• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຜ່ານປະສົບການຕົວຈິງ ກັບ ຖ້ຳ ທຽນເດື່ອງ

ຖ້ຳ ທຽນເດື່ອງ (ປ່າສະຫງວນແຫ່ງຊາດ ຟອງຍາ ແກ໊ບ່າງ), ແຕ່ໃດມາ ໄດ້ກາຍເປັນສະຖານທີ່ ທ່ອງທ່ຽວ ທີ່ຄຸ້ນເຄີຍ ສຳ ລັບນັກທ່ອງທ່ຽວ ເມື່ອມາຍັງ ແຂວງ ກວ໊າງບິ່ງ. ແຕ່ວ່າ, ນັກ ທ່ອງທ່ຽວເກືອບທຸກຄົນ ເມື່ອມາຍັງທີ່ນີ້ ໄດ້ຮູ້ພຽງ 1 ກິໂລ ແມັດທຳອິດ ຢູ່ເທິງ ຂົວໄມ້ ແລະ ມີລະບົບໂຄມໄຟສ່ອງແສງ ສະຫວ່າງເທ່ົານັ້ນ, ແຕ່ມີບໍ່ພໍເທົ່າໃດຄົນ ຮູ້ວ່າ ຍັງມີຖໍ້າອີກ  7 ກິໂລແມັດ ສະຫງວນໃຫ້ແກ່ ນັກທ່ອງທ່ຽວ ຜູ້ຮັກມັກ ການຄົ້ນ ພົບ ຄວາມງາມແບບເລິກລັບເທ່ົານັ້ນ. 
ກ່ອນເລີ່ມຕົ້ນການເດີນທາງເພື່ອຄົ້ນພົບ, ພວກຂ້າພະເຈົ້າ ໄດ້ ຮັບຟັງ ຄໍາແນະນຳຂໍ້ມູນຂ່າວສານ ໂດຍຫຍໍ້ ຈາກຜູ້ນຳທ່ຽວ ໃນ ການເດີນທາງ, ແຕ່ລະຄົນໄດ້ ຮັບໄຟສາຍນ້ອຍ ຕິດໃສ່ຫົວ ແລະ ເກີບຄູ່ໜຶ່ງ. ຫຼັງຈາກສິ້ນສຸດ 1 ກິໂລແມັດ ທຳອິດ, ພວກ ຂ້າພະເຈົ້າ ເລີ່ມໄຕ້ໄຟສາຍ ເທິງຫົວ ເພ່ືອເຍືອງທາງ ສືບຕໍ່ ຄົ້ນພົບ 7 ກິໂລແມັດ ຕ່ໍໄປໃນທົວ 2 ທ່ອງທ່ຽວຖຳ້ ທຽນເດື່ອງ.

ປະມານ 500 ແມັດທຳອິດ, ຜ່ານແສງສະຫວ່າງ ຂອງ ໂຄມໄຟ ສາຍ, ພວກຂ້າພະເຈົ້າສາມາດ ເຫັນໄດ້ ອາຍນໍ້າລະເຫີຍ ຂຶ້ນ ຈາກພື້ນຖໍ້າ ເຮັດໃຫ້ບັນຍາກາດ ຢູ່ ພາຍໃນຖຳ້ ມີຄວາມສວຍ ງາມແບບລະເມີເຝິ້ຝັນ. ພາຍໃຕ້ແສງສະຫວ່າງ ຈາກໂຄມໄຟ ສາຍ ພວກຂ້າພະເຈົ້າ ບໍ່ພຽງແຕ່ ໄດ້ພົບເຫັນ ບັນດາ ໂງ່ນນົມ ຫີນໜາມໜໍ່ ຢູ່ອ້ອມຝາຖຳ້ ຊຶ່ງເຮັດໃຫ້ຄິດເຖິງ ທາດເປຣາມິດ, ນາຂັ້ນໄດ ຫຼື ແຜ່ນແພໄໝ ເທົ່ານັ້ນ, ແຕ່ກໍສາມາດໄດ້ຊົມ ຄວາມລະຍິບລະຍັບ ຂອງ ບັນດານົມຫີນຢູ່ ໃນຖຳ້ ອີກດ້ວຍ.



ເຂົ້າຮ່ວມການເດີນທາງ, ນັກທ່ອງທ່ຽວຈະໄດ້ຮັບການ ພາທາງ ແລະ ຄໍາແນະນຳຂໍ້ມູນຂ່າວສານ ໂດຍຫຍໍ້ ກ່ຽວກັບ ຂະບວນວິວັດ ແຫ່ງການປະກົດເປັນຮູບເປັນຮ່າງ
ຂອງ ບັນດາໂງ່ນນົມຫີນໜາມໜໍ່ ຈາກຜູ້ນຳທ່ຽວ. ພາບ: ບ໋າຫງອກ



ເມື່ອເຂົ້າຮ່ວມການຄົ້ນພົບ 7 ກິໂລແມັດ ຕ່ໍໄປໃນທົວ 2 ທ່ອງທ່ຽວຖຳ້ ທຽນເດື່ອງ, ນັກທ່ອງທ່ຽວແຕ່ລະຄົນໄດ້ ຮັບໄຟສາຍນ້ອຍ ຕິດໃສ່ຫົວ ແລະ ເກີບຄູ່ໜຶ່ງ. ພາບ: ເຕິດເຊີນ


ນັກທ່ອງທ່ຽວບັນທຶກໄວ້ໃນກອງຖ່່າຍຮູບ, ກອງຖ່າຍວີດີໂອ ຄວາມສວຍງາມຂອງ ຖຳ້ ທຽນເດື່ອງ. ພາບ: ເຕິດເຊີນ


ຍິ່ງໄປເລິກເຂົ້າພາຍໃນຖໍ້າ ບັນດາຫີນງອກຫີນຍ້ອຍ ຍິ່ງ ຫຼາກຫຼາຍ ແລະ ມີຄວາມສວຍງາມເປັນພິເສດ. ພາບ: ເຕິດເຊີນ


7 ກິໂລແມັດ ຕ່ໍໄປໃນທົວ 2 ທ່ອງທ່ຽວ ຖຳ້ ທຽນເດື່ອງ ນັກ ທ່ອງທ່ຽວ ຕ້ອງມີສຸຂະພາບ ແລະ ນຳ້ໃຈທີ່ເຂັ້ມແຂງ. ພາບ: ເຕິດເຊີນ


ບາງຄັ້ງຄາວນັກທ່ອງທ່ຽວຈະໄດ້ພົບເຫັນບັນໂງ່ນນົມຫີນຂະໜາດໃຫຍ່. ພາບ: ເຕິດເຊີນ


ບັນດາຮູບພາບນົມຫີນຂະໜາດໃຫຍ່ຂອງ ຖຳ້ ທຽນເດື່ອງ ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກຄືຫຼົງທາງເຂົ້າສູ່ໂລກທີ່ບໍ່ເຄີຍເຫັນ. ພາບ: ເຕິດເຊີນ


ນັກທ່ອງທ່ຽວຈະພົບເຫັນ ຢູ່ໃນຖຳ້ ບັນດາສາຍນ້ຳຫ້ວຍຂະໜາດນ້ອຍໄຫຼຜ່ານ. ພາບ: ແທງຢາງ


ບັນດາສາຍນ້ຳຫ້ວຍ ມີນໍ້າໃສຈົນເຫັນພື້ນ. ພາບ: ເຕິດເຊີນ


ບັນດາຫີນຍ້ອຍ ຂະໜາດໃຫຍ່ ເໝືອນດັ່ງບັນດາໂນນຊາຍ ຢູ່ໃນທະເລຊາຍ. ພາບ: ແທງຢາງ


ບັນດາຫີນຍ້ອຍ ຂະໜາດໃຫຍ່ ຢູ່ພາຍໃນຖໍ້າ. ພາບ: ແທງຢາງ


ນັກທ່ອງທ່ຽວມີຄວາມປະທັບໃຈຕໍ່ຄວາມສວຍງາມ ແລະ ເປັນເອກະລັກຂອງນົມຫີນຢູ່ນະແຫ່ງນີ້. ພາບ: ເຕິດເຊີນ


ພື້ນທີ່ ສ້າງນໍ້າຟ້າ ເປັນບ່ອນໜຶ່ງດຽວ ທີ່ມີແສງສະຫວ່າງ ຢູ່ທາງ ນອກລອດເຂົ້າພາຍໃນຖຳ້. ນີ້ແມ່ນຈຸດສຸດທ້າຍ ຂອງການ ເດີນທາງ ຄົ້ນພົບ 7 ກິໂລແມັດ ຕ່ໍໄປ
ໃນທົວ 2 ທ່ອງທ່ຽວຖຳ້ ທຽນເດື່ອງ. ພາບ: ບ໋າຫງອກ

ພວກຂ້າພະເຈົ້າລອດຜ່ານຝາກັ້ນ ແລະ ເກາະໃສ່ ໂງ່ນຫີນເພື່ອ ກ້າວລົງຕອນທາງມື່ນ ໄປເຖິງຫ້ວຍສາຍໜຶ່ງ ຢູ່ໃນຖຳ້. ໄດ້ ຮູ້ ວ່າ ນັກທ່ອງທ່ຽວມັກເລືອກ ທ່ອງທ່ຽວ 7 ກິໂລແມັດ ພາຍໃນ ຖຳ້ ທຽນເດື່ອງ ໃນລະດູແລ້ງ, ໃນລະດູຝົນ ນັກທ່ອງທ່ຽວ ສາ ມາດໄປໄດ້ ພຽງ 4 ກິໂລແມັດ ກໍຕ້ອງກັບຄືນ ຍ້ອນນຳ້ ໄຫຼເຂົ້າ ຖຳ້ຈາກ 4 ທິດ ເຮັດໃຫ້ລະດັບນຳ້ ຍື່ງສູງຂຶ້ນເຖິງ ເພດານຖຳ້.

ພວກຂ້າພະເຈົ້າຕ້ອງມ້ຽນເຄື່ອງຂອງເຂົ້າຖົງນິລອນ ແລະ ຈ້ອນ ໂສ້ງ ເພື່ອລຸຍນຳ້ຜ່ານຫ້ວຍ, ມີບາງບ່ອນ ນຳ້ ສູງເຖິງຄໍ ເພາະ ສະນັ້ນ ພວກຂ້າພະເຈົ້າຕ້ອງຖືເຄື່ອງ ຢູ່ເທິງຫົວ ເພື່ອໄປຜ່ານ. ຜ່ານຫ້ວຍ ຍາວ 100 ແມັດ, ຕໍ່ໜ້າ ຂອງ ພວກເຮົາ ແມ່ນຫ້ອງ ໂຖງ ຊຶ່ງມີຄວາມສູງສຸດ ນັບແຕ່ພື້ນ. ຢູ່ທີ່ນີ້, ພວກຂ້າພະເຈົ້າຮູ້ ສຶກໄດ້ ມີລົມເຢັນໆ ພັດເຂົ້າມາ. ຕາມການແນະນຳ ຂອງຜູ້ນຳ ທ່ຽວ, ນີ້ແມ່ນ ໃກ້ຈະຮອດຈຸດສຸດທ້າຍຂອງຖຳ້.

ຫຼັງຈາກໄປອີກໄລຍະໜຶ່ງ ມີທາງແຍກນ້ອຍຫຼາຍສາຍ ທີ່ເຮັດ ໃຫ້ ພວກຂ້າພະເຈົ້າ ຕົກຕະລຶງ ຄືຫຼົງທາງ ເຂົ້າສູ່ ເຂົາວົງກົດ  ໃນ ຮູບເງົາ ທີ່ມີຊື່ສຽງ ຊີຢ໋ຽວຈີ (ການເດີນທາງສູ່ທິດຕາເວັນ ຕົກ) ຂອງ ສປ ຈີນ. ສຸດທ້າຍ ພວກຂ້າພະເຈົ້າ ກໍໄດ້ໄປເຖິງ ຈຸດໝາຍ ຂອງ ການທາງເດີນ ຊຶ່ງເປັນບ່ອນເອີ້ນວ່າ: ສ້າງນໍ້າ ຟ້າ. ເວລານີ້, ແສງສະຫວ່າງ ສາດສ່ອງ ລົງມາ ຜ່ານປ່ອງທະລຸ ຂຶ້ນສູ່ທ້ອງຟ້າ ເຮັດໃຫ້ບັນຍາກາດ ຢູ່ພາຍໃນຖຳ້ ມີຄວາມລຶກ ລັບຍິ່ງຂຶ້ນ.

ສິ້ນສຸດການທາງເດີນໃນຍາມຄ້າຍແລງ, ເຖິງວ່າຂ້ອນຂ້າງ ອິດ ເມື່ອຍ,  ແຕ່ການໄດ້ສໍາຜັດຕົວຈິງ ຕະຫຼອດການເດີນທາງ ຍາວ 7 ກິໂລແມັດ ໃນຖໍ້າແຫ່ງນີ້ ເຮັດໃຫ້ພວກຂ້າພະເຈົ້າ ຮູ້ສຶກວ່າ ມີຄວາມໃກ້ຊິດກັບທໍາມະຊາດ ຍິ່ງຂຶ້ນ, ແຕ່ກໍເຊື່ອງຊ້ອນຄວາມ ລຶກລັບຫຼາຍຢ່າງທີ່ໜ້າສົນໃຈ. ອົງປະກອບ ການທ່ອງທ່ຽວ ແບບພະຈົນໄພ ນີ້ ໄດ້ກາຍເປັນຄວາມຊົງຈໍາ ທ່ີຍາກຈະລືມ ໃນການເດີນທາງ ເພື່ອຄົ້ນຫາດິນແດນ ທີ່ໄດ້ເອີ້ນວ່າ “ເມືອງ ຫຼວງ ຖຳ້ຂອງ ຫວຽດນາມ” ຂອງ ພວກຂ້າພະເຈົ້າ.
ບົດ: ເງິນຮ່າ - ພາບ: ເຕິດເຊີນ, ແທງຢາງ, ບ໋າຫງອກ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top