• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ສະຖາປັດຕະຍະກຳ ທີ່ແປກ ຂອງ ໂບດ ຢູຊິງ

ແຕກຕ່າງ ຈາກຮູບແບບໃຫຍ່ໂຕ ທີ່ເຄີຍເຫັນດ້ານສະຖາປັດຕະ ຍະກຳ ຕາເວັນຕົກ ຂອງ ໂບດ ກາໂຕລິກ, ໂບດ ຢູຊິງ ຢູ່ ນະຄອນ ດ່າລາດ ພັດມີປະຕູໂຂງ ຕາມກວານ (ປະຕູໂຂງມີສາມທາງເຂົ້າ-ອອກ), ຮູບປັ້ນ ມັງກອນ, ຫໍລະຄັງ... ສິ່ງທີ່ແປກຕ່າງນີ້ ບໍ່ພຽງແຕ່ ດຶງດູດ ຄວາມສົນໃຈ ຂອງ ນັກທ່ອງທ່ຽວ, ແຕ່ຍັງສ່ອງແສງ ຫຼາຍສິ່ງ ຫຼາຍຢ່າງ ທີ່ໜ້າດຶງດູດຈັບໃຈ ໃນຊີວິດການເປັນຢູ່ ດ້ານວັດທະນະທຳ, ສາສະໜາ ຂອງ ຄົນ ຫວຽດ ອີກດ້ວຍ. 
ໂບດ ຢູຊິງ ໄດ້ຮັບການກໍ່ສ້າງ ເມື່ອປີ 1956 ແລະ ສ້າງສໍາເລັດໃນ ວັນບຸນ ຄຣິສມາດ ປີ 1957, ສະເພາະ ຫໍລະຄັງ ສ້າງສຳເລັດປີ 1962. ໂດຍລວມແລ້ວ, ສະຖາປັດຕະຍະກຳ ຂອງ ໂບດ ຢູຊິງ ຄ້າຍຄືວັດ ຂອງ ຄົນ ຫວຽດ. ໂບດຕັ້ງ ຢູ່ເທິງໂນນສູງ ຂ້າງຖະໜົນ ຮວ່ຽນເຈິນກົງຈົ໋ວ, ນະຄອນ ດ່າລາດ.

ຕໍ່ໜ້າໂບດ ມີຫໍລະຄັງຫຼັງໜຶ່ງ ມຸ້ງດ້ວຍດິນຂໍງໍຢູ່ສົ້ນເບື້ອງໜຶ່ງ... ສອງເບື້ອງແມ່ນ ຫໍຮູບປັ້ນພະອໍລະຫັນສອງຫຼັງ, ມີຕົວແບບການ ກໍ່ສ້າງຄ້າຍຄືກັນ. ສ່ວນປະກອບທັງສາມນີ້ ມີການປະສົມປະສານ ເຂົ້າກັນ ສ້າງເປັນພາບລວມມີຂອບຂະໜາດໃຫຍ່ທີສອງ ຮອງຈາກ ປະຕູໂຂງ ຕາມກວານ ຂອງໂບດ.
 

ໂບດ ຢູຊິງ ໄດ້ຮັບການກໍ່ສ້າງ ເມື່ອປີ 1956 ມີການອອກແບບດ້ານສະຖາປັດຕະຍະກຳ ຄ້າຍຄືວັດ ຂອງ ຄົນ ຫວຽດ. ພາບ: ແທງຮ່ວາ/VNP


ຫໍລະຄັງ ມີສີ່ເສົາໃຫຍ່, ເປັນຕົ້ນໄມ້ເຮ້ຍ ສີເຫຼືອງ ຊຶ່ງ ເປັນພາບທ່ີ ແກວ່ນເຄີຍ ຂອງ ຊົນນະບົດ ຫວຽດນາມ. ພາບ: ແທງຮ່ວາ/VNP


ຄວາມງາມທີ່ເປັນເອກະລັກ ແລະ ແປກຕ່າງ ຂອງ ຫໍລະຄັງ ໂບດ ຢູຊິງ. ພາບ: ແທງຮ່ວາ/VNP


ມັງກອນ ໃຫຍ່ສອງໂຕ ພ້ອມກັບຫໍລະຄັງ ຖືກກໍ່ສ້າງຕາມແບບ ຂອງ ຄົນ ຫວຽດ, ຊຶ່ງເປັນສະຖາປັດຕະຍະກຳ ທີ່ມີຄວາມເປັນເອກະລັກ ແລະ ແປກຕ່າງ ສຳລັບໂບດກາໂຕລິກແຫ່ງອື່ນ. ພາບ: ແທງຮ່ວາ/VNP


ຊາວ ກາໂຕລິກ ເຂົ້າຮ່ວມພິທີ ທາງສາສະໜາ. ພາບ: ແທງຮ່ວາ/VNP

ໂບດ ຕັ້ງຢູ່ທ່າມກາງບັນຍາກາດ ສີຂຽວຮົ່ມເຢັນ ຂອງ ຕົ້ນໄມ້ ແລະ ດອກໄມ້. ພາບ: ແທງຮ່ວາ/VNP
 
ຫໍທຳມະສະພາ ເປັນຫໍໃຫຍ່ ສອງຊັ້ນ, ກໍ່ດ້ວຍດິນຈີ່, ມຸງດ້ວຍດິນຂໍ ສີແດງ ຕາມແບບເຮືອນມູນເຊື້ອ. ຢູ່ຂ້າງນອກ ມີລະບຽງ ຕະຫຼອດ ທັງສອງເບື້ອງ. ສິ່ງທີ່ໜ້າສົນໃຈ ນັ້ນຄື ແຖວເສົາໃຫຍ່ຢູ່ລະບຽງ ແລະ ໃນຫໍທຳມະສະພາ ທັງໝົດ ຕ່າງກໍໄດ້ ສ້າງເປັນຮູບຕົ້ນໄມ້ໄຜ່, ໄມ້ເຮ້ຍ ຊຶ່ງພາໃຫ້ຜູ້ຊົມມີຄວາມຮູ້ສຶກທີ່ລຶ້ງແກວ່ນ ແລະ ໃກ້ຊິດ ກັບວັດທະນະທຳ ຊົນນະບົດ ຂອງ ຄົນ ຫວຽດ. ອ້ອມລະບຽງໄດ້ ປະດັບປະດາດ້ວຍຮູບວົງມົນ ຕົວໜັງສື “ອາຍຸຍືນ” ຊຶ່ງເປັນຕົວແບບ ຕົບແຕ່ງທີ່ເປັນເອກະລັກ ຢູ່ ຕາມຫໍສາລາ, ວັດຢູ່ ຫວຽດນາມ.

ໂດຍສະເພາະຢ່າງຍິ່ງ, ການນຳໃຊ້ຮູບມັງກອນ ໃນການປະດັບປະ ດາ ໂບດ ຢູຊິງ ຖືວ່າ ເປັນການດັດແປງ ທີ່ເປັນເອກະລັກ ແລະ ແປກຕ່າງ ຈາກສະຖາປັດຕະຍະກຳ ໂດຍທົ່ວໄປຂອງ ໂບດກາໂຕ ລິກ ແຫ່ງອື່ນໆ, ຍ້ອນຮູບມັງກອນ ເຄີຍໄດ້ນຳໃຊ້ໃນການຕົບແຕ່ງ ພະລາລະວັງ, ສຸສານ, ຫໍສາລາ, ວັດເທົ່່ານັ້ນ, ແຕ່ບໍ່ຄ່ອຍເຫັນຕາມ ບັນດາກິດຈະກໍາ ຂອງ ຕາເວັນຕົກ, ພິເສດແມ່ນໂບດ. ບໍ່ພຽງແຕ່ ເທົ່ານັ້ນ, ມັງກອນ ເມື່ອນຳໃຊ້ ເຂົ້າໃນໂຄງການນີ້ ຍັງໄດ້ມີການ ດັດແປງ ທ່ີບໍ່ຄາດຄິດອີກດ້ວຍ. ໃນສະຖາປັດຕະຍະກຳ ພະລາຊະ ວັງ, ຫໍສາລາ, ວັດ ຂອງ ຄົນ ຫວຽດ ມັກໃຊ້ ມັງກອນ ສອງໂຕ ເຝົ້າ ພະຈັນ ເພື່ອສະແດງໃຫ້ເຫັນເຖິງ ຄວາມນອບນ້ອມ ບູຊາ ຕໍ່ເທວະ ດາ, ແຕ່ຢູ່ປະຕູໂຂງ ຂອງ ໂບດ ຢູ່ຊິງ, ຕົວແບບນັ້ນ ຖືກດັດແປງ ເປັນ “ມັງກອນ ສອງໂຕ ເຝົ້າ Giuse ອຸ້ມເດັກ.

ອະທິບາຍໃຫ້ການປະສົມປະສານທີ່ແປກ ດັ່ງກ່າວ, ມີຫຼາຍຄົນໃຫ້ ເຫດຜົນວ່າ ມັນມີຈຸດເລີ່ມຕົ້ນ ຈາກແນວຄວາມຄິດ ແລະ ຄວາມ ປາດຖະໜາ ຂອງ  “ວິສາວະກອນເອກ” ຜູ້ໄດ້ຮັບຖືວ່າ ເປັນ “ຈິດ ວິນຍານ” ຂອງ ກິດຈະກຳ ສະຖາປັດຕະຍະກຳ ໂບດ ຢູຊິງ, ນັ້ນຄື ຄຸນພໍ່ ບືວເຢື໊ອງ. ເພິ່ນມີເຊື້ອສາຍ ລາຊະວົງ ຫງວຽນ, ເປັນຫຼານ ຮຸ່ນທີ່ຫ້າ ຂອງ ອົງກະສັດ ມິງມ້າງ, ຜູ້ທີ່ມີຄວາມເຫຼື້ອມໃສສັດທາ ຕໍ່ສາສະໜາພຸດ. ກ່ອນເປັນຄຸນພໍ່, ເພິ່ນໄດ້ທໍາການສຶກສາ ທາງ ທຳມະ ຢູ່ ວັດ ສາສະໜາພຸດ, ຊຳນານພາສາ ຫ໋ານໂນມ. ອາດຈະແມ່ນ ຍ້ອນຜົນສະທ້ອນ ຢ່າງເລິກເຊິ່ງ ຈາກວັດທະນະທຳ, ການສຶກສາ ແລະ ຄອບຄົວ, ຕໍ່ມາເພິ່ນໄດ້ສ້າງ ໂບດ ຢູຊິງ ຂຶ້ນທີ່ ມີຄວາມເປັນເອກະລັກ ແລະ ແປກຕ່າງ ຈາກທ່ີອື່ນຄືດັ່ງກ່າວ.
ບົດ ແລະ ພາບ: ແທງຮ່ວາ - ແປໂດຍ: ບິກລຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top