ຂ່າວສານ

ສ​ື່ມວນ​ຊົນ​ສາ​ກົນ ຕີ​ລາ​ຄາ​ສູງ​ການ​ນຳ​ຊຸດ​ໃໝ່ ຂອງ ຫວຽດ​ນາມ

ໜັງສືພິມ Pretoria News (ສັງກັດ Independent Media ກຸ່ມບໍລິສັດສື່ມວນຊົນໃຫຍ່ທີ່ສຸດ ຂອງ ອາບຟຼິກກາໃຕ້) ສະບັບອອກໃນວັນທີ 7 ເມສາ ໄດ້ລົງບົດຂຽນຂອງ ທ່ານນາງ Val Boje ປະທານສະໂມສອນໜັງສືພິມແຫ່ງຊາດ ອາບຟຼິກກາໃຕ້, ກ່ຽວກັບການນຳຊຸດໃໝ່ຂອງ ຫວຽດນາມ.
ບົດຂຽນຂອງທ່ານນາງ Val Boje ປະທານສະໂມສອນໜັງສືພິມແຫ່ງຊາດ ອາບຟຼິກກາໃຕ້ ທີ່ໄດ້ລົງໃນເວັບໄຊ Pretoria News (ພາບ: TTXVN)

ຕາມບົດຂຽນແລ້ວ, ລັດຖະບານຊຸດໃໝ່ຂອງ ຫວຽດນາມ ຈະສຸມໃສ່ການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາເປົ້າໝາຍ ແລະ ດັດຊະນີໃຫ້ແກ່ໄລຍະຕໍ່ໄປ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ແລະ ຍົກສູງເນື້ອໃນຈິດໃຈລະບຽບການບໍລິຫານ, ໃນນັ້ນມີທັດສະນະຕ້ານການສໍ້ລາດບັງຫຼວງ ຢ່າງແຮງ. ຄຽງຄູ່ກັນນັ້ນ, ລັດຖະບານຊຸດໃໝ່ຈະສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາລະບົບສະຫວັດດີການສັງຄົມຢ່າງຮອບດ້ານ, ຈຸດສຸມແມ່ນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ, ເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ດູແລຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.

ໃນວັນທີ 7 ເມສາ, ເວັບໄຊສື່ເອເລັກໂຕນິກໃຫຍ່ທີ່ສຸດ ກູບາ Cubadebate  ໄດ້ລົງບົດຂຽນກ່ຽວກັບບັນດາຜົນສຳເລັດດ້ານເສດຖະກິດ ສັງຄົມ ຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້, ພ້ອມທັງຕີລາສູງຄະນະຊີ້ນຳຊຸດໃໝ່ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ.

ກ່ອນໜ້ານັ້ນວັນທີ 6 ເມສາ, ສະຖານີວິທະຍຸກະຈ່າຍສຽງແຫ່ງຊາດ ອາກຊັງຕິນ ໄດ້ລົງຂ່າວກ່ຽວກັບຄະນະການນຳຊຸດໃໝ່ຂອງ ຫວຽດນາມ ໂດຍຕີລາຄາສູງຄວາມສາມັກຄີພາຍໃນກຸ່ມ, ຄວາມສະຖຽນລະພາບດ້ານການເມືອງ ແລະ ເສດຖະກິດຂອງ ຫວຽດນາມ.

 (ແຫຼ່ງຄັດຈາກ VOV)


top