ນະຄອນແຫ່ງທະເລ ຫວູງເຕົາ ເບິ່ງຈາກບ່າຮູບປັ້ນພະເຢຊູ ຄຣິສຕຽນ. ພາບ: ກົງດາດ

ພາບພົດທີ່ແສນສວຍງາມ ຂອງນະຄອນແຫ່ງທະເລ ຫວູງເຕົາ.  ພາບ: ທົງຫາຍ

ສູນປຶ້ມສະຖິຕິ ຫວຽດນາມ (VietKings) ໄດ້ປະກາດ ຢ່າງເປັນທາງການ 10 ເຫດການ ຂອງສະຖິຕິ ຫວຽດນາມ ປີ 2012
ກັບ ບັນດາເນື້ອໃນ ທີ່ມີຄຸນຄ່າ ທາງດ້ານວັດທະນະທຳ ແລະ ອາຫານການກິນ
ທີ່ເປັນເອກະລັກ ຂອງຊາດ. ໃນສະຖານທີ່ ທ່ອງທ່ຽວ ດ້ານຈິດວິນຍານ 4 ແຫ່ງ ຂອງ ມີ ຮູບປັ້ນ ພະເຢຊູ ຄຣິສຕຽນ
ຖືກຮັບຮອງວ່າ ເປັນຮູບປັ້ນ ພະເຢຊູ ຄຣິສຕຽນ ໃຫຍ່ທີສຸດ ຫວຽດນາມ. 
ປະຕິບັດໂດຍ: ກົງດາດ-ທົງຫາຍ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top