• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຜູ້ຫວນຄືນປະຫວັດສາດ ຜ່ານບັນດາຮູບແຕ້ມຈຳລອງ

ໄດ້ຮັບຂະໜານນາມວ່າ ເປັນ “ແມ່ມົດ” ໃນຂົງເຂດ ຮູບຈຳລອງ ໃນ ປັດຈຸບັນ, ທ່ານ ເລຊວນຢາງ ກຳລັງເປັນເຈົ້າຂອງ ຮູບຈຳລອງ ຫຼາຍແຜ່ນ ທີ່ເປັນເອກະລັກ, ມີຄຸນຄ່າທາງປະຫວັດສາດສູງ ກໍຄື ບັນດາຮູບຈຳລອງ ທີ່ມີຊີວິດຊີວາ ຊຶ່ງເຂັ້ມຄົ້ນໄປດ້ວຍ ຂີດໝາຍ ປະເທດຊາດ ແລະ ຜູ້ ຄົນ ຫວຽດນາມ. ທ່ານ ຢາງ ໃຫ້ຮູ້ວ່າ ຮູບ ຈຳລອງ ເປັນປະເພດ ສິລະປະ ສັງລວມ ຂອງ ເຕັກນິກ ແລະ ຄວາມສາມາດ ທັງໝົດ ຂອງ ຜູ້ຫຼິ້ນຮູບຈຳລອງ ຈະຕ້ອງມີ. ນີ້ ແມ່ນ ປະເພດພາສາ ເລົ່າເລື່ອງ ທີ່ ສົມບູນຄົບຖ້ວນ ທັງແມ່ນ ບົດຮຽນ ປະຫວັດສາດ ສຳຜັດໂດຍກົງ ທີ່ເຕັມໄປດ້ວຍ ຄວາມມີ ຊີວິດຊີວາ ອີກດ້ວຍ. 
ທ່ານ ຢາງໃຫ້ຮູ້ວ່າ: “ໃນຄັ້ງໜຶ່ງ ຂ້າພະເຈົ້າ ເຂົ້າຮ້ານຂາຍປຶ້ມ ໂດຍ ບັງເອີນ ແລະ ຖືກດຶງດູດຈັບໃຈ ເມື່ອ ໄດ້ເຫັນ ຮູບຈຳລອງ ຕ່າງໆ ກ່ຽວກັບ ຍຸດໂທປະກອນ ດ້ານການທະຫານ ທີ່ວາງຂາຍ ຢູ່ທີ່ນີ້. ຫຼັງຈາກນັ້ນ, ຂ້າພະເຈົ້າ ໄດ້ຊື້ຮູບຈຳລອງອັນໜຶ່ງເມືອ ເພື່ອ ເລີ່ມ ຕົ້ນການຄົ້ນຄວ້າ. ດົນເຂົ້າໄປ, ຂ້າພະເຈົ້າເຫັນວ່າ ຮູບຈໍາລອງນີ້ ສາມາດ ຍົກຂຶ້ນ ເປັນຜົນງານປະດິດແຕ່ງ ດ້ານສິລະປະ, ມີຍ່ານ ບັນຍາກາດ, ມີລວງເລິກ ແລະ ມີເລື່ອງລາວ ຕ່າງໆ ກ່ຽວກັບຮູບຈຳ ລອງ ນັ້ນໄປພ້ອມອີກດ້ວຍ”. 

ນັ້ນແມ່ນສາຍແນນ ທີ່ພາໃຫ້ ທ່ານ ເລຊວນຢາງ (ອາຍຸ 32 ປີ, ເມືອງ ບິ່ງແທ້ງ, ນະຄອນ ໂຮ່ຈີມິນ) ເລີ່ມກັບມາກັບ “ວິຊາອາຊີບ” ສ້າງຮູບຈຳລອງ. ໂດຍມີຕົ້ນກຳເນີດເປັນນັກຈິດຕະກອນ ຜູ້ໜຶ່ງ, ທັງມີຊ່ວງ ເວລາໜຶ່ງທີ່ເປັນທະຫານ, ເພາະສະນັ້ນ ບັນດາຫົວເລື່ອງ ກ່ຽວ ກັບທະຫານ ໄດ້ທ່ານ ເລຊວນຢາງ ໃຫ້ຄວາມສົນໃຈເປັນ ພິ ເສດ ແລະ ມັກກວ່າໝູ່.

ໃນຫ້ອງເຮັດວຽກກວ້າງປະມານ 15 ແມັດມົນທົນ ຂອງຕົນ ຢູ່ ເມືອງ ບິ່ງແທ້ງ, ນະຄອນ ໂຮ່ຈີມິນ, ມີຫຼາຍຮູບຈຳລອງ ທີ່ເປັນ ເອກະລັກ ແລະ ມີຄຸນຄ່າທາງປະຫວັດສາດສູງ ກໍຄື ບັນດາຮູບ ຈຳ ລອງ ທີ່ເຂັ້ມຄົ້ນໄປດ້ວຍ ສີສັນ ປະເທດຊາດ ແລະ ຜູ້ຄົນ ຫວຽດ ນາມ ຊຶ່ງທ່ານ ເລຊວນຢາງ ໃສ່ຂອບແກ້ວ ວາງສະແດງ ດ້ວຍ ຄວາມ ຖະນຸຖະໜອມ ເປັນຢ່າງຍິ່ງ. ນັ້ນແມ່ນບັນດາ ຜົນການປະ ດິດແຕ່ງ ທີ່ທ່ານເຄີຍໄດ້ຮັບລາງວັນ ໃນບັນດາ ງານປະກວດ ກ່ຽວ ກັບ ຮູບຈຳລອງໂລກ ຫຼື ນັ້ນອາດຈະແມ່ນ ບັນດາຜົນງານປະດິດ ແຕ່ງ ທີ່ເພິ່ນເອງຖືວ່າ ເປັນທີສຸດ.


ວາດພາບ ແນວຄວາມຄິດ ໃສ່ເຈ້ຍ. 


ທ່ານ ເລຊວນຢາງ ກວດກາ ຄຸນນະພາບ ຂອງ ຮູບຈຳລອງ. 


ບັນດາສ່ວນລາຍລະອຽດ ຂອງຮູບຈຳລອງ ໄດ້ຮັບການປະຕິບັດ ຢ່າງປານີດ.  


ທາສີໃຫ້ຮູບຈຳລອງ. 


ທ່ານ ເລຊວນຢາງ ຖືກຂະໜານນາມວ່າ ເປັນ “ແມ່ມົດ” ໃນຂົງ ເຂດ ສ້າງຮູບຈຳລອງ. 
    
ບັນດາຮູບຈຳລອງກ່ຽວກັບການຍົກພົນຂຶ້ນບົກ ຂອງກອງທະຫານ ສຳພັນທະມິດ ຂຶ້ນຊາຍຝັ່ງທະເລ ນອກມັງດີ (ຝຣັ່ງ) ໃນ ວັນທີ 6 ມິຖຸນາ 1944 ໃນສົງຄາມໂລກຄັ້ງທີ 2 ກໍໄດ້ທ່ານ ຢາງ ສະແດງ ໃຫ້ເຫັນຢ່າງມີຊີວິດຊີວາ. ໃນນັ້ນ ທັງຫຸ່ນຄົນ, ພາບທຳມະຊາດ ແລະ ບັນດາສ່ວນລາຍລະອຽດ ຕ່າງກໍມີ ລັກສະນະ ເຂັ້ມຄົ້ນ ໄປ ດ້ວຍ ຂີດໝາຍປະຫວັດສາດ. ເພື່ອສາມາດ ເຮັດໃຫ້ ສຳເລັດຮູບ ຈຳລອງທັງໝົດນີ້ໄດ້, ທ່ານ ຢາງ ຕ້ອງໄດ້ໃຊ້ ເວລາເຖິງ ກວ່າ 6 ເດືອນ ເຊິ່ງໃນນັ້ນ ມີບາງສ່ວນ, ເພິ່ນຕ້ອງ ໄປເຖິງປະເທດຍີ່ປຸ່ນ ຫຼື ອີກປະເທດອື່ນໆ ຈຳນວນໜຶ່ງ ເພື່ອ ການຊອກຮູ້ ແລະ ຊອກວິທີ ການປະຕິບັດ.

ບໍ່ພຽງແຕ່ມີຮູບພາບທະຫານ ໃນສະໄໝສົງຄາມໂລກ ຄັ້ງທີ 2 ເທ່ົາ ນັ້ນ, ທ່ານ ເລຊວນຢາງ ຍັງເຮັດໃຫ້ ການບຸກໂຈມຕີຄັ້ງໃຫຍ່ ຂອງ ກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການ ປົດປ່ອຍ ພາກໃຕ້, ທ້ອນໂຮມປະເທດຊາດເປັນປຶກແຜ່ນ ໃນປີ 1975 ໄດ້ຟື້ນຟູ ຄືນ ໃໝ່ ໃນຜົນງານປະດິດແຕ່ງ “ຈາກພູເຂົາ ລົງສູ່ທົ່ງພຽງ” ອີກດ້ວຍ. ໃນຮູບຈຳລອງນີ້, ບັນຍາກາດເຄື່ອນທັບ ລົງສູ່ພາກໃຕ້, ປົດປ່ອຍ ໄຊງ່ອນ ຢ່າງເລັ່ງດ່ວນ ຊຶ່ງທ່ານ ຢາງ ສະແດງອອກມາ ຢ່າງຊື່ຕົງ ແລະ ມີຊີວິດຊີວາ. ໃນຜົນງານປະດິດແຕ່ງ “ວັນກັບຄືນ” ສະແດງ ໃຫ້ເຫັນ ຄວາມເບີກບານມ່ວນຊື່ນ, ຄວາມຜາສຸກ ຂອງ ເຫຼົ່າ ທະ ຫານ ແລະ ປະຊາຊົນ ຫວຽດນາມ ຫຼັງຈາກປົດປ່ອຍພາກ ໃຕ້ຢ່າງ ສົມບູນ, ໂຮມປະເທດຊາດ ເປັນໜຶ່ງດຽວ.


ອີກຫົວເລື່ອງໜຶ່ງ ທີ່ທ່ານ ຢາງ ຂຸດຄົ້ນດີພໍຄວນ ກ່ຽວກັບ ຮູບພາບ ຂອງ ທະຫານ ໃນສະໄໝສົງຄາມຕໍ່ຕ້ານ ອາເມລິກາ, ນັ້ນຄື ນຳ້ໃຈ ເພື່ອນຮ່ວມກົມກອງ ຜ່ານຜົນງານປະດິດແຕ່ງ “ເພື່ອນຮ່ວມຮົບ”. ຜົນງານປະດິດແຕ່ງນີ້ ສະແດງໃຫ້ເຫັນ ຢ່າງແຈ້ງຊັດ ນຳ້ໃຈເພື່ອນ ຮ່ວມກົມກອງ ຂອງບັນດາທະຫານ ໃນບັ້ນຮົບ ອານລົກ. ເຂົາເຈົ້າ ທັງສູ້ຮົບ ຕ້ານກັບ ການບຸກໂຈມຕີ ຢ່າງດຸເດືອດຂອງ ຈັກກະພັດ ອາເມລິກາ ທັງຕ້ອງເບິ່ງແຍງດູແລ ເພື່ອນຮ່ວມກົມກອງ, ພະຍາ ຍາມ ສົ່ງບັນດານັກຮົບ ຜູ້ຖືກຮັບ ບາດເຈັບ ອອກຈາກເຂດອັນ ຕະ ລາຍ.

ນອກຈາກຮູບພາບ ກ່ຽວກັບທະຫານ, ທ່ານຢາງ ຍັງປະດິດສ້າງ ບັນ ດາຮູບຈຳລອງທີ່ເຂັ້ມຄົ້ນໄປດ້ວຍ ຂີດໝາຍ ປະເທດຊາດ ແລະ ຜູ້ ຄົນ ຫວຽດນາມ, ໂດຍສະເພາະ ຢ່າງຍິ່ງ ແມ່ນ ຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ເຂດທົ່ງພຽງແມ່ນຳ້ຂອງ. ໃນນັ້ນ ພົ້ນເດັ່ນຂຶ້ນ ແມ່ນ ຜົນການປະດິດແຕ່ງ “ຕະຫຼາດນ້ຳ” ຊຶ່ງທ່ານ ຢາງ ລອກແບບ ຢ່າງຊັດເຈນ ກ່ຽວກັບວັດທະນະທຳ ຂອງປະຊາຊົນ ຢູ່ເຂດ ແມ່ນຳ້ ລຳເຊ ທີ່ລຽບງ່າຍ ແລະ ເຕັມໄປດ້ວຍລັກສະນະ ມະນຸດສະທຳ.


ຜົນການປະດິດແຕ່ງ “ຕະຫຼາດນຳ້”. ພາບ: ເອກະສານ


ຜົນການປະດິດແຕ່ງ “ວັນກັບຄືນ”. ພາບ: ເອກະສານ


ພາບລວມ ຂອງຮູບຈຳລອງ “ກ້າວໄປສູ່່ເຂດທົ່ງພຽງ”. 


ບັນດາຮູບພາບຂະໜາດນ້ອຍ ໃນສະໄໝສົງຄາມ ໄດ້ພັນລະນາ ຜ່ານຮູບຈຳລອງ ຢ່າງມີຊີວິດຊີວາ.


ມູມໜຶ່ງ ໃນຜົນງານປະດິດແຕ່ງ “ກ້າວສູ່ເຂດທົ່ງພຽງ”. 


ຄວາມຕັດສິນໃຈ ຂອງ ທະຫານ ໄດ້ສະແດງອອກມາ ໂດຍຜ່ານ ຮູບຈຳລອງ “ກ້າວສູ່ເຂດທົ່ງພຽງ”.


ສີໜ້າ ຂອງບັນດາທະຫານ ໄດ້ສະແດງໃຫ້ເຫັນ ໂດຍຜ່ານ ຄູ່ມື ຢ່າງຄ່ອງແຄ່ວ ຂອງ ທ່ານ ເລຊວນຢາງ.


ມູມໜ່ຶງ ຂອງ ຜົນການປະດິດແຕ່ງ “ອິນຊີ ລົງດິນ”. 


ຮູບພາບໃນຜົນການປະດິດແຕ່ງ “ນົກກົກລົງດິນ”.


ນຳ້ໃຈລະຫວ່າງເພື່ອນຮ່ວມກົມກອງດ້ວຍກັນ ກໍໄດ້ສະແດງ ອອກ ມາ ຢູ່ເທິງຮູບຈຳລອງ. 
  
ເຖິງວ່າຈະຫຍຸ້ງຍາກກັບວຽກງານຕົ້ນຕໍຂອງຕົນກໍຕາມ, ແຕ່ທຸກມື້ ທ່ານ ຢາງ ຍັງສະຫຼະເວລາ ເພື່ອການຄົ້ນຄວ້າ, ຊອກຫາ ແລະ ວາງ ອອກ ແນວຄວາມຄິດ ກ່ຽວກັບການປະດິດສ້າງ ຮູບຈຳລອງ. ກ້າວ ເຂົ້າສູ່ ຂົງເຂດນີ້ແຕ່ ປີ 2010, ມາຮອດປັດຈຸບັນ, ທ່ານ ຢາງ ໄດ້ມີ ຜົນການປະດິດແຕ່ງ ທີ່ພົ້ນເດັ່ນ ຈຳນວນໜຶ່ງ ໄດ້ເຂົ້າຮ່ວມງານ ວາງ ສະແດງສາກົນ ກ່ຽວກັບຮູບຈຳລອງແລ້ວ.

ສິ່ງທີ່ໜ້າສົນໃຈແມ່ນ ໃນປີ 2017, ຜົນການປະດິດແຕ່ງ “ອິນຊີ ລົງ ດິນ” ຂອງ ທ່ານ ເລຊວນຢາງ ໄດ້ຄວ້າ ລາງວັນຄຳ ທີ່ເຫດການ Malaysia Hobby show. ຫຼື ກ່ອນນັ້ນ ຜົນການ ປະດິດແຕ່ງ “ຕະ ຫຼາດນຳ້” ຂອງ ເພິ່ນ ກໍຄວ້າໄດ້ລາງວັນເງິນ ທີ່ງານປະກວດ ຮູບຈຳ ລອງ AFC Club ທີ່ ໄຕ້ຫວັນ ເມື່ອປີ 2016. ບັນດາຜົນການປະ ດິດແຕ່ງ ຂອງ ທ່ານ ຢາງ ກໍໄດ້ ນຳໄປເຂົ້າຮ່ວມ ງານວາງສະແດງ ໃນງານວາງປະແດງຮູບຈຳລອງ ປະຈຳປີ ຢູ່ ແຂວງ ຊີຊູກາ ຂອງ ຍີ່ປຸ່ນ.

ດ້ວຍແຫຼ່ງ “ຊັບສົມບັດ” ທີ່ພໍມີຂອງຕົນ, ທ່ານ ເລຊວນຢາງ ກຳລັງ ຝັກໄຝ່ ເປີດ ງານວາງສະແດງສ່ວນບຸກຄົນ ເພື່ອຈຸດປະສົງ ແນະນຳ ບັນດາຜົນການປະດິດແຕ່ງ ຂອງຕົນກ່ຽວກັບຮູບຈຳລອງ ສູ່ມະຫາ ຊົນ ເປັນຈຳນວນຫຼວງຫຼາຍ.
ບົດ ແລະ ພາບ: ຫງວຽນລວນ-ທົງຫາຍ ແລະ ເອກະສານ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top