• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

“ອານາຈັກ” ໝາກກ້ຽງນ້ອຍ ຮົ່ງ ລາຍວຸງ

ນອນຢູ່ແຄມແມ່ນ້ຳເຫົ້າ, ຊຶ່ງເຮັດໃຫ້ດິນແດນແຖບນີ້ສຸດທີ່ ອຸດົມສົມບູນ. ສະນັ້ນເມືອງ ລາຍວຸງ, ແຂວງ ດົ່ງທາບ ຈິ່ງເປັນທີ່ຮູ້ຈັກ ວ່າແມ່ນ “ອານາຈັກ”  ຂອງ ໝາກກ້ຽງນ້ອຍ ທົ່ງພຽງແມ່ນ້ຳຂອງ. ໝາກໄມ້ຊະນິດນີ້ ໄດ້ກາຍເປັນສິນຄ້າພິເສດ ຍ້ອນມີ ກິ່ນຫອມ, ລົດຫວານ, ເປືອກບາງ, ແກ່ນໜ້ອຍ ແລະ ກຳລັງເປັນ ສິນຄ້າສ້າງຄວາມຮັ່ງມີ ໃຫ້ແກ່ຊາວກະສິກອນ ຢູ່ທີ່ນີ້. 
ໝາກກ້ຽງນ້ອຍ ຮົ່ງ ສ່ວນຫຼາຍ ປູກຢູ່ ຕາແສງ ວິງເຖິຍ, ເຕິນເຟືອກ, ເຕິນແທ່ງ ແລະ ລອງເຫົ້າ ຂອງ ເມືອງ ລາຍວຸງ. ດ້ວຍ ເນື້ອທີ່ເກືອບ 2.000 ເຮັກຕາ, ໝາກກ້ຽງນ້ອຍ ຮົ່ງ ໄດ້ສະໜອງ ໃຫ້ແກ່ຕະຫຼາດປະມານ 40.000 ໂຕນຕໍ່ປີ. ປະຈຸບັນ, ໝາກ ກ້ຽງນ້ອຍ ຮົ່ງ ລາຍວຸງ ໄດ້ປູກຫຼາຍຢູ່ແຂວງ, ນະຄອນໃນທົ່ວປະເທດ ແລະ ໄດ້ສົ່ງອອກໄປຈຳໜ່າຍໃນປະເທດ ໂລກອີກດ້ວຍ.
 
ໝາກກ້ຽງນ້ອຍ ຮົ່ງ ລາຍວຸງ ມີລາຄາແຕ່ 20-25 ພັນດົ່ງ ຕໍ່ກິໂລກຣາມ. ປີໃດໃຫ້ຜົນເກັບກ່ຽວດີ ລາຄາ ອາດສູງເຖິງ 30 ພັນດົ່ງຕໍ່ກິໂລກຣາມ, ບາງຄັ້ງຍັງງບໍ່ພຽງພໍຕໍ່ຄວາມຕ້ອງການ ຂອງລູກຄ້າ. ພິເສດ, ເມື່ອເອົາແນວໝາກ ກ້ຽງນ້ອຍ ຮົ່ງ ລາຍວຸງ ໄປປູກຢູ່ບ່ອນອື່ນ ດ້ວຍວິທີການປູກຄືກັນ, ການຮັກສາຄືກັນ, ສ່ວນຫຼາຍແມ່ນຢູ່ທົ່ງພຽງແມ່ນ້ຳຂອງ ຊ້ຳພັດໃຫ້ຜົນຜະລິດບໍ່ສູງ, ບໍ່ມີລົດຫວານຄືຢູ່ ລາຍວຸງ, ເພາະສະນັ້ນ, ຊາວກະສິກອນ ຢູ່ທົ່ງພຽງແມ່ນ້ຳຂອງ ຈິ່ງຖືວ່າ ລາຍວຸ່ງ ເປັນ“ອານາຈັກ ຂອງໝາກກ້ຽງນ້ອຍ ຮົ່ງ”.


ດ້ວຍເນື້ອທີ່ປູກ ເກືອບ 2.000 ເຮັກຕາ, ລາຍວຸງ ໄດ້ສະໜອງ ໝາກກ້ຽງນ້ອຍ ໃຫ້ແກ່ຕະຫຼາດ
ກວ່າ 40.000 ໂຕນ ຕໍ່ປີ ແລະ ຊາວກະສິກອນຢູ່ທົ່ງພຽງແມ່ນ້ຳຂອງ ໃຫ້ສັນຍານາມ ລາຍວຸງ ວ່າ
ເປັນ “ອານາຈັກຂອງໝາກກ້ຽງນ້ອຍ ຮົ່ງ”. ພາບ: ກົງດາດ



ໝາກກ້ຽງນ້ອຍ ຮົ່ງ ໄດ້ປູກຫຼາຍ ຢູ່ເຂດທົ່ງພຽງແມ່ນ້ຳຂອງ,​ ແຕ່ ໝາກກ້ຽງນ້ອຍ ຮົ່ງ ປູກຢູ່ ລາຍວຸງ
ຈະໃຫ້ສະມັດຕະພາບ ກໍ່ຄື ຄຸນນະພາບສູງກວ່າໝູ່. ພາບ: ກົງດາດ



ສຳລັບຕົ້ນໝາກກ້ຽງນ້ອຍທີ່ປູກຫຼາຍປີ, ມີລຳຕົ້ນສູງ, ເຈົ້າຂອງ
ຕ້ອງຂຶ້ນຕົ້ນ ເພື່ອເກັບໝາກ. ພາບ: ກົງດາດ



ເອື້ອຍ ຮົ່ງ, ເຈົ້າຂອງສວນໝາກກ້ຽງນ້ອຍ ແຫ່ງໜຶ່ງມີເນື້ອທີ່ 4.000 ຕາຕະລາງແມັດຢູ່ ລາຍວ່ງ ໃຫ້ຮູ້ວ່າ
ແຕ່ລະປີ ມີນັກ
ທ່ອງທ່ຽວປະມານ 4.500 ຄົນມາຢ້ຽມຢາມ,
ຊອກຮູ້ ແລະ ຊື້ ໝາກກ້ຽງນ້ອຍຢູ່ໃນສວນຂອງລາວ. ພາບ: ກົງດາດ



ໝາກກ້ຽງນ້ອຍ ເດື່ອງ (ໝາກກ້ຽງນ້ອຍຊະນິດໜຶ່ງທີ່ ມີລົດ ຫວານ)
ຊຶ່ງຊາວກະສິກອນຫຼາຍຄົນຢູ່ ລາຍວຸງ ນິຍົມປູກ.  ພາບ: ກົງດາດ



ຊາວກະສິກອນເອົາເຊືອກມັດບັນດາກິ່ງໝາກກ້ຽງນ້ອຍທີ່ມີ ໝາກຫຼາຍ
ເພື່ອປ້ອງກັນບໍ່ໃຫ້ກິ່ງຫັກ. ພາບ: ກົງດາດ



ໄລຍະທ້າຍປີ ແມ່ນລະດູໝາກກ້ຽງນ້ອຍບານດອກຫຼາຍ, ນັກທ່ອງທ່ຽວສາມາດເຂົ້າມາຢ້ຽມຢາມ
ສວນຢູ່ລາຍວຸງ ເພື່ອສຳພັດ ກັບບັນຍາກາດ ເປັນຊາວສວນ. ພາບ: ກິມເຟືອງ



ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອໄດ້ເຫັນໝາກກ້ຽງນ້ອຍຢູ່ທີ່ນີ້
ໃຫ້ໝາກດົກ ຈົນງ່າກອ່ງເກືອບຈຳດິນ. ພາບ: ກິມເຟືອງ



ຫຼັງຈາກທົດລອງເປັນຊາວກະສິກອນ,
ນັກທ່ອງທ່ຽວ ຈະໄດ້ລີ້ມ ລົດໝາກກ້ຽງນ້ອຍທີ່ຫອມແຊບ. ພາບ: ກິມເຟືອງ



ເມື່ອໃກ້ຈະເຖິງລະດູເກັບກ່ຽວ, ເຈົ້າຂອງສວນຈະຕ້ອນຮັບ ພໍ່ຄ້າ ຊາວຂາຍມາຈອງຊື້
ແລະ ນັກທ່ອງທ່ຽວມາຢ້ຽມຢາມ. ພາບ: ກິມເຟືອງ



ນອກຈາກໝາກກ້ຽງນ້ອຍທີ່ມີລົດຊາດຫອມແຊບແລ້ວ,​ ລາຍວຸງ ຍັງເປັນແຫຼ່ງ ທ່ອງທ່ຽວ ໜຶ່ງ
ທີ່ຈັບໃຈນັກທ່ອງທ່ຽວ ທັງຢູ່ ພາຍໃນ ແລະ ຕ່າງປະເທດ. ພາບ: ກົງດາດ



ໝາກກ້ຽງນ້ອຍ ຮົ່ງ ໄດ້ຫຸ້ມຫໍ່ໃສ່ກັບ ເພື່ອສົ່ງອອກໄປຍັງທ້ອງຖິ່ນຕ່າງໆ​ໃນທົ່ວປະເທດ. ພາບ: ກົງດາດ


ໝາກກ້ຽງນ້ອຍ ຮົ່ງ ເປັນຊະນິດໝາກໄມ້ ທີ່ໄດ້ຮັບການນິຍົມຊື້ຫຼາຍ,
ເປັນຕົ້ນແມ່ນໃນໄລຍະປີໃໝ່. ພາບ: ກົງດາດ

 

ໝາກກ້ຽງນ້ອຍ ຮົ່ງ ລາຍວຸງ ຍັງມີຊື່ອື່ນວ່າ ໝາກກ້ຽງນ້ອຍ “ຕຽວຊອນ” ຍ້ອນມັນມີລົດຫວານ, ເວລາສຸກຈະມີສີແດງ, ໄດ້ ນຳໃຊ້ໃນການບູຊາ, ໄວ້ໄດ້ດົນໃນເງ່ືອນໄຂທຳມະຊາດ. 

ປີ້ເຂົ້າຊົມສວນໝາກກ້ຽງນ້ອຍຢູ່ ລາຍວຸງ ແມ່ນ 50.000 ດົ່ງສຳລັບຜູ້ໃຫຍ່ ແລະ 25.000 ດົ່ງສຳລັບເດັກນ້ອຍ. ເວລາເປີດເລີ່ມແຕ່ 8 ໂມງເຊົ້າ ຮອດ 17 ໂມງ ແລງ ທຸກໆ ​ວັນ.
ໝາກກ້ຽງນ້ອຍ ຮົ່ງ ໄດ້ມີຊື່ສຽງໂດງດັງຢູ່ ລາຍວຸງ ຍ້ອນ ເໝາະກັບເງື່ອນໄຂຂອງດິນຟ້າອາກາດຢູ່ທີ່ນີ້, ດັ່ງນັ້ນຈິ່ງໃຫ້ໝາກດົກ, ຄຸນນະພາບດີກວ່າ, ລົດຊາດຫອມແຊບກວ່າຢູ່ບ່ອນອື່ນ.
 
ພິເສດ, ນອກຈາກໝາກກ້ຽງນ້ອຍຮົ່ງ ທີ່ຫອມແຊບແລ້ວ,​ ລາຍວຸງ ຍັງເປັນແຫຼ່ງທ່ອງທ່ຽວໜຶ່ງທີ່ຈັບໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ບັນດາກຸ່ມນັກທ່ອງທ່ຽວ ໄດ້ສ້າງລາຍຮັບບໍ່ໜ້ອຍໃຫ້ຊາວສວນ ຢູ່ທີ່ນີ້.
 
ຈາກບໍ່ເທົ່າໃດຄອບຄົວ ເປີດເປັນບ່ອນທ່ອງທ່ຽວ ໃນປີ 2016, ປະຈຸບັນ ທົ່ວເມືອງ ລາຍວຸງ ມີແຫຼ່ງທ່ອງທ່ຽວສວນໝາກກ້ຽງນ້ອຍ ຮົ່ງ 7 ແຫ່ງຄື: ສວນໝາກກ້ຽງນ້ອຍ ລານແອງ, ຮາຍກຽດຢູ່ຕາແສງ ລອງເຫົ້າ; ສວນໝາກກ້ຽງນ້ອຍ ອຸດເຕື່ອງ, ຮົ່ງເວິນ ຢູ່ ຕາແສງ ເຕິນແທ່ງ; ສວນໝາກກ້ຽງນ້ອຍ ຕືຣ່າງ ຢູ່ຕາແສງ ວິງເຖິຍ ແລະ ສວນໝາກກ້ຽງນ້ອຍ ເຟືອງງີ ຢູ່ຕາແສງ ເຕິນເຟືອກ.
 
ໃນລະດູໝາກກ້ຽງນ້ອຍສຸກ, ນັກທ່ອງທ່ຽວສາມາດເຂົ້າມາຢ້ຽມຢາມ ສວນເພື່ອລອງເປັນຊາວກະສິກອນ ໃນການເກັບກ່ຽວ ໝາກກ້ຽງນ້ອຍ.
 
ຫຼັງຈາກການລອງເປັນຊາວກະສິກອນ, ນັກທ່ອງທ່ຽວຈະໄດ້ ລີ້ມລົດ ໝາກກ້ຽງນ້ອຍທີ່ຫອມແຊບ. ນີ້ກໍ່ ແມ່ນຂອງຕ້ອນ ທີ່ ຈັບໃຈ ແລະ ມີຄວາມໝາຍຂອງນັກທ່ອງທ່ຽວ ທີ່ຊື້ຕ້ອນພີ່ນ້ອງ ແລະ ຄອບຄົວ. ໃນເຂດທ່ອງທ່ຽວແຫ່ງນີ້, ນອກຈາກການຖ່າຍທຳ, ຖ່າຍຮູບເປັນທີ່ລະນຶກແລ້ວ, ນັກທ່ອງທ່ຽວຍັງໄດ້ນຳໃຊ້ ບໍລິການຕ່າງໆ ຄື: ບໍລິການກິນດື່ມ ແລະ ຮັບຊົມລາຍການສະແດງຂັບ ເດີ່ນກາຕ່າຍຕື (ຂັບລຳ ພື້ນເມືອງປະເພດໜຶ່ງ ຂອງ ພາກໃຕ້)
ປະຕິບັດ: ກົງດາດ - ກິມເຟືອງ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top