ຕາມບົດຂຽນແລ້ວ, ລັດຖະບານຊຸດໃໝ່ຂອງ ຫວຽດນາມ ຈະສຸມໃສ່ການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາເປົ້າໝາຍ ແລະ ດັດຊະນີໃຫ້ແກ່ໄລຍະຕໍ່ໄປ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ແລະ ຍົກສູງເນື້ອໃນຈິດໃຈລະບຽບການບໍລິຫານ, ໃນນັ້ນມີທັດສະນະຕ້ານການສໍ້ລາດບັງຫຼວງ ຢ່າງແຮງ. ຄຽງຄູ່ກັນນັ້ນ, ລັດຖະບານຊຸດໃໝ່ຈະສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາລະບົບສະຫວັດດີການສັງຄົມຢ່າງຮອບດ້ານ, ຈຸດສຸມແມ່ນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ, ເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ດູແລຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.
ໃນວັນທີ 7 ເມສາ, ເວັບໄຊສື່ເອເລັກໂຕນິກໃຫຍ່ທີ່ສຸດ ກູບາ Cubadebate ໄດ້ລົງບົດຂຽນກ່ຽວກັບບັນດາຜົນສຳເລັດດ້ານເສດຖະກິດ ສັງຄົມ ຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້, ພ້ອມທັງຕີລາສູງຄະນະຊີ້ນຳຊຸດໃໝ່ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ.
ກ່ອນໜ້ານັ້ນວັນທີ 6 ເມສາ, ສະຖານີວິທະຍຸກະຈ່າຍສຽງແຫ່ງຊາດ ອາກຊັງຕິນ ໄດ້ລົງຂ່າວກ່ຽວກັບຄະນະການນຳຊຸດໃໝ່ຂອງ ຫວຽດນາມ ໂດຍຕີລາຄາສູງຄວາມສາມັກຄີພາຍໃນກຸ່ມ, ຄວາມສະຖຽນລະພາບດ້ານການເມືອງ ແລະ ເສດຖະກິດຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)