• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາຍພົວພັນຫວຽດນາມ-ລາວສືບຕໍ່ແມ່ນຕົວຢ່າງທີ່ເປັນເອກະລັກໃນສາຍພົວພັນສາກົນ

      ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ປີສະຫຼຸ ໃກ້ຈະວຽນມາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ປ.ປ.ລາວ ຫງວຽນບ້າຮຸ່ງ ໄດ້ມີການຕອບສຳພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານທີ່ພົ້ນເດັ່ນຂອງສາຍພົວພັນຫວຽດນາມ-ລາວໃນປີ  2020 ແລະ ບາງທິດທາງຊຸກຍູ້ສາຍພົວພັນໃຫ້ດີຍິ່ງໆຂຶ້ນໃນປີ 2021.
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ ຫງວຽນບ້າຮຸ່ງ
      ຕາມ ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ປ.ປ.ລາວ ຫງວຽນບ້າຮຸ່ງ ແລ້ວ, ໃນປີ 2020 ແມ່ນປີທີ່ພິເສດ ດ້ວຍການເກີດໂລກລະບາດໂຄວິດ - 19 ເຮັດໃຫ້ຕ່າວປີ້ນຫຼາຍແງ່ມຸ່ມໃນຊີວິດການເມືອງ, ເສດຖະກິດ-ສັງຄົມຂອງແຕ່ລະປະເທດ ນັບທັງການພົວພັນຕ່າງປະເທດ. ໃນສະພາບການດັ່ງກ່າວ ສາຍພົວພັນລະຫວ່າງ 2 ປະເທດສືບຕໍ່ແມ່ນຕົວຢ່າງທີ່ເປັນເອກະລັກໃນສາຍພົວພັນສາກົນ ບໍ່ພຽງແຕ່ສືບຕໍ່ສະຫວ່າງສະໄຫວ, ສັດຊື່ບໍລິສຸດເທົ່ານັ້ນ, ຫາກຍັງກາຍເປັນສິ່ງພິເສດກ່ວາອີກ.
   ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ປ.ປ.ລາວ ຫງວຽນບ້າຮຸ່ງ ໃຫ້ຂໍ້ສັງເກດວ່າ ປີ 2021 ຈະແມ່ນປີບານພັບທີ່ສຳຄັນສຳລັບຫວຽດນາມດ ລາວ ແລະ ສາຍພົວພັນລະຫວ່າງ 2 ປະເທດ. ນີ້ແມ່ນປີທຳອິດທີ່ 2 ປະເທດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ກໍຄືຍຸດທະສາດ, ສັນຍາຮ່ວມມື 2 ຝ່າຍຫວຽດນາມ-ລາວ ໄລຍະ 2021- 2025 ດ້ວຍບັນດາຈຸດໃໝ່ທາງດ້ານເນື້ອໃນ ແລະ ມາດຕະການຈັດຕັ້ງຜັນຂະຫຍາຍ. ໃນທ່ວງທ່າຂອງປີ 2020 , 2 ປະເທດຈະສືບຕໍຈະນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເພີ່ມທະວີເສົ້າຄ້ຳຂອງການຮ່ວມມືທາງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ, ເປີດກ້ວາງການພົວພັນແລກປ່ຽນປະຊາຊົນ ແລະ ບັນດາທ້ອງຖິ່ນລະຫວ່າງ 2 ປະເທດໃຫ້ດີຍິ່ງໆຂຶ້ນ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top