• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ສ້າງຄວາມຮັ່ງມີຈາກການລ້ຽງກະຕ່່າຍ ນິວຊີແລນ

ນິຄົມ ມີເນື້ອທີ່ກວ້າງປະມານ 20 ເຮັກຕາ ທີ່ຕາແສງ ໂກດົງ (ເທສະ ບານ ເຊີນໄຕ, ຮ່າໂນ້ຍ), ນັກທຸລະກິດໜຸ່ມ ຟຸ່ງ ວັນຕວານ, ຜູ້ອຳ ນວຍການສູນລ້ຽງກະຕ່າຍ ນິວຊີແລນ ໄດ້ເປັນທີ່ຮູ້ຈັກວ່າ ເປັນຜູ້ ປະ ສົບຄວາມສຳເລັດ ການລ້ຽງກະຕ່າຍ ນິວຊີແລນ ຢູ່ພາກເໜືອ. ແຕ່ ລະປີ, ເມື່ອຫັກອອກຄ່າໃຊ້ຈ່າຍຕ່າງໆ, ອອກ ນິຄົມຂອງລາວ ຍັງໄດ້ ກຳໄລຫຼາຍຕື້ດົ່ງ. 
ປີ 2014, ບົນພື້ນຖານກະກຽມດ້ານທຶນຮອນ ແລະ ເຕັກນິກ ການ ລ້ຽງ, ອ້າຍ ຟຸ່ງວັນຕວານ ພ້ອມກັບເພື່ອນຮ່ວມງານຈຳນວນໜຶ່ງໄດ້ຕັດສິນໃຈລົງທຶນກວ່າ 10 ຕື້ດົ່ງ ເພື່ອສ້າງສູນ ລ້ຽງກະຕ່າຍ ນິວຊີ ແລນ ແບບຄົບວົງຈອນ ຢູ່ຕາແສງ ໂກດົງ, ເທສະບານ ເຊີນໄຕ, ຮ່າໂນ້ຍ.
 
ເມື່ອເວົ້າເຖິງການລ້ຽງກະຕ່າຍ ນິວຊີແລນ, ອ້າຍ ຕວານ ໃຫ້ຮູ້ວ່າ “ຢູ່ຫວຽດນາມ, ພິເສດແມ່ນຢູ່ພາກເໜືອ, ການລ້ຽງກະຕ່າຍນິວຊີ ແລນ ຍັງບໍ່ທັນ ມີການລ້ຽງ ທົ່ວໄປ, ກະຕ່າຍນິວຊີແລນ ມີຈຸດດີຫຼາຍ ຢ່າງຄື: ແຜ່ພັນດີ, ໄວ ແລະ ລ້ຽງງ່າຍ. ນອກຈາກນັ້ນ ການລ້ຽງ ກະ ຕ່າຍ ນິວຊີແລນ ແບບອຸດສາຫະກຳ, ພວກຂ້າພະເຈົ້າ ໄດ້ກຳຈັດສິ່ງ ເສດເຫຼືອຢ່າງເດັດຂາດ, ກ້າວໄປເຖິງການລ້ຽງກະຕ່າຍແບບຍືນຍົງ”.
 
ປະຈຸບັນ, ສູນລ້ຽງກະຕ່າຍ ນິວຊີແລນ ຂອງອ້າຍ ຟຸ່ງວັນຕວານ ໄດ້ສຳເລັດການສ້າງນິຄົມລ້ຽງກະຕ່າຍ 3 ແຫ່ງຄື: ລ້ຽງເພື່ອເອົາຊີ້ນ, ລ້ຽງ ເພື່ອຂະຫຍາຍພັນ ແລະ ເຂດປະສົມພັນ. ເຂດລ້ຽງກະຕ່າຍ ໄດ້ກໍ່ ສ້າງແບບຄົບວົງຈອນ... ສິ່ງເສດເຫຼືອຂອງກະຕ່າຍໄດ້ກຳຈັດດ້ວຍທໍ່ ປ່ອຍນຳ້ແລ້ວໄຫຼລົງຂຸມ ປີໂອແກັດ ເພື່ອຮັບປະ ກັນຕໍ່ຄວາມສະອາດ ດ້ານສິ່ງແວດລ້ອມ. 


ນິຄົມລ້ຽງກະຕ່າຍ ນິວຊີແລນ ຂອງອ້າຍ ຟຸ່ງວັນຕວານ ຢູ່ ເຊີນໄຕ,
ຮ່າໂນ້ຍ ປະຈຸບັນ ມີກະຕ່າຍປະມານ 10.000 ໂຕ.



ສຳລັບກະຕ່າຍ ນິວຊີແລນ ອາຍຸໜຶ່ງອາທິດ ຕ້ອງໃຫ້ທາດບຳລຸງ ເປັນປະຈຳ ​ເພື່ອເພີ່ມພູມຕ້ານທານ,
ຍ້ອນໄລຍະນີ້ ກະຕ່າຍ ຈະຕິດ ພະຍາດທາງລະບົບລຳໄສ້ໄດ້ງ່າຍ.



ເພີ່ມທາດບຳລຸງໃຫ້ກະຕ່າຍ ນິວຊີແລນ ຊຶ່ງຫາກໍ່ເກີດ. 


ອາຫານຂອງກະຕ່າຍ ນິວຊີແລນ ແມ່ນຮຳທີ່ໄດ້ປຸງແຕ່ງຈາກເສດ ຂີ້ເບຍ,
ຍັງມີຮຳເກືອໄກ່, ເກືອເປັດ, ຮຳອຸດສາຫະກຳ ແລະ ອື່ນໆ.



ຜູ້ລ້ຽງຕ້ອງສ້າງຄອກໃຫ້ກະຕ່າຍ ທີ່ຫາກໍ່ເກີດ. 


ໃຫ້ອາຫານກະຕ່າຍ.


ຄອກລ້ຽງກະຕ່າຍ ນິວຊີແລນ ທີ່ຫາກໍ່ເກີດຢູ່ນິຄົມຂອງອ້າຍ ຟຸ່ງວັນຕວານ. 


ຍ້ອນແນວພັນກະຕ່າຍ ນິວຊີແລນ ຫາກໍ່ລ້ຽງຢູ່ ຫວຽດນາມ, ສະນັ້ນ ການ ຄົ້ນຄວ້າ,
ອອກແບບຄອກ ເປັນຂັ້ນຕອນທີ່ສຳຄັນເພື່ອ ຮັບ ປະກັນໃຫ້ກະຕ່າຍ ສາມາດຂະຫຍາຍໄດ້ດີ.



ທຽບກັບກະຕ່າຍ ຫວຽດນາມ, ກະຕ່າຍ ນິວຊີແລນ ມີນຳ້ໜັກ,
ສຸຂະ ພາບ ແລະ ຄວາມສາມາດແຜ່ພັນດີກວ່າ.



ກະຕ່າຍໂຕໜຶ່ງທີ່ໃຫຍ່ເຕັມທີ ຈະນີນ້ຳໜັກປະມານ 3-4,5 ກິໂລກ ຣາມ.

ກະຕ່າຍ ນິວຊີແລນ ເປັນປະເພດກະຕ່າຍບ້ານ, ມີການລ້ຽງ ທົ່ວໄປ ຢູ່ບັນດາປະເທດທີ່ ເອີຣົບ ແລະ ທະວີບອາເມລິກາ ເພື່ອເອົາຊີ້ນ ແລະ ເປັນສັດປະດັບເອ້. ກະຕ່າຍນິວຊີແລນ ມີຈຸດດີຫຼາຍຢ່າງຄືສາມາດແຜ່ພັນດີ, ໃຫ່ຍໄວ, ເກີດລູກຫຼາຍ, ເນື້ອຊີ້ນຫອມແຊບ. ຂີ້ ກະຕ່າຍ ນິວຊີແລນ ໄດ້ນຳໃຊ້ເພື່ອໃສ່ໃຫ້ຕົ້ນໄມ້ປະດັບ, ຂົນກະຕ່າຍໄດ້ນຳໃຊ້ໃນຂະແໜງການຜະລິດໜັງ. 
ດ້ວຍການນຳໃຊ້ເຕັກນິກການລ້ຽງແບບຄົບວົງຈອນ, ຈຳນວນກະ ຕ່າຍ ນິວຊີແລນ ໃນນິຄົມຂອງອ້າຍ ຟຸ່ງວັນຕວານ ຈາກ 1.700 ໂຕ ໃນປີ 2014 ໄດ້ເພີ່ມຂຶ້ນເປັນ 10.000 ໂຕໃນປີ 2016, ໃນນັ້ນກະ ຕ່າຍ ເພື່ອເຮັດແນວພັນມີ 6.000 ໂຕ, ສ່ວນຍັງເຫຼືອແມ່ນ ກະຕ່າຍ ລ້ຽງເພື່ອເອົາຊີ້ນ.
 
ເພື່ອຮັບປະກັນດ້ານຄຸນນະພາບຂອງກະຕ່າຍ ນິວຊີແລນ,  ນິຄົມໄດ້ປະຕິບັດເຕັກນິກລ້ຽງກະຕ່າຍ ແບບທັນສະໄໝ. ກະຕ່າຍແມ່ນສັດ ປະເພດໜຶ່ງທີ່ລ້ຽງງ່າຍ, ແຫຼ່ງອາຫານຫາໄດ້ງ່າຍ, ແຕ່ຕິດພະຍາດ ທາງ ລະບົບລຳໄສ້ໄດ້ງ່າຍ. ເພາະສະນັ້ນ, ທາງສູນໄດ້ສັກຢາກັນ ພະຍາດໃຫ້ກະຕ່າຍ ເປັນປະຈຳ 6 ເດືອນເທື່ອໜຶ່ງ ແລະ ອະນາໄມ ຄອກໃຫ້ສະອາດ ຢູ່ສະເໝີ, ຕິດຕາມການຂະຫຍາຍຕົວຂອງກະ ຕ່າຍຢ່າງລະອຽດ... ເພື່ອໃຫ້ມີການດູແລກະຕ່າຍທີ່ ເໝາະສົມ. ທີ່ ນິຄົມ, ກະຕ່າຍຈະໄດ້ກິນຮຳປະສົມກັບຂີ້ເບຍ, ຮຳໄກ່, ຮຳເປັດ... ບໍ່ໃຫ້ກິນຫົວອາຫານຢ່າງເດັດຂາດ.
 
ໄລຍະການຈະເລີນເຕີບໂຕ ຂອງ ກະຕ່າຍນິວຊີແລນ ແມ່ນ 90 ວັນ ຂຶ້ນເມືອຈະມີນຳ້ໜັກ 2,5-3 ກິໂລກຣາມ/ໂຕ ແມ່ນສາມາດຂາຍອອກໄດ້. ລາຄາກະຕ່າຍພັນແມ່ນ 150.000 ດົ່ງຕໍ່ກິໂລກຣາມ, ກະ ຕ່າຍລ້ຽງເອົາຊີ້ນ ມີລາຄາແຕ່ 70.000-90.000 ດົ່ງຕໍ່ກິໂລກຣາມ, ຫຼັງຈາກຫັກອອກຄ່າໃຊ້ຈ່າຍຕ່າງໆ, ທາງສູນ ມີລາຍຮັບກວ່າ 3 ຕື້ ດົ່ງຕໍ່ປີ. ກະຕ່າຍພັນ ແລະ ກະຕ່າຍລ້ຽງເອົາຊີ້ນ ນິວຊີແລນ ຂອງສູນແຫ່ງນີ້ ບໍ່ພຽງແຕ່ຈຳໜ່າຍໃນທົ່ວປະເທດເທົ່ານັ້ນ, ຫາກຍັງ ໄດ້ ຈຳ ໜ່າຍອອກສູ່ປະເທດ ຍີ່ປຸ່ນ, ຝຣັ່ງ ແລະ ອື່ນໆ ອີກດ້ວຍ... ທາງ ສູນຍັງແກ້ໄຂບັນຫາວຽກເຮັດງານທຳໃຫ້ ປະຊາຊົນທ້ອງຖິ່ນ ມີລາຍ ຮັບແຕ່ 3-4 ລ້ານດົ່ງ/ເດືອນ/ຄົນ.
 
ສູນລ້ຽງກະຕ່າຍພັນ ນິວຊີແລນ ຂອງອ້າຍ ຟຸ່ງວັນຕວານ ໄດ້ກາຍເປັນສະຖານທີ່ຕອບສະໜອງກະຕ່າຍ ນິວຊີແລນ ທີ່ໜ້າໄວ້ເນື້ອເຊື່ອໃຈຂອງລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດ. ບໍ່ພຽງເທົ່ານັ້ນ, ອ້າຍ ຟຸ່ງວັນຕວານ ຍັງມີການຊອກຫາວິທີການລ້ຽງແບບໃໝ່ເພື່ອຍົກ ສູງ ຄຸນນະພາບ ແລະ ຂະຫຍາຍການລ້ຽງແບບເສດຖະກິດນີ້ໃຫ້ກວ້າງ ຂວາງກວ່າເກົ່າ.
ບົດ: ທຸກທ່ຽນ - ພາບ: ເຕິດເຊີນ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top