• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ມາ ບາກລຽວ ຢ້ຽມຢາມ ວັດ Ghositaram

ວັດ Ghositaram (ບ້ານ ກູ່ລາວ, ຕາແສງ ຮຶງໂຮ້ຍ, ເມືອງ ຫວີ໊ງ ເລີ້ຍ, ແຂວງ ບາກລຽວ) ເໝືອນດັ່ງ “ຫໍພິພິທະພັນ ສິລະປະ” ຊຶ່ງສະ ແດງໃຫ້ເຫັນ ຄວາມສາມາດ ຂອງ ບັນດານາຍຊ່າງ ຜູ້ມີສີມືດີ ຊາວ ຊົນເຜົ່າຂະແມ. ນະແຫ່ງນີ້ ກໍເປັນໜ່ຶງໃນບັນດາ ຈຸດທີ່ມາ ດ້ານວັດ ທະນະທຳ ທີ່ເປັນເອກະລັກ.
ວັດ Ghositaram ໄດ້ຮັບການກໍ່ສ້າງ ເມື່ອປີ 1860 ໃນເນື້ອທ່ີດິນ ກວ້າງ 4 ເຮັກຕາ, ຕໍ່ໜ້າປະຕູໂຂງວັດ ມີແຖວຕົ້ນຕານ ສູງລິບລີ່ ຊຶ່ງ ເປັນພາບພົດທີ່ແກ່ວນເຄີຍ ຂອງທິວທັດທຳມະຊາດ ພາກຕາເວັນ ຕົກ. ວັດ Ghositaram ລວມມີຫຼາຍເຂດທີ່ເຄີຍເຫັນ ຢູ່ໃນວັດ ຂອງ ຊາວເຜົ່າຂະແມເຊັ່ນ: ຫໍກາງ, ສິມ, ສາລາໂຮງທຳ, ພະທາດ ... ຕາມ ວັນເວລາ, ຫຼັງວັດນີ້ ຖືກເປ່ເພ, ຈົນເຖິງປີ 2001, ຫໍກາງ ຈຶ່ງໄດ້ ຮັບ ການກໍ່ສ້າງຄືນໃໝ່ ໃຊ້ເວລາ 10 ປີ ຈຶ່ງສຳເລັດ. ຫໍກາງ ມີເນື້ອທີ່ 427 ຕາລາງແມັດ, ສູງ 36 ແມັດ.


ວັດ Ghositaram ເປັນໜຶ່ງໃນບັນດາຫຼັງວັດ ພຸດທະສາສະໜາ ນິກາຍເທຣະວະ ງາມທີສຸດ ຂອງ ວົງຄະນາຍາດເຜົ່າຂະແມ ຢູ່ ພາກໃຕ້ ຫວຽດນາມ. 


ຫຼັງຄາວັດລວມມີຫຼາຍຊັ້ນຊ້ອນຂຶ້ນກັນ ປະກອບເປັນເທສະອາວະກາດທີ່ສູງລິບລີ່ ເຈືອຈານເຂົ້າກັບຍອດຊ່ໍຟ້າ ເບິ່ງແລ້ວເໝືອນກັບຈອມທາດອັນໜຶ່ງ. 


ຂີດໝາຍຂອງວັນເວລາ ໄດ້ສ້າງຄວາມງາມແບບເກົ່າແກ່ໃຫ້ຫຼັງວັດ. 


ບັນຍາກາດຢູ່ພາຍໃນຫໍທຳມະ. 


ບັນຍາກາດຢູ່ພາຍໃນຫໍທຳມະ ແມ່ນບັນດາ ພາບແຕ້ມ ເລົ່າເຖິງ ຊີວິດຂອງ ສະກິຍະມຸນີ ນັບແຕ່ເວລາພະອົງປະສູດ ຈົນເຖິງ ເວລາເປັນອໍລະຫັນ.


ຮູບພາບງູ 5 ຫົວ ທີ່ວັດ Ghositaram.


ບັນດາແຖວເສົາໄດ້ໂອບດ້ວຍຄໍາປີວ ກັບບັນດາລາຍດອກ ທີ່ປານີດ. 


ວັດຖຸສິ່ງຂອງທີ່ສັກສິດ ພາຍໃນວັດ Ghositaram.


ລາຍດອກ, ພາບໂນນທີ່ມີຄວາມປານີດ ແນບນຽນ ຢູ່ ວັດ Ghositaram.


ພາບໂນນພັນລະນາເຖິງຊີວິດປະຈຳວັນຂອງ ຊາວເຜົ່າຂະແມ. 


ບັນຍາກາດຢູ່ພາຍໃນຫໍທຳມະ ແມ່ນບັນດາ ພາບແຕ້ມ ເລົ່າເຖິງ ຊີວິດຂອງ ສະກິຍະມຸນີ ນັບແຕ່ເວລາພະອົງປະສູດ ຈົນເຖິງ ເວລາເປັນອໍລະຫັນ.


ການປະດັບປະດາຢ່າງເປັນເອກະລັກ ດ້ວຍຮູບພາບ ນາງຟ້າ ຄຳ້ຊູສ່ວນຫຼັງຄາວັດ. 


ຄ້ອງຢູ່ວັດ Ghositaram.


ທາດບັນຈຸອັດຖິ.


ຊົ່ວໂມງຮຽນໃນວັດ. 


ກະກຽມດອກໄມ້ ເພື່ອຖະຫວາຍຕໍ່ພະພຸດທະເຈົ້າ ກ່ອນການທຳພິທີບູຊາ. 

ແນມແຕ່ໄກ, ຫ້ອງໂຖງຫຼັກຂະໜາດໃຫຍ່ ໄດ້ປະກົດຕົວ ຢ່າງໂດດ ເດັ່ນ ພ້ອມກັບສີແດງ ແລະ ສີເຫຼືອງ ຊຶ່ງສະແດງໃຫ້ເຫັນລັກສະນະ ທີ່ເປັນເອກະລັກ ຂອງ ບັນດາວັດ ຂະແມ. ທ່ານ ແທກໂຟນ, ຫົວໜ້າ ຄະນະ ຄຸ້ມຄອງບໍລິຫານ ວັດ Ghositaram ໃຫ້ຮູ້ວ່າ ວັດມີພື້ນທ່ີ ໂຮງຮຽນ ທີ່ກວ້າງຂວາງ, ສະອາດງາມຕາ, ເປີດຫ້ອງຮຽນ ພາສາ ປາ ລີ ເປັນປະຈໍາ, ເປັນຫ້ອງຮຽນວັດທະນະທຳ ທ່ີດຶງດູດຊາວໜຸ່ມ ເຍົາ ວະຊົນ ຊາວເຜົ່າຂະແມ ເຂົ້າມາຮຽນເປັນຈຳນວນ ຫຼວງຫຼາຍ. ໃນ ຊຸມມື້ມີງານບຸນ ທີ່ມີ ລັກສະນະສຳຄັນ ຂອງ ວົງຄະນາຍາດ ຊາວ ເຜົ່າ ຂະແມ ເຊັ່ນ: ບຸນດົນຕາ, ພິທີຖະຫວາຍຜ້າສະບົງ ແລະ ເຄື່ອງສັງຄະທານ ຂອງ ພີ່ນ້ອງ ເຜົ່າຂະແມ ໃຫ້ແກ່ ຄູບາອາຈານ, ງານບຸນ ປີໃໝ່ Chol Chnam Thmay... ວັດ Ghositaram ໄດ້ດຶງດູດ ຜູ້ ນັບຖືສາສະໜາ ແລະ ນັກທ່ອງທ່ຽວ ເຂົ້າຮ່ວມ ເປັນຈຳນວນ ຫຼວງຫຼາຍ.

ຍ້ອນມີຈຸດທີ່ຕັ້ງໃກ້ ກັບສະຖານທີ່ທ່ອງທ່ຽວ ໃນພື້ນທີ່ ເຊັ່ນ: ເຂດໄຟ ຟ້າພະລັງງານລົມ, ສວນໝາກລຳໄຍທີ່ເກົ່າແກ່, ເຂດອາຫານການ ກິນ ແບັ໋ງແຊ່ວ ອາເມີດ ແລະ ອື່ນໆ... ວັດ Ghositaram ປະກອບ ສ່ວນສ້າງຮູບແບບການສໍາຫຼວດ ແລະ ທ່ອງທ່ຽວດ້ານຈິດວິນຍານ, ໄດ້ດຶງດູດນັກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກມາຍັງ ບາກລຽວ.

 
- ວັດ Ghositaram ເປັນສະຖານທ່ີສໍາຄັນ ໃນວັດທະນະທໍາ ທ່ີມີ ຄວາມເຫຼື້ອມໃສສັດທາ ຕໍ່ພຸດທະສາສະໜາ ແລະ ເປັນໜຶ່ງ ໃນບັນ ດາວັດ ຂະແມ ທີ່ມີພື້ນທ່ີ ແລະ ສະຖາປັດຕະຍະກຳ ທ່ີສວຍງາມ ທີສຸດ ຢູ່ເຂດທົ່ງພຽງແມ່ນຳ້ຂອງ.

- ວັດ Ghositaram ເປັນສະຖານທີ່ຮໍ່າຮຽນ ຂອງ ເດັກນ້ອຍ ຊາວເຜົ່າ ຂະແມ. ຕາມຂະນົບທໍານຽມຂອງເຜົ່າຂະແມ, ຜູ້ຊາຍເມື່ອ ຮອດ ອາ ຍຸ 14-15 ປີ ຕ້ອງເຂົ້າບວດຢູ່ວັດ ເພື່ອການ ຕອບແທນບຸນຄຸນ ຜູ້ໃຫ້ ກຳເນີດ, ຮຽນຄຳສັ່ງສອນ ຂອງ ພຸດທະສາສະໜາ ແລະ ຄວາມຮູ້ ຕ່າງໆ ທີ່ຈຳເປັນ ໃນຊີວິດ, ທັງເປັນບ່ອນ ສອນຄວາມຮູ້ສາມັນ, ສອນໜັງສືຫວຽດ, ໜັງສືຂະແມ, ສອນຫຼິ້ນດົນຕີ ງູ໊ເອີມ (5 ສຽງ: ທອງ, ເຫຼັກ, ໄມ້, ລົມ ແລະ ໜັງ). ຫຼັງຈາກສຳເລັດ ການບວດ ເຂົາເຈົ້າ ສິກ ເພື່ອກັບຄືນຊີວິດ ທຳມະ ດາ, ນຳຄວາມຮູ້ ຮັບໃຊ້ຄອບຄົວ, ຕອບບຸນແທນຄຸນ ການລ້ຽງດູ ຜູ້ໃຫ້ກຳ ເນີດ ແລະ ຮັບໃຊ້ສັງຄົມ.
 
ບົດ: ເຊີນເງ້ຍ-ພາບ: ເລມິນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top