• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ມາ ກາມແຣງ ເພີດເພີນກັບ Alma Resort

ທັນສະໄໝ, ໃຫຍ່ ແລະ ເປັນສັນຍາລັກໃຫ້ແກ່ ການພັດທະ ນາ ຂອງ ຫວຽດນາມ, Alma Resort ຫວັງວ່າ ຈະສ້າງສະ ຖິຕິໃໝ່ ເທິງແຫຼມ ກາມແຣງ, ຊຶ່ງເປັນ ສະຖານທີ່ທ່ອງທ່ຽວ ແຫ່ງໃໝ່ ທີ່ມີຊື່ສຽງ ຢູ່ຂ້າງ ຍາຈາງ. 
ໄດ້ອອກແບບ ແລະ ກໍ່ສ້າງຢ່າງກົມກຽວ ກັບທິວທັດທຳມະ ຊາດ ຂອງອ່າວ ກາມແຣງ, Alma Resort ມີເນື້ອທີ່ 30 ເຮັກ ຕາ, ການອອກແບບທີ່ທັນສະໄໝ ດ້ວຍສີສັນຕົ້ນຕໍຄື: ສີຂາວ, ສີເຫຼືອງ ແລະ ສີຟ້າ. ຝາແກ້ວ ທ່ີມີຄວາມໂປ່ງໃສ ຈາກພື້ນເຖິງ ເພດານ ຊ່ວຍເປີດຮັບ ແສງສະຫວ່າງທໍາມະຊາດ ແລະ ຊົມ ວີວທະເລ ໃຫ້ເຮືອນວິນລາ ແລະ ເຮືອນພັກ ລະດັບສູງ 580 ຫຼັງ ສໍາລັບພັກຜ່ອນ. ຈາກຫ້ອງນອນ, ນັກທ່ອງທ່ຽວ ສາມາດ ຊົມທິວທັດທຳມະຊາດ ທີ່ສວຍງາມ ຂອງຫາດຊາຍທະເລ ຢ່າຍ. 

ທ່ານ Herbert Laubichler-Pichler, ຜູ້ຈັດການທົ່ວໄປ ຊາວ ໂອຕຣິດ ແລະ ທີ່ມີປະສົບການ ຫຼາຍກວ່າ 14 ປີ ໃນການບໍລິ ຫານໂຮງແຮມ 3 ແຫ່ງທີ່ມີຊື່ສຽງຢູ່ ຫວຽດນາມ ໃຫ້ຮູ້ວ່າ: “ຫ້ອງນອນທັງ 9 ລະດັບ ຂອງ Alma Resort ລ້ວນມີພື້ນທ່ີ ເປີດໂລ່ງ, ກວ້າງຂວາງ. ເຮືອນພັກ ລະດັບສູງ ຫັນໜ້າອອກສູ່ ທະເລ ດ້ວຍຫ້ອງນອນ 1, 2 ຫຼື 3 ຫ້ອງ ມີເນື້ອທີ່ 71 ມ², 114 ມ² ແລະ 165 ມ², ເຮືອນວິນລາ ຫັນໜ້າອອກສູ່ທະເລ ຫຼື ຕິດກັບທະເລ ດ້ວຍຫ້ອງນອນ 2 ຫຼື 3 ຫ້ອງ ຈະມີເນື້ອທີ່ 144 ມ² ແລະ 224 ມ². ເຮືອນພັກລະດັບສູງ ແລະ ເຮືອນວິນລາ ທັງໝົດລ້ວນແຕ່ມີຫ້ອງນອນກວ້າງ, ອ່າງອາບນຳ້ ແລະ ຝັກບົວ ຕ່າງຫາກ, ຫ້ອງຮັບແຂກມີເນື້ອທີ່ກວ້າງຂວາງ, ມີຊຸດsofa ຂະໜາດໃຫຍ່,  ເຮືອນຄົວ ແລະ ຫ້ອງຮັບປະທານອາຫານ ທ່ີກວ້າງ ແລະ ປອດໂປ່ງ. ເຮືອນວິນລາ ທຸກຫຼັງ ຢູ່ຊັ້ນລຸ່ມ ມີເດີ່ນ ແລະ ສະລອຍນຳ້, ຢູ່ຊັ້ນດາດຟ້າ ຈະມີລະບຽງ ທີ່ກວ້າງ ຂວາງ ແລະ ອ່າງອາບນໍ້າ jacuzzi. ດ້ານຫຼັງເຮືອນວິນລາ, ເຮືອນພັກລະດັບສູງ ໄດ້ກໍ່ສ້າງໃນອາຄານ 2 ຫຼັງ, ອອກແບບ ຕາມ ຕົວໜັງສື V, ຫັນໜ້າອອກສູ່ຫາດຊາຍທະເລ ຢ່າຍ ແລະ ທະເລຕາເວັນອອກ. 


Alma Resort ໃນຍາມລາຕີ. ພາບ: ເລມິນ/VNP


ເຮືອນວິນລາທຸກຫຼັງ ມີສິ່ງອໍານວຍຄວາມສະດວກ ຢູ່ Alma Resort. ພາບ: ເລມິນ/VNP


ຫ້ອງນອນໃນເຮືອນວິນລາທຸກຫຼັງ ຢູ່ Alma Resort. ພາບ: ຫງວຽນລວນ/VNP


ຮ້ານຂາຍເຄື່ອງດື່ມຢູ່ກາງແຈ້ງໃນເຂດ Alma Resort . ພາບ: ເອກະສານ


ຕິດກັບທະເລ ແລະ ສະລອຍນໍ້າ ຢູ່ Alma Resort. ພາບ: ເລມິນ/VNP


ສະລອຍນຳ້ສຳລັບເດັກນ້ອຍ. ພາບ: ເລມິນ/VNP


ທະເລທຽມຢູ່ເຂດພັກຜ່ອນ Alma Resort. ພາບ: ເລມິນ/VNP


ນັກທ່ອງທ່ຽວຜ່ອຍຄ່າຍອາລົມເທິງແມ່ນຳ້ ທຽມ. ພາບ: ເລມິນ/VNP


ລົດໄຟຟ້າຮັບໃຊ້ໃຫ້ນັກທ່ອງທ່ຽວ. ພາບ: ເລມິນ/VNP

ລະບົບສະລອຍນຳ້ 12 ແຫ່ງໄດ້ອອກແບບຕາມລະບົບ ແຕ່ສູງຫາຕໍ່າ, ຍາວອອກສູ່ຝັ່ງທະເລ ຈະນຳມາຫຼາຍທາງເລືອກໃຫ້ແກ່ນັກທ່ອງທ່ຽວ. ຈຸດເດັ່ນແມ່ນສະລອຍນຳ້ ຫັນໜ້າອອກສູ່ທະເລ ມີລວງຍາວ 75 ແມັດ ແລະ ສະລອຍນຳ້ສຳລັບ ຜູ້ໃຫຍ່ ຈະມີຕູບ cabana ຫຼື ຕັ່ງນັ່ງຕາກແດດຢູ່ສອງຂ້າງທາງຍ່າງ. ສວນນຳ້ Splash Water Park ມີເນື້ອທີ່ 6.000 ມ², ເປັນ ບ່ອນທີ່ນັກທ່ອງທ່ຽວ ສາມາດຜ່ອນຄາຍອາລົມ ມີເຄື່ອງຫຼິ້ນ ຫຼາຍຢ່າງທີ່ໜ້າຈັບໃຈ, ແປກໃໝ່ ຄື: ແມ່ນຳ້ທຽມ, ອ່າງສ້າງຄື້ນ ທຽມ, ສະລອຍນຳ້ ສຳລັບໃຫ້ແກ່ເດັກນ້ອຍ, ສວນຫຼິ້ນນໍ້າ ດ້ວຍ ລະບົບລານສະໄລເດີ້ ແລະ ຮ້ານອາຫານ ເຄື່ອນທີ່ຕາມແບບ ອາເມລິກາ. 

Alma Resort ຍັງມີລະບົບອອກກໍາລັງກາຍ ທີ່ທັນສະໄໝ, ລວມມີສູນກິລາ ໃຕ້ນຳ້ ດ້ວຍຫຼາຍລາຍການເຄື່ອນໄຫວທີ່ ປະທັບໃຈຄື: ພາຍເຮືອ kayak, ເດີ່ນບານແຄມທະເລ, ເດີ່ນ ແທນນິດ, ເດີ່ນບານສ່ົງ, ເດີ່ນບານບ້ວງ, ເດີນອອກກຳລັງກາຍ ຢູ່ ກາງແຈ້ງ, ແປ້ນໝາກຮຸກຂະໜາດໃຫຍ່, ສະໜາມຝຶກຍິງ ທະນູ ແລະ ສະໜາມກ໊ອບ 18 ຫຼຸມ. 


ບໍລິການແຕ້ມພາບຢູ່ Alma Resort . ພາບ: ເອກະສານ


ສອງແມ່ລູກແຕ້ມພາບຢູ່ເຂດພັກຜ່ອນ Alma Resort. ພາບ: ເອກະສານ


ຫ້ອງອອກກໍາລັງກາຍທີ່ Alma Resort. ພາບ: ເລມິນ/VNP


ຮ້ານຂາຍເຄື່ອງຢູ່ Alma Resort. ພາບ: ເລມິນ/VNP


ລະບົບຮ້ານອາຫານທີ່ Alma Resort. ພາບ: ເລມິນ/VNP




ອາຫານໄດ້ປຸງແຕ່ງຈາມຄວາມຕ້ອງການຂອງລູກຄ້າ. ພາບ: ເອກະສານ

ນອກຈາກນີ້, Alma Resort ຍັງເປັນເຈົ້າຂອງ ລະບົບການ ທໍາອາຫານ ທ່ີຫຼາກຫຼາຍ ແລະ ຮັບໃຊ້ຄວາມຕ້ອງການ ດ້ານ ອາຫານ ຂອງ ນັກທ່ອງທ່ຽວທີ່ມາຈາກ ເອີຣົບ ແລະ ອາຊີ.

ດ້ວຍສິ່ງອໍານວຍຄວາມສະດວກທ່ີຫຼາກຫຼາຍ ແລະ ບໍລິການ ທ່ີປະທັບໃຈ ສໍຳລັບນັກທ່ອງທ່ຽວ, Alma Resort ເປັນ ຕົວ ແທນ ຂອງ ຫວຽດນາມ ທ່ີກໍາລັງພັດທະນາ, ເປັນສະຖານທີ່ ທ່ອງທ່ຽວແຫ່ງໜຶ່ງ ບໍ່ພຽງແຕ່ສຳຫຼັບ ນັກທ່ອງທ່ຽວ ຄົ້ນຫາ, ແຕ່ ຍັງໃຫ້ນັກທ່ອງທ່ຽວ ພັກຜ່ອນໄລຍະຍາວ ອີກດ້ວຍ.

ບົດ: ທົງຫາຍ - ພາບ: ເລມິນ, ຫງວຽນລວນ ແລະ ເອກະສານ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top