• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ສ້າງຄວາມຮັ່ງມີຈາກເຫັດຫຼິນຈື່ແດງ

ຍ້ອນສະພາບອາກາດ ແລະ ດິນທີ່ເໝາະສົມກັບການຂະ ຫຍາຍຕົວຂອງເຫັດຫຼາຍຊະນິດ, ພິເສດແມ່ນເຫັດໃຊ້ເປັນຢາ, ຕົວແບບປູກເຫັດຫຼິນຈື່ແດງ ຢູ່ຕາແສງ ດົງຮວ່າ, ເມືອງຈາງ ບອມ, ແຂວງ ດົ່ງນາຍ ພວມໄດ້ຮັບການຜະລິດຕາມແບບຄົບວົງຈອນ ນັບແຕ່ການປູກ ໄປຈົນເຖິງການປຸງແຕ່ງ.
ເມື່ອມາຍາມນິຄົມປູກເຫັດຫຼິນຈື່ແດງ ຂອງລຸງ ເຈິ່ນຮົ່ງຖຸຍ ຊຶ່ງ ໄດ້ລົງທຶນໄປແລ້ວກວ່າ 400 ລ້ານດົ່ງ ນັບແຕ່ປີ 2013 ເປັນຕົ້ນ ມາ ຈະເຫັນໄດ້ວ່າ ການປູກເຫັດ ຫຼິນຈື່ແດງ ບໍ່ໃຊ້ແຮງຫລາຍ ໃນການບົວລະບັດຮັກສາ, ຜູ້ປູກພຽງແຕ່ປະຕິບັດຕາມເຕັກນິກ ການປູກ ເຫັດຫຼິນຈື່ແດງ ພ້ອມກັບ ບັນດາເຕັກນິກບົວລະ ບັດ ຕ່າງໆ ກໍ່ໄດ້ ແລ້ວ.

ບ່ອນປູກເຫັດຫຼິນຈື່ແດງ ຕ້ອງມີຄວາມສະອາດ, ອາກາດປອດ ໂປ່ງ, ຮັບປະກັນອຸ່ນຫະພູມລະຫວ່າງ 22-28 ອົງສາເຊ ແລະ ຄວາມ ຊຸ່ມແຕ່ 80-90%. ເຮືອນປູກເຫັດຫຼິນຈື່ແດງ ຕ້ອງໄດ້ ຕິດຕັ້ງລະບົບຫົດນຳ້ແບບອັດຕະໂນມັດ, ພື້ນເຮືອນຕ້ອງໄດ້ ລາດ ຊີມັງ ເພື່ອຮັກສາຄວາມຊຸ່ມ. ເຮືອນປູກເຫັດຕ້ອງ ມີຕາ ນ່າງ ອ້ອມຮອບ ເພື່ອປ້ອງກັນບໍ່ໃຫ້ສັດມາທຳລາຍເຫັດ ຫຼິນ ຈື່ແດງ.

ຈາກຜົນສຳເລັດເບື້ອງຕົ້ນກັບນິຄົມ 3 ແຫ່ງ, ລຸງ ເຈິ່ນຮົ່ງຖຸຍ ໄດ້ ຕັດສິນໃຈລົງທຶນສ້າງນິຄົມປູກເຫັດຫຼິນຈື່ແດງ ຕື່ມອີກ 2 ແຫ່ງ. ປະຈຸບັນ, ນິຄົມປູກເຫັດຫຼິນຈື່ແດງຂອງເພິ່ນໄດ້ເກັບກ່ຽວ ແລະ ຈຳໜ່າຍເຫັດຫຼິນຈື່ແດງອອກສູ່ຕະຫຼາດກວ່າ 100 ກິໂລກຣາມຕໍ່ເດືອນ ດ້ວຍລາຄາແຕ່ 8ແສນ ເຖິງ 1 ລ້ານດົ່ງຕໍ່ກິໂລກຣາມ, ສ້າງລາຍຮັບປະມານ 1 ຕື້ດົ່ງຕໍ່ປີໃຫ້ແກ່ຄອບຄົວລຸງ ຖຸຍ. ພິ ເສດ ເຫັດຫຼິນຈື່ແດງ ສາມາດອົບແຫ້ງ ແລະ ຮັກສາໄດ້ ໃນໄລ ຍະ ເວລາແຕ່ 3-5 ປີ. 


ຂັ້ນຕອນກະກຽມດິນເພື່ອກ້າເບ້ຍເຫັດຫຼິນຈື່ແດງ…


… ແລະ ກະກຽມຖົງກ້າເບ້ຍເພື່ອຂະຫຍາຍແນວພັນ ເຫັດຫຼິນ ຈື່ແດງ.


ຖົງບັນຈຸແນວພັນເຫັດຫຼິນຈື່ແດງ ຢູ່ນິຄົມປູກເຫັດ ຢູ່ຕາແສງ ດົງຮວ່າ.


ຫ້ອງກ້າເບ້ຍເຫັດຫຼິນຈື່ແດງ.


 
ທາງໃນນິຄົມປູກເຫັດຫຼິນຈື່ແດງແຫ່ງໜຶ່ງຂອງຄອບຄົວລຸງ ເຈິ່ນຮົ່ງຖຸຍ.


ເມື່ອອາຍຸໄດ້ 5 ເດືອນ, ເຫັດຫຼິນຈື່ແດງ ກໍ່ສາມາດເກັບກ່ຽວໄດ້.


ເຫັດຫຼິນຈື່ແດງ ເລີ່ມໃຫ້ຜົນເກັບກ່ຽວ.


ເຮືອນປູກເຫັດຫຼິນຈື່ແດງ ຕ້ອງຮັບປະທຸກຂັ້ນຕອນ ຢ່າງເຄັ່ງຄັດ
ເພື່ອ ໃຫ້ເຫັດຂະຫຍາຍຕົວດີ ແລະ ປ້ອງກັນສັດບໍ່ໃຫ້ ມາທຳ ລາຍ.



ຕາກເຫັດຫຼິນຈື່ແດງ ໃຫ້ແຫ້ງຫຼັງຈາກເກັບກ່ຽວມາ.


ເຫັດຫຼິນຈື່ແດງ ຖືວ່າ ເປັນຢາ ດີຕໍ່ສຸຂະພາບ.


ປະຈຸບັນ, ຕົວແບບປູກ ເຫັດຫຼິນຈື່ແດງ  ພວມ ນຳມາຜົນງານ
ດ້ານເສດຖະກິດສູງໃຫ້ແກ່ຊາວກະສິກອນ ຢູ່ຕາແສງ ດົງ ຮວ່າ.

ຫຼັງຈາກປູກເຫັດຫຼິນຈື່ ໄດ້ 5 ເດືອນ ກໍ່ສາມາດເກັບເຫັດໄດ້. ເຫັດຫຼິນຈື່ ຫຼັງ ຈາກເກັບມາ ຈະເອົາໄປຕາກໃຫ້ແຫ້ງ ຫຼື ອົບ ແຫ້ງໃນລະດັບ ຄວາມຮ້ອນແຕ່ 40-45 ອົງສາເຊ. ເຫັດຫຼິນຈື່ ຜະລິດຢາມີ ຄຸນປະໂຫຍດຫຼາຍຢ່າງຄື: ຕ້ານເຊື້ອມະເຮັງ ແລະ ຮັກສາ ຄວາມ ດັນເລືອດໃຫ້ຄົງທີ່, ຫຼຸດຜ່ອນໄຂ້ມັນໃນເລືອດ, ຫຼຸດ ຜ່ອນ cholesterol ໃນເລືອດ, ແກ້ພິດໃຫ້ຕັບ, ບຳລຸງຕັບ ແລະ ອື່ນໆ.
ຕົວແບບປູກ ເຫັດຫຼິນຈື່ແດງຢູ່ຕາແສງ ດົງຮວ່າ ພວມໄດ້ຮັບ ການຜະລິດແບບຄົບວົງຈອນ ນັບແຕ່ການປູກ ໄປຈົນເຖິງການ ປຸງແຕ່ງ. ຢູ່ນິຄົມປູກ ເຫັດຫຼິນຈື່ແດງ ຂອງນາງ ເລທິເຮືອງ, ຫຼັງ ຈາກທີ່ເກັບເຫັດຫຼິນຈື່ແດງ ແລ້ວ, ສິ່ງເສດເຫຼືອຈະໄດ້ ນຳໃຊ້ ເພື່ອ ຜະລິດເຫັດຊະນິດອື່ນໆ. ນິຄົມປູກວັດຖຸຜະລິດຢາ ຂອງ ນາງ ເຮືອງ ມີເຮືອນປູກ ແລະ ປຸງແຕ່ງເຫັດຫຼິນຈື່ ຍີ່ປຸ່ນ, ເຫັດ ຫຼິນຈື່ ສ.ເກົາຫຼີ 12 ຫຼັງ. ພິເສດ, ນາງ ເຮືອງ ໄດ້ຮັບຜົນ ສຳເລັດ ໃນການຜະລິດ ເຫັດຫຼິນຈື່ແດງ, ເຫັດຫຼິນຈື່ບົວ, ເຫັດ ຢຸນ ຈື່ (Turkey tails), ພ້ອມກັນນັ້ນ ກໍ່ປຸງແຕ່ງຝຸ່ນ ແລະ ແປ້ງ ເຫັດ ຫຼິນຈື່ ເພື່ອສະໜອງໃຫ້ແກ່ຄວາມຕ້ອງການ ວັດຖຸຜະ ລິດຢາ ຂອງຕະຫຼາດ. ບັນດາຜະລິດຕະພັນເຫັດຫຼິນຈື່ ຜະລິດຢາ ໄດ້ ຈຳ ໜ່າຍອອກສູ່ບັນດາແຂວງ, ນະຄອນໃນ ທົ່ວ ປະເທດຄື: ນະຄອນ ໂຮ່ຈີມິນ, ຫວຸງເຕົ່າ, ດ່າໜັງ ແລະ ອື່ນໆ.
 
ຕໍ່ປະສິດທິຜົນທາງດ້ານເສດຖະກິດທີ່ໄດ້ຈາກການປູກເຫັດຫຼິນຈື່ ເພື່ອຜະລິດຢາ, ສູນກາງສົ່ງເສີມກະສິກຳແຂວງ ດົ່ງນາຍ ແລະ ຫ້ອງການສົ່ງເສີມກະສິກຳເມືອງ ຈາງບອມ ໄດ້ຈັດຕັ້ງ ງານສຳມະ ນາເພື່ອຕີລາຄາຕົວແບບປູກເຫັດຫຼິນຈື່ ເພື່ອຜະ ລິດຢາ ຢູ່ທ້ອງຖິ່ນ. ທ່ານ ຫງວຽນວຽດເຖ໋, ຫົວໜ້າຫ້ອງການ ສົ່ງເສີມກະສິກຳ ເມືອງ ຈາງບອມ ໃຫ້ຮູ້ວ່າ ງານສຳມະນາ ດັ່ງ ກ່າວ ແມ່ນເງື່ອນໄຂ ເພື່ອໃຫ້ຕົວແບບປູກເຫັດຫຼິນຈື່ຜະລິດຢາ ນັບມື້ນັບໄດ້ຂະຫຍາຍກວ້າງອອກ ເມື່ອຊາວກະສິກອນ ເຫັນ ໄດ້ການນຳ ໃຊ້ຕົວແບບດັ່ງກ່າວ ແມ່ນບໍ່ຫຍຸ້ງຍາກ. ຄວາມຈິງ, ການປູກເຫັດຫຼິນຈື່ ບໍ່ຕ້ອງການເນື້ອທີ່ດິນ ກວ້າງ ແລະ ເງິນລົງ ທຶນບໍ່ຫຼາຍ ເມື່ອທຽບກັບການປູກເຫັດຊະນິດອື່ນ.
 
ຈາກຜົນສຳເລັດ ທີ່ໄດ້ຈາກຕົວແບບປູກເຫັດຫຼິນຈື່, ຫ້ອງການ ສົ່ງເສີມກະສິກຳເມືອງ ຈາງບອມ ຈະສືບຕໍ່ຈັດຕັ້ງ ຊຸດຝຶກອົບ ຮົມ, ງານ ສຳມະນາກ່ຽວກັບເຕັກນິກການປູກເຫັດໃນ ໄລຍະ ຈະມາເຖິງ ຢູ່ບັນດານິຄົມທີ່ມີການເຄື່ອນໄຫວຢ່າງມີປະສິດ ທິຜົນ. ຈາກນັ້ນ ຊາວກະສິກອນ ທີ່ເຂົ້າຮ່ວມຈະມີໂອກາດ ໄດ້ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເພື່ອການປະຕິບັດ ຕົວ ແບບປູກເຫັດຫຼິນຈື່ ຜະລິດຢາ ນັບມື້ນັບມີ ປະສິດທິຜົນ ກວ່າ ເກົ່າ, ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ຄອບຄົວ. 
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top