• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຟ້ອນຍຸກໃໝ່ “X-Project”

ເມື່ອບໍ່ດົນມານີ້, ນັກປະດິດແຕ່ງທ່າຟ້ອນ ແລະ ກໍາກັບການສະ ແດງ ທີ່ມີຊື່ສຽງ ໂງແທງ ເຟືອງ ໄດ້ນຳສະເໜີ ສູ່ສາຍຕາ ທ່ານ ຜູ້ຊົມ ລາຍການຟ້ອນຍຸກໃໝ່  “X-project” - ບົດຟ້ອນສະ ທ້ອນໃຫ້ເຫັນ ຄວາມຄິດ ກ່ຽວກັບ ການດໍາລົງຢູ່ ຊຶ່ງໄດ້ຮັບການ ສະແດງ ສອງຄັ້ງ ຢູ່ນະຄອນ ເຫວ້ ແລະ ນະຄອນ ໂຮ່ຈີມິນ ໄດ້ສ້າງ ຊື່ສຽງໃນວົງການ ຜູ້ທີ່ມັກຮັກ ສິລະປະ. 
“X-PROJECT ” ເປັນບົດຟ້ອນຍຸກໃໝ່ ໄດ້ຮັບການປະດິດ ແຕ່ງທີ່ນະຄອນ ໂຮ້ຍອານ. ປະກົດຕົວສູ່ສາຍຕາທ່ານຜູ້ຊົມ ຄັ້ງ ທຳອິດ ຢູ່ ນະຄອນ ເຫວ້, ພາຍຫຼັງການເຮັດວຽກເປັນເວລາ 6 ເດືອນ ລະຫວ່າງ ນັກປະດິດແຕ່ງ ແລະ ກໍາກັບການສະແດງ ໂງ ແທງເຟືອງ ພ້ອມກັບ ນັກຟ້ອນ 5 ຄົນ ທີ່ເຂົ້າຮ່ວມລາຍການ Muarua (ລາຍການພັກຄ້າງຄືນ ນັກສິລະປິນ ຢູ່ ໂຮ້ຍອານ ໂດຍ Muarua Arts project ເປັນຜູ້ຈັດຕັ້ງ) ເຊັ່ນ: ຫງວຽນຫງ໊ວຽນ, ເທືອງເລ, ຮວ່າງແອງ, ຄາງຫງວຽນ ແລະ ດຶກຟຸກ. ບົດຟ້ອນ ດັ່ງກ່າວ ໄດ້ສືບຕໍ່ເປີດກວ້າງ ຄວາມສາມາດພັດທະນາ ຢູ່ ບັນດາສະຖານທີ່ອື່ນໆ ອີກ.

ຜົນງານ “X-project" - ບັນດາພາບລວງຕາ ທີ່ປະກົດຕົວ ຢູ່ຕໍ່ ໜ້າ ເບິ່ງຄືວ່າ ໄດ້ດຶງດູດທ່ານ ຜູ້ຊົມ ຍ້ອນແຮງຈູງໃຈ ກ່ຽວກັບ ການຄົ້ນພົບ ຕົວປ່ຽນ “X”, ຮ່າງກາຍ “X”. ການສະແດງ ເປັນ ການທົດລອງ ການລວມເອົາພາສາ ຂອງ ຮ່າງກາຍ ບົນພື້ນ ຖານການເຄື່ອນໄຫວຄື HipHop/Popping/Breaking ກັບການ ຟ້ອນຍຸກໃໝ່. ການເຄື່ອນໄຫວ ຂອງຮ່່າງກາຍທີ່ເຂັ້ມແຂງ, ເດັດ ຂາດ, ແຕ່ຍັງສະທ້ອນ ໃຫ້ເຫັນເຖິງຄວາມອ່ອນໂຍນ ຢ່າງຊັດເຈນ ຈາກການປະສານສົມທົບເປັນຢ່າງດີ ລະຫວ່າງນັກປະດິດແຕ່ງ-ກໍາກັບການສະແດງ ແລະ ບັນດານັກຟ້ອນ.

ແນ່ນອນວ່າ ຈະມີຄຳຖາມ ຫຼາຍຢ່າງ ສໍາລັບ X-project ເຊັ່ນ: “ຮ່າງກາຍ ນັບຕັ້ງແຕ່ເກີດມາ ຈົນເຖິງຕາຍໄປ ແມ່ນຫຍັງ?”, “ພວກເຮົາປະກົດຕົວ ແມ່ນແທ້ບໍ?”, “ພວກເຮົາມີຢູ່ຈິງແທ້ບໍ?” ພວກເຮົາຍອມທຸກສິ່ງທຸກຢ່າງໃນຕົວເຮົາ, ແມ່ນແຕ່ໃນຄວາມຝັນ ທ່ີລະອຽດອ່ອນ ແລະ ວິທີ ທ່ີເຮົາຕອບສະໜອງ ຕໍ່ຕົວເອງ, ການປະພຶດ, ໂອ້ລົມສົນທະນາ ນຳກັນບໍ?”... ດັ່ງນັ້ນ, ນັກປະດິດແຕ່ງ ແລະ ກໍາກັບການສະແດງ ໂງແທງເຟືອງ ໄດ້ເຮັດໃຫ້ພວກເຮົາເຫັນວ່າ ນີ້ ແມ່ນບົດຟ້ອນ ທີ່ເຕັມໄປດ້ວຍ ແຮງຈູງໃຈ ແລະ ແຝງໄວ້ ຄວາມໝາຍຫຼາຍຢ່າງ, ເຮັດໃຫ້ຄວາມ ຢາກຮູ້ ຢາກເຫັນ  ຂອງ ຜູ້ຄົນ ເພື່ອ ເອົາຊະນະ ແລະ ຄົ້ນຫາ.



“X-project” - ບົດລະຄອນ ສະແດງຄວາມຄິດ ກ່ຽວກັບ ການ ດໍາລົງຢູ່. 


ການສະແດງ ປຽບເໝືອນການທົດສອບ ຂອງ ການປະສົມປະ ສານ ລະຫວ່າງ ພາສາຮ່າງກາຍ ກັບການຟ້ອນຍຸກໃໝ່.


ໂງແທງເຟືອງ ຍັງປະສົບຜົນສໍາເລັດ ເມື່ອສ້າງວົງມົນ ເຊື່ອມຕໍ່ ປະຕິກິລິຍາ ຂອງ ຮ່າງກາຍ ກັບພື້ນທີ່ວັດທະນະທຳ ແລະ ກາຍ ຍະພາບທີ່ແຕກຕ່າງກັນ ຂອງ ທ່າຟ້ອນ.


X-project ມີຄໍາຖາມວ່າ: “ຮ່າງກາຍ ນັບຕັ້ງແຕ່ເກີດມາ ຈົນ ເຖິງຕາຍໄປ ແມ່ນຫຍັງ?”.


ບັນດາພາບລວງຕາ ທີ່ປະກົດຕົວ ຢູ່ຕໍ່ໜ້າ ເບິ່ງຄືວ່າ ໄດ້ດຶງດູດທ່ານ ຜູ້ຊົມ ຍ້ອນແຮງຈູງໃຈ ກ່ຽວກັບ ການຄົ້ນພົບ ຕົວປ່ຽນ “X”.


ບັນດານັກສິລະປິນ ສະແດງເທິງເວທີ ບົນພື້ນຖານການ ເຄື່ອນ ໄຫວຄື HipHop/Popping/Breaking.


X-project ກໍ່ໃຫ້ເກີດຄໍາຖາມວ່າ ເຮົາຕອບສະໜອງຕົວເອງ ແນວໃດ. 


X-project ເຮັດໃຫ້ມີຄໍາຖາມວ່າ ເຮົາຍອມຮັບເອົາທຸກສິ່ງທຸກ ຢ່າງ ທີ່ມີໃນຕົວເອງຫຼືບໍ?


ການເຄື່ອນໄຫວ ຂອງ ຮ່່າງກາຍທີ່ເຂັ້ມແຂງ ແລະ ເດັດຂາດໃນ ການສະແດງ.


X-project ນໍາໃຊ້ຄວາມງາມ ຂອງ ຮ່າງກາຍທີ່ມີຊີວິດຊີວາ ເປັນລັກສະນະຈຳເພາະ ຂອງ ສິລະປະການຟ້ອນຍຸກໃໝ່. 


ການສະແດງ ມີຄວາມໝາຍຫຼາຍຢ່າງ, ເຮັດໃຫ້ຄວາມຢາກຮູ້ ຢາກເຫັນ ຂອງ ຜູ້ຄົນ ເພື່ອເອົາຊະນະ ແລະ ຄົ້ນຫາ.

ໃນການສະແດງ X-project, ນອກຈາກການທີ່ບໍ່ນໍາໃຊ້ຄໍາ ສົນ ທະນາ, ພຽງ ແຕ່ນຳໃຊ້ຄວາມງາມໂດຍກົງ ແລະ ມີຊີວິດຊີວາ ຊຶ່ງເປັນຈຸດພິເສດ ສະເພາະ ຂອງ ການຟ້ອນຍຸກໃໝ່ແລ້ວ, ນັກ ປະດິດແຕ່ງ ແລະ ກໍາກັບການສະແດງ ໂງແທງເຟືອງ ຍັງບັນລຸ ຜົນງານ ເມື່ອສ້າງວົງມົນ ເຊື່ອມໂຍງ ລະຫວ່າງ ການພົວພັນ ທາງ ກາຍຍະພາບ ກັບພື້ນທ່ີທາງວັດທະນະທຳ ແລະ ກາຍຍະພາບ ທີ່ແຕກຕ່າງກັນ ຂອງ ການສະແດງ.

ເປັນທ່ີຮູ້ກັນດີວ່າ ນັກອອກແບບທ່າຟ້ອນ ແລະ ກໍາກັບ ການສະ ແດງ ໂງແທງເຟືອງ ແມ່ນ ນັກສິລະປິນ ປະຕິບັດງານ ດ້ານວິຊາ ການ ແລະ ເປັນຜູ້ກໍ່ຕັ້ງໂຄງການ Open Stage. ປີ 2012, ທ່ານ ນາງໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນຄວາມສາມາດ ດ້ານ ປະດິດແຕ່ງ ສາກົນທີ່ ສ ເກົາຫຼີ ໂດຍການອຸປະຖຳ ຂອງ ກອງທຶນພັດທະນາ ວັດທະນະທຳ ແດນມາກ ໃຫ້ບົດຟ້ອນ “Erasable”. ປີ 2015, ທ່ານນາງ ໄດ້ຮ່ວມສ້າງ ທ່າຟ້ອນ “Ah o show” ແລະ ມີສ່ວນຮ່ວມໃນການອອກແບບທ່າຟ້ອນ “ນໍ້າ ຄ້າງໃນຍາມເຊົ້າຕູ່” ຂອງ Lune Production.

 
ບົດ ແລະ ພາບ: ຫງວຽນລວນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top