• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ສ້າງຄວາມຮັ່ງມີຈາກການປູກດອກກຸຫຼາບ

ໄດ້ປູກຢູ່ສວນຫຼາຍແຫ່ງທີ່ເມືອງ ວັນຢາງ, ແຂວງ ຮຶງອຽນ, ດອກ ກຸ ຫຼາບ ຫຼາຍຊະນິດ ຂອງ ຫວຽດນາມ ຄື: ກຸຫຼາບຊາປາ, ຫາຍຝ່ອງ, ວັນໂຄຍ, ກຸຫຼາບແດງ, ກຸຫຼາບຂາວ ນາມດິ້ງ... ມີຄວາມເໝາະສົມ ແລະ ພັດທະນາ ໄວກັບ ເງື່ອນໄຂ ຂອງ ດິນຟ້າອາກາດເຂດ ທົ່ງ ພຽງ. ພ້ອມກັບດອກກຸຫຼາບຫຼາຍ ຊະນິດທີ່ນຳເຂົ້າມາຈາກຕ່າງ ປະ ເທດຄື: ດອກກຸຫຼາບ ອັງກິດ, ຝຣັ່ງ, ໄທ... ໄດ້ເຮັດໃຫ້ຊາວສວນ ທີ່ ປູກ ດອກກຸຫຼາບ ມີລາຍຮັບສູງຂຶ້ນ. 
ໃນສວນປູກດອກກຸຫຼາບ ຫງາດຈຽນ, ໜຶ່ງໃນບັນດາສວນ ແຫ່ງທຳ ອິດ ຢູ່ຕາແສງ ຝຸງກົງ, ເມືອງ ວັນຢາງ ທີ່ທຳການປູກ ດອກກຸຫຼາບ ແລະ ເລີ່ມໄດ້ຮັບຜົນສຳເລັດ. ອ້າຍ ຫງວຽນແທ່ງຈຽນ ໃຫ້ຮູ້ວ່າ: “ພາຍຫຼັງການປູກ ແລະ ປະສົມພັນ ດອກກຸຫຼາບ ຫຼາຍຊະນິດ ມາ ເປັນເວລາ 4 ປີ, ຂ້າພະເຈົ້າ ສັງເກດໄດ້ວ່າ ປູກ ດອກກຸຫຼາບ ແມ່ນ ວິທີສ້າງຄວາມຮັ່ງມີ ທີ່ໝັ້ນຄົງ”.

ເທິງເນື້ອທີ່ດິນກວ່າ 4.000 ຕາຕະລາງແມັດ, ອ້າຍ ຫງວຽນແທ່ງ ຈຽນ ໄດ້ກ້າເບ້ຍ ແລະ ປູກດອກກຸຫຼາບ ຫວຽດນາມເຊັ່ນ: ກຸຫຼາບ ຊາປາ, ວັນໂຄຍ, ກຸຫຼາບແດງ, ກຸຫຼາບຂາວ, ກຸຫຼາບຮາຍຝ່ອງ... ນອກຈາກນັ້ນ ຍັງມີກຸຫຼາບອັງກິດ, ກຸຫຼາບຝຣັ່ງ, ກຸຫຼາບໄທ. ປະຈຸ ບັນ, ໃນສວນຂອງ ລາວ ມີດອກ ກຸຫຼາບ ກວ່າ 3.000 ຕົ້ນ. ຕາມ ການຕີລາຄາຂອງ ອ້າຍ ຫງວຽນແທ່ງຈຽນ, ດອກກຸຫຼາບ ຊາປາ ເປັນດອກໄມ້ ທີ່ໄດ້ຮັບການນິຍົມຊົມຊື້ຫຼາຍກວ່າໝູ່. 


ກຸຫຼາບ ທີ່ໄດ້ຮັບຄວາມນິຍົມປູກ ຫຼາຍຢູ່ຕາແສງ  ຝຸງກົງ, ຊວນ ກວານ (ເມືອງ ວັນຢາງ, ແຂວງ ຮຶງອຽນ)
ຍ້ອນປູກງ່າຍ, ບົວລະບັດ ບໍ່ຫຍຸ້ງຍາກ ແລະ ມີຄຸນຄ່າສູງທາງດ້ານເສດຖະກິດ. 



ຫຼັງຈາກນຳເຂົ້າມາປູກ ຢູ່ສວນຫຼາຍແຫ່ງໃນເມືອງ ວັນຢາງ, ຕົ້ນ ດອກກຸຫຼາບ ຊາປາ ມີຄວາມເໝາະສົມ
ແລະ ເຕີບໂຕໄວ ກັບ ເງື່ອນໄຂສະພາບອາກາດ ຂອງ ເຂດທົ່ງພຽງ. 



ກຸຫຼາບ ຊາປາ ມີຕົ້ນກຳເນີດຈາກ ເອີລົບ, ຊຶ່ງຊາວ ຝຣັ່ງ ນຳມາປູກ ຢູ່ ຊາປາ. 


ຜູ້ປູກ ຈະທຳການເດັດຍອດ ຫຼັງຈາກຕົ້ນ ກຸຫຼາບ ເລີ່ມອອກດອກ ຢ່າງເຕັມທີ່ ເພື່ອຮັກສາທາດບຳລຸງ ໃຫ້ແກ່ກິ່ງທີ່ປົ່ງໃໝ່.


ກຸຫຼາບ ຊາປາ ຈະອອກດອກຕະຫຼອດປີ, ອອກດອກຫຼາຍ, ດອກໃຫຍ່ ສຸດຈະມີ ຂະໜາດ ເທົ່າກັບຖ້ວຍກິນເຂົ້າ.


ກຸຫຼາບ ຊາປາ ໄດ້ຮັບການນິຍົມ ຈາກຜູ້ນິຍົມດອກໄມ້, ຕົ້ນໄມ້ປະ ດັບ ຊະນິດພິເສດ ຍ້ອນມັນມີຄວາມງາມທີ່ສະຫງ່າ,
ກິ່ນຫອມທີ່ ອ່ອນໂຍນ.



ນັກທ່ອງທ່ຽວ ກໍ່ຄືຜູ້ທີ່ມັກດອກໄມ້ ໄດ້ມາຕາແສງ  ຝຸງກົງ, ຊວນ ກວານ ເພື່ອຢ້ຽມຢາມ ແລະ ຊອກຊື້ຕົ້ນດອກກຸຫຼາບ.


ບັນດາຕົ້ນກຸຫຼາບ ຕ່າງປະເທດ ໄດ້ຖືກປູກ ແລະ ນຳມາລາຍຮັບ ສູງໃຫ້ແກ່ຜູ້ ປູກ ຢູ່ ເມືອງ ວັນຢາງ.

ຕາມປະສົບການ ໃນການປູກດອກກຸຫຼາບ ເປັນເວລາຫຼາຍປີ ຂອງ ຕົນ, ອ້າຍ ຫງວຽນແທ່ງຈຽນ ໃຫ້ຮູ້ວ່າ ດອກກຸຫຼາບຊາປາ ມີຫຼາຍ ຈຸດເດັ່ນທີ່ແຕກຕ່າງກັບດອກກຸຫຼາບຊະນິດຕ່າງໆ ຄື ມີກິ່ນຫອມ ອ່ອນໂຍນ. ນີ້ແມ່ນຊະນິດດອກໄມ້ທີ່ຫາຍາກ, ໃຫ້ດອກຕະຫຼອດ ປີ, ອອກດອກຫຼາຍ, ດອກໃຫຍ່ ສຸດຈະມີຂະໜາດ ໃຫຍ່ເທົ່າກັບ ຖ້ວຍກິນເຂົ້າ. ດອກກຸຫຼາບຊາປາ ແມ່ນຊະນິດດອກໄມ້ທີ່ປູກງ່າຍ, ເໝາະສົມກັບ ເງື່ອນໄຂດິນຟ້າອາ ກາດຂອງເຂດທົ່ງທຽງ. ອ້າຍ ຈຽນ ໃຫ້ຮູ້ອີກວ່າ: “ດອກກຸຫຼາບຊະນິດນີ້ ປູກງ່າຍ, ສາມາດຢູ່ໄດ້ ໃນເງື່ອນ ໄຂອຸ່ນຫະພູມ ຕ່ຳກວ່າ ລົບ 15 ອົງສາເຊ”. 

ດອກກຸຫຼາບຊາປາ ມີຕົ້ນກຳເນີດຈາກເອີລົບ, ຊຶ່ງຊາວ ຝຣັ່ງ ໄດ້ນຳ ມາປູກຢູ່ ຊາປາ ມີຊື່ວ່າ ດອກກຸຫຼາບຝຣັ່ງ. ກຸຫຼາບ ຊາປາ ມີ ໜາມ ຫຼາຍ, ໃບມີສີ ຂຽວສົດໃສ, ມີດອກຫຼາຍ, ດອກສ່ວນຫຼາຍມີສີແດງ. 
ພ້ອມກັບດອກກຸຫຼາບ ຊາປາ, ດອກກຸຫຼາບ ວັນໂຄຍ ກໍ່ເປັນ ດອກ ໄມ້ທີ່ໄດ້ຮັບການນິຍົມບໍ່ແພ້ກັນ. ດອກກຸຫຼາບ ວັນໂຄຍ  ມີດອກ ໃຫຍ່, ຫຼາຍຊັ້ນ, ສີແດງ ແລະ ມີກິ່ນຫອມ. ຈາກຈຸດເດັ່ນ ດັ່ງກ່າວ, ໃນສະໄໝກ່ອນ, ດອກກຸຫຼາບວັນໂຄຍ ພຽງແຕ່ປູກຢູ່ໃນຄອບ ຄົວ ທີ່ມີຖານະເທົ່ານັ້ນ. ປະຈຸບັນ, ຈາກຄວາມຕ້ອງການ ຂອງ ການປະ ດັບປະດາ, ລູກຄ້າບໍ່ພຽງແຕ່ເລືອກຊື້ ດອກ ຫຼາບຊາປາເທ່ົາ ນັ້ນ, ເຂົາເຈົ້າ ຍັງເລືອກຊື້ດອກກຸຫຼາບ ວັນໂຄຍ ອີກດ້ວຍ.

ອ້າຍ ຫງວຽນແທ່ງຈຽນ ໃຫ້ຮູ້ວ່າ ການປູກ ແລະ ບົວລະບັດດອກ
ກຸຫຼາບ ບໍ່ຕ້ອງການເຕັກນິກທີ່ຍຸ້ງຍາກ. ເມື່ອຍອດຕົ້ນກຸຫຼາບ ປົ່ງຂຶ້ນ ສູງປະມານ 20-25 ຊັງຕີແມັດ ຈະເດັດຍອດ, ເອົາໄວ້ແຕ່ 4-5 ກິ່ງ ໄມ້ເທົ່ານັ້ນ, ຈາກນັ້ນ ພຽງແຕ່ໃສ່ຝຸ່ນເດືອນລະຄັ້ງ, ສີດຢາຕ້ານ ສັດ ຕູພືດ. ຕົ້ນກຸຫຼາບ ເໝາະສົມກັບບ່ອນທີ່ມີອາກາດ ປອດໂປ່ງ, ມີ ແສງແດດ ສະໝ່ຳສະເໝີ.

ບັນດາຄອບຄົວປູກດອກໄມ້ຢູ່ ຊວນກວານ, ຝຸງກົງ ໄດ້ນຳໃຊ້ເຕັກໂນໂລຊີ ໃນການປູກດອກກຸຫຼາບ ຕາມມາດຕະຖານ VietGap ທີ່ໄດ້ແລກປ່ຽນຈາກສະຖາປັນຄົ້ນຄວ້າຜັກ, ໝາກໄມ້ສູນກາງ ແລະ ສະຖາບັນກະສິກຳ ຫວຽດນາມ. ເພາະສະນັ້ນ ດອກຸຫຼາບ ທີ່ຂາຍ ອອກ ໄດ້ລາຄາສູງ. ຕົ້ນກຸຫຼາບນ້ອຍ ຈະຂາຍໃນລາຄາປະມານ 600.000 ດົ່ງ, ຕົ້ນກຸຫຼາບ ອາຍຸປະມານ 3-4 ປີ ຈະມີລາຄາແຕ່ 6-7 ລ້ານດົ່ງ, ຕົ້ນກຸຫຼາບ ອາຍຸຫຼາຍກວ່າ ອາດຈະມີ ລາຄາສູງເຖິງ 15 ລ້ານດົ່ງ. ບັນດາຄອບຄົວທີ່ປູກດອກກຸຫຼາບຂະໜາດໃຫຍ່ຢູ່ ຝຸງກົງ, ຊວນກວານ ສາມາດສ້າງລາຍຮັບຫຼາຍກວ່າ 2 ຕື້ດົ່ງຕໍ່ປີ. 

ດອກກຸຫຼາບແດງ ຂອງ ຫວຽດນາມ.


ດອກກຸຫຼາບ ຊາປາ ກ່ອນ ຈະບານ.


ຄວາມງາມສະຫງ່າຂອງດອກກຸຫຼາບ ຊາປາ ເມື່ອບານເຕັມທີ່.


ກຸຫຼາບ ຊາປາ ໄດ້ຮັບຄວາມນິຍົມ ບໍ່ພຽງແຕ່ມີຄວາມງາມ ສະຫງ່າ ເທົ່ານັ້ນ,
ຫາກຍັງມີຄວາມທົນທານ, ທົນຕໍ່ພະຍາດ ແລະ ປູກງ່າຍ. 



ກຸຫຼາບ Mary Rose ມີກິ່ນຫອມ ຄ້າຍຄືນ້ຳເຜິ້ງ.




ກຸຫຼາບ ຊາປາ ມີກິ່ນຫອມທີ່ອ່ອນໂຍນ.










ກຸຫຼາບ ຫຼາຍຊະນິດ ທີ່ປູກຢູ່ສວນຫຼາຍແຫ່ງ ຢູ່ເມືອງ ວັນຢາງ. 

ຍ້ອນມີຄວາມງາມສະຫງ່າ ແລະ ປູກງ່າຍ, ດອກກຸຫຼາບ ຈຶ່ງໄດ້ຮັບ ຄວາມນິຍົມຈາກຜູ້ຊື້ ທີ່ມີຄວາມມັກຮັກກັບດອກໄມ້ຊະນິດນີ້. ພິ ເສດ, ດອກກຸຫຼາບ ທີ່ມີຮູບຊົງແບບ Tree rose, Bonsai ຈະໄດ້ ຮັບ ຄວາມນິຍົມ ຢ່າງຫຼວງຫຼາຍ ຈາກຜູ້ນິຍົມດອກໄມ້.

ລາຍຮັບ ຈາກການປູກດອກກຸຫຼາບ, ກໍ່ຄືຄຸນປະໂຫຍດຂອງ ດອກ ກຸຫຼາບຕໍ່ຂະແໜງການຢາ (ດອກກຸຫຼາບຂາວໄດ້ນຳໃຊ້ເພື່ອປຸງແຕ່ງ ຢາແກ້ໄອ ໃຫ້ແກ່ເດັກນ້ອຍ), ເຄື່ອງສຳອາງ (ນ້ຳຫອມມີກິ່ນດອກ ກຸຫຼາບ), ສະນັ້ນ ການປູກດອກກຸຫຼາບ ໄດ້ກາຍ ເປັນທິດທາງພັດ  ທະນາເສດຖະກິດ ທີ່ດີຂອງຊາວບ້ານ ຊວນກວານ, ຝຸງກົງ. 
ບົດ: ທຸກຮ່ຽນ - ພາບ: ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top