• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈໜອງ ນາຮາງ

ໜອງ ນາຮາງ ຕັ້ງຢູ່ເມືອງ ເລີມບິ່ງ ແລະ ນາຮາງ (ນະຄອນ ຕວ໋ຽນກວາງ). ຕາມເລື່ອງລາວ ທີ່ເລົ່າສືບກັນມາ ແຕ່ບູຮານນະ ການວ່າ ທີ່ນີ້ເປັນບ່ອນນົກຫົງຄຳ ບິນມາເຕົ້າໂຮມກັນກາຍເປັນພູ 99 ໜ່ວຍ. ມາທີ່ນີ້, ນັກທ່ອງທ່ຽວຈະໄດ້ຜ່ອນຄາຍອາລົມ, ເຈືອ ຈານເຂົ້າກັບ ຫວ່າງເວຫາທີ່ອົບອຸ່ນ ແລະ ສະຫງົບສຸກ, ໄດ້ຟັງ ເລື່ອງລາວ ແລະ ບົດເພງແຫ່ງຄວາມຮັກກ່ຽວກັບໜອງ ນໍ້າ ທຳມະຊາດແຫ່ງນີ້. 
ໜອງ ນາຮາງ ເປັນທີ່ແມ່ນຳ້ສອງສາຍ ມາພົບກັນ ຄື: ແມ່ນຳ້ ເງິມ ແລະ ແມ່ນຳ້ ນັງ ໂຮມເຂົ້າເປັນສາຍດຽວ ກາຍເປັນໜອງ ນາຮາງ, ໜອງ ແຫ່ງນີ້ ເປັນເຂດແມ່ນຳ້ລຳເຊ, ພູຜາປ່າດົງທີ່ໃຫຍ່ ໂຕມະໂຫຖານ ດ້ວຍເນື້ອທີ່ປະມານ 8.000 ເຮັກຕາ. ໜອງນາ ຮາງ ເປັນໜອງນໍ້າ ທຳມະຊາດ, ນໍ້າໃສສະອາດ, ຢູ່ແຄມໜອງ ແມ່ນເຂດປ່າດົງດິບ ທີ່ກວ້າງໃຫຍ່ ລຽບຕາມສອງ ຝາກຝັ່ງ. 

ໃນ 4 ເດືອນ ຕົ້ນປີ 2019, ເມືອງ ເລີມບິ່ງ ຂອງນະຄອນ ຕວ໋ຽນ ກວາງ ໄດ້ຕ້ອນຮັບນັກທ່ອງທ່ຽວ ມາທີ່ນີ້ ເປັນຈຳນວນ 23.000 ເທື່ອຄົນ.
ຄວາມງາມທ່ີເປັນສັນຍາລັກ ຂອງ ການທ່ອງທ່ຽວ ໜອງ ນາຮາງ ແມ່ນ ໂງ່ນຫີນ “ກອກ ວ່າຍ ຟ້າ” ຕັ້ງຢູ່ກາງນໍ້າ. ໃນພາສາຂອງ ຊົນເຜົ່າ ໄຕ່, “ກອກວ່າຍຟ້າ” ໝາຍຄວາມວ່າ ຫຼັກມັດຄວາຍຂອງ ຟ້າ. ໜອງ ນາຮາງ ຍັງໄດ້ຮູ້ເຖິງເປັນເຂດນິເວດວິທະຍາທາງ ທຳ ມະຊາດ ແຫ່ງໜຶ່ງ ທີ່ໜ້າຈັບໃຈ. 


ທ່າເຮືອຢູ່ໜອງ ນາຮາງ. 


ຄວາມງາມທ່ີເປັນສັນຍາລັກ ຂອງ ການທ່ອງທ່ຽວ ໜອງ ນາຮາງ ແມ່ນ ໂງ່ນຫີນ “ກອກວ່າຍຟ້າ” ຕັ້ງຢູ່ກາງນໍ້າ, ຂຶ້ນກັບເມືອງ ເລີມ ບິ່ງ. ພາບ: ຈ້ອງດາດ




ທັດສະນີຍະພາບ ທີ່ຖືເປັນ ຮ້າລອງ ເທິງບົກຂອງໜອງ ນາຮາງ ໄດ້ນຳນັກທ່ອງທ່ຽວ ເຂົ້າຮ່ວມໃນຫວ່າງເວຫາທີ່ ສວຍງາມເໝືອນດັ່ງໃນຝັນ. ພາບ: ຈ້ອງດາດ.


ມາຍັງ ເຂດທ່ອງທ່ຽວທາງລະບົບນິເວດວິທະຍາ ນາຮາງ, ນະ ຄອນ ຕວ໋ຽນກວາງ, ນັກທ່ອງທ່ຽວຈະຮູ້ສຶກປະທັບໃຈ ຕໍ່ຄວາມສວຍ ງາມຂອງເຂດແມ່ນຳ້ລຳເຊ ແລະ ພູຜາປ່າດົງທີ່ໃຫຍ່ ໂຕມະໂຫຖານ. ພາບ: ຈິ້ງໂບ້/VNP


ຄວາມສວຍສົດງົດງາມຂອງໜອງ ນາຮາງ. 


ໜອງ ນາຮາງ ສວຍງາມເໝືອນດັ່ງໃນຝັນ. 


ຕາດນຳ້ທຳມະຊາດຢູ່ໜອງ ນາຮາງ. 


ຄວາມສວຍງາມຂອງ ຕາດເມີ໋ - ສັນຍາລັກແຫ່ງການ ທ່ອງທ່ຽວຂອງ  ນາຮາງ. ພາບ: ຈ້ອງດາດ


ນັກທ່ອງທ່ຽວ ລົງໄປລອຍນໍ້າ ໃນກະແສນໍ້າທີ່ໃສສະອາດ ຂອງ
ໜອງ ນາຮາງ. ພາບ: ຈິ້ງໂບ້/VNP


ນາຮາງ ຈັບໃຈນັກທ່ອງທ່ຽວດ້ວຍອາຫານພື້ນບ້ານຫຼາຍເຍື່ອງ. ພາບ: ຈິ້ງໂບ້/VNP

ບໍ່ພຽງແຕ່ເທົ່ານັ້ນ, ທີ່ນີ້ ຍັງມີທີວທັດທຳມະຊາດ ທີ່ໜ້າ ຊົມອີກ ຫຼາຍແຫ່ງຄື: ພູ ປັກຕ້າ (ຕາມພາສາໄຕ່ ໝາຍຄວາມວ່າ ນົມຂອງ ຟ້າ). ພູໜ່ວຍນີ້ ສູງກວ່າໝູ່ ຢູ່ເມືອງ ເລີມບ່ິງ, ເບິ່ງແຕ່ໄກ, ພູ ໜ່ວຍ ນີ້ ມີຮູບຊົງ ຄື ໂຕຊ້າງ ພວມຢືນຢູ່ຂ້າງ ໄຫເຫຼົ້າ, ບຶດເຫັນ ບຶດບໍ່ເຫັນ ໃນທ່າມກາງຂອງ ເມກໝອກ. 

“ມາຍັງ ເລີມບິ່ງ, ນັກທ່ອງທ່ຽວຈະໄດ້ຊອກຮູ້ກ່ຽວກັບສີສັນດ້ານວັດທະນະທຳ, ກໍ່ຄືຊີວິດການເປັນຢູ່ຂອງບັນດາເຜົ່າ ແລະ ແຫຼ່ງ ທ່ອງທ່ຽວທາງປະຫວັດສາດ, ວັດວາອາຮາມ ຢູ່ທີ່ນີ້ ດ້ວຍຄວາມ ປອດໄພ”. ທ່ານ ຫງວຽນວັນຢືງ, ປະທານຄະນະກຳມະການປະຊາຊົນ ເມືອງ ເລີມບິ່ງ. 
ມາ ນາຮາງ, ນັກທ່ອງທ່ຽວ ສາມາດນັ່ງເຮືອ ເພື່ອຊົມທັດສະນີ ຍະພາບ. ເຂດທ່ອງທ່ຽວແຫ່ງນີ້ ຍັງມີພູມພາບອັນໜ້າຊົມຫຼາຍ ແຫ່ງ ຄື: ຕາດ ໝັ້ນແມ, ຕາດ ຂວາຍຍີ, ຕາດ ຂວາຍສຸງ ແລະ ອື່ນໆ. 

ນອກຈາກນັ້ນ ຍັງມີເຂດທ່ອງທ່ຽວທາງລະບົບນິເວດວິທະຍາ ເລີມວຽນ ຟຽງບູງ ກາຍເປັນລະບົບການທ່ອງທ່ຽວທີ່ສົມບູນແບບ, ໝັ້ງຄົງ, ຄົບວົງຈອນ, ມີຄວາມສະໜິດຕິດພັນກັບປ່າດົງດິບ. 

ຢູ່ ນາຮາງ, ນັກທ່ອງທ່ຽວ ສາມາດຊອກເຫັນເຮືອນພັກ ຫຼື ຮ້ານ ອາຫານສາມັນຊົນ ໃນເທດສະບານຂອງ ເມືອງ. ນັກທ່ອງທ່ຽວ ຈະໄດ້ກິນອາຫານພື້ນບ້ານທີ່ຫອມແຊບຫຼາຍເຍື່ອງ ຄື: ປາ ຄ້າວ (hemibagrus), ປາຍອນ (pangasius macronema), ເຂົ້າໜຽວ ຫ້າສີ ແລະ ໄກ່ປ່າ, ແກ້ມກັບເຫຼົ້າສາລີ, ລຽບງ່າຍ ຄືນໍ້າໃຈຂອງ ຊາວ ນະຄອນ ຕວ໋ຽນກວາງ ທີ່ຈິງໃຈ ແລະ ຮັກແຂກ ແພງຄົນ. 
 
ບົດ: ຈິ້ງໂບ້ - ພາບ: ຈ້ອງດາດ, ຈິ້ງໂບ້ 

Bài và ảnh: Trịnh Bộ - Trọng Đạt

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top