ສອງຝ່າຍເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງບາດກ້າວຫັນປ່ຽນຢ່າງແທ້ຈິງໃນການຮ່ວມມືເສດຖະກິດການຄ້າ, ການລົງທຶນ.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)
ຕອນບ່າຍວັນທີ 22 ເມສາ, ຢູ່ສຳນັກງານລັດຖະບານ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ເລມິງຮຶງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສ. Estonia Margus Tsahkna ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ ສອງຝ່າຍເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງບາດກ້າວຫັນປ່ຽນຢ່າງແທ້ຈິງໃນການຮ່ວມມືເສດຖະກິດການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ Estonia ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດບຸລິມະສິດ, ໃນນັ້ນສຸມໃສ່ການພັດທະນາລັດຖະບານດີຈີຕອນ, ການຫັນເປັນດີຈີຕອນຢ່າງຮອບດ້ານ, ສ້າງ ແລະ ເຄື່ອນໄຫວສູນຂໍ້ມູນ, ຮັບປະກັນຄວາມປອດໄພ, ຄວາມປອດໄພທາງໄຊເບີ; ເຕັກໂນໂລຢີຫຸ່ນຍົນ, ຜະລິດຕະພັນອັດສະລິນະ, ເຫັນອຸດສາຫະກຳເປັນອັດຕະໂນມັດ, ໂປຼແກຼມປັນຍາປະດິດ (AI), ປະກອບສ່ວນຍົກສູງສະມັດຕະພາບ ແລະ ຄວາມສາມາດແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ.
ສ່ວນທ່ານລັດຖະມົນຕີ Margus Tsahkna ເນັ້ນໜັກວ່າຝ່າຍ Estonia ຈະໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເສດຖະກິດດີຈີຕອນ, ປັນຍາປະດິດ, ທ່ານໃຫ້ຮູ້ວ່າເຂົ້າຮ່ວມພ້ອມກັບຄະນະຍັງມີຜູ້ແທນຂອງວິສາຫະກິດດີເດັ່ນ 10 ແຫ່ງຂອງ Estonia ທີ່ເຄື່ອນໄຫວໃນຫຼາຍຂົງເຂດທີ່ເປັນທ່າແຮງ, ສະແດງໃຫ້ເຫັນວ່າ ຝ່າຍ Estonia ມີຄວາມເອົາໃຈໃສ່ເປັນພິເສດເຖິງການຮ່ວມມືກັບ ຫວຽດນາມ ຕາມທິດນັບມື້ນັບແທ້ຈິງ, ມີປະສິດທິຜົນ, ສຸມໃສ່ບັນດາຂົງເຂດສອດຄ່ອງກັບຄວາມຕ້ອງການພັດທະນາຂອງຫວຽດນາມຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ພະລັງງານ.
(ແຫຼ່ງຄັດຈາກ VOV)