• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ປະທັບໃຈໂຄມໄຟ ດິນເຜົາ ແສງສະຫວ່າງສ່ອງຊອດ ບາດຈ່າງ

ດ້ວຍວັດຖຸດິບ ເປັນດິນຊັ້ນສູງທີ່ສຸດໃນປັດຈຸບັນ, ໂຄມໄຟ ດິນ ເຜົາ ແສງສະຫວ່າງ ສ່ອງຊອດ ແມ່ນຜະລິດຕະພັນ ພິເສດຂອງ ໝູ່ບ້ານ ຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ, ເມືອງ ຢາເລິນ, ຮ່າໂນ້ຍ.  
ພວກຂ້າພະເຈົ້າມາຢ້ຽມຢາມໂຮງງານຜະລິດ ຂອງ ບໍລິສັດ ດິນ ເຜົາ ມາຍລິງ ຈຳກັດ, ໜຶ່ງໃນບັນດາຄອບຄົວ ທຳອາຊີບ ຜະລິດ ໂຄມໄຟ ດິນເຜົາ ແສງສະຫວ່າງສ່ອງຊອດ. ທ່ານນາງ ດັ້ງທິ ຕວຽດ-ຜູ້ອຳນວຍການ ຂອງບໍລິສັດ ໃຫ້ຮູ້ວ່າ ປັດຈຸບັນ, ຢູ່ ບາດ ຈ່າງ ມີຫຼາຍປະເພດເຄື່ອງໃຊ້ ສອຍພາຍໃນຄອບຄົວ ທີ່ເຮັດ ດ້ວຍ ເຄື່ອງປັ້ນດິນເຜົາ, ແຕ່ໂຄມໄຟ ດິນເຜົາແສງສະຫວ່າງ ສ່ອງຊອດ ເປັນຜະລິດຕະພັນພິເສດ ດ້ວຍວັດຖຸດິບ ເປັນດິນ ແສງສະຫວ່າງສ່ອງຊອດ, ດິນຜະລິດ ໄດ້ນຳເຂົ້າຈາກ ແຂວງ ຖາຍງວຽນ ແລະ ຕວຽນກວາງ. ຈຸດພິເສດ ຂອງ ຜະລິດຕະພັນນີ້ ແມ່ນເມື່ອນຳໃຊ້ ກັບເຊື້ອນໍ້າມັນ ທຸກຊະນິດ ຈະຊ່ວຍແກ້ ກິ່ນ ເໝັນ ໃນຫ້ອງ, ຂັບໄລ່ຍຸງ ແລະ ເຮັດໃຫ້ຫ້ອງ ອຸ່ນຂຶ້ນ. 

ການຜະລິດໂຄມໄຟ ດິນເຜົາ ແສງສະຫວ່າງສ່ອງຊອດ ລວມມີ ຫຼາຍ ຂັ້ນຕອນ. ນາຍຊ່າງຈະຖອກດິນໃສ່ລະບົບເບົ້າຫຼໍ່. ຫຼັງຈາກ ໂຄມໄຟ ໄດ້ຜະລິດອອກມາ ຈະເອົາໄປຂັດ ໃຫ້ເຫຼື້ອມ. ຂັ້ນ ຕອນ ອະນາໄມ ດ້ວຍນໍ້າ ນາຍຊ່າງ ຕ້ອງປະຕິບັດດ້ວຍ ຄວາມ ລະມັດລະວັງ ເພາະວ່າ ໂຄມໄຟ ທີ່ເຮັດດ້ວຍ ດິນເຜົາ ມັນສຸດ ທີ່ເບາະບາງ ເພື່ອເຮັດໃຫ້ແສງສະຫວ່າງ ສາມາດສ່ອງຊອດ ອອກໄປຂ້າງນອກໄດ້ ແລະ ສ້າງລວດລາຍ ໃຫ້ໂດດເດັ່ນທີ່ສຸດ. 


ໂຮງງານຜະລິດໂຄມໄຟດິນເຜົາ ແສງສະຫວ່າງ ສ່ອງຊອດ ບາດຈ່າງ.


ນາຍຊ່າງຈະຖອກດິນໃສ່ລະບົບເບົ້າຫຼໍ່ ທີ່ມີຫຼາຍຂະໜາດແຕກຕ່າງກັນ.


ການຜະລິດດ້ວຍເຄື່ອງຈັກ ຈະຊ່ວຍເຮັດໃຫ້ຜະລິດຕະພັນ ມີຄວາມຊັດເຈນ ແລະ ເຮັດໄດ້ຫຼາຍກວ່າ.


 ຫຼັງຈາກຜະລິດຕະພັນ ໄດ້ອະນາໄມໃຫ້ສະອາດ ດ້ວຍເຄື່ອງຈັກແລ້ວ, ນາຍຊ່າງ ຈະເບິ່ງຄືນ ເພື່ອ ປັບປຸງດັດແກ້ຄືນໃຫ້ເໝາະສົມ.


ຂັ້ນຕອນການຜະລິດ ໂຄມໄຟ ດິນເຜົາ ແສງສະຫວ່າງ ສ່ອງຊອດ. 


ກ່ອນຈະເອົາໄປແຕ້ມລວດລາຍ, ບັນດາຜະລິດຕະພັນ ຈະໄດ້ຂັດຖູໃຫ້ເຫຼື້ອມ ແລະ ອະນາໄມໃຫ້ສະອາດດ້ວຍນຳ້.


ຂົງເຂດແຕ້ມໂຄມໄຟດິນເຜົາ ແສງສະຫວ່າງ ສ່ອງຊອດ.


ບັນດາລວດລາຍ ມີຢູ່ຢ່າງອຸດົມສົມບູນ, ແຕ່ສ່ວນຫຼາຍແມ່ນ ສຸມໃສ່ໃນພາບ ທີ່ລຽບງ່າຍ ຢູ່ເຂດຊົນນະບົດ ຫວຽດນາມ ຄື ຕົ້ນໄມ້ໄຜ່, ເຮືອ, ດວງຈັນ ໃນຍາມຄໍ່າຄືນ ແລະ ຕະຫຼາດເຂດຊົນນະບົດ. 



ນາຍຊ້າງຕ້ອງໃຊ້ເວລາ 30 ນາທີ ກໍ່ສາມາດແຕ້ມໄດ້ສຳເລັດ ຜະລິດຕະພັນໜຶ່ງ.


ໂຕໜັງສື ຈີນ, ຄຳກອນ, ຕົວໜັງສື ທີ່ມີຄວາມສະໜິດຕິດພັນ ກັບ ບຸນປີໃໝ່ ກໍ່ໄດ້ນຳເຂົ້າໃນຜະລິດຕະພັນ ໂຄມໄຟ ລະເຫີຍນໍ້າມັນ ອີກດ້ວຍ.
ຂັ້ນຕອນທີ່ສຳຄັນກວ່າໝູ່ໃນການຜະລິດ ໂຄມໄຟ ດິນເຜົາ ແສງ ສະຫວ່າງສ່ອງຊອດ ແມ່ນການຕົບແຕ່ງບັນດາລວດລາຍໃສ່ຜະ ລິດຕະພັນ. ບັນດາລວດລາຍທີ່ໄດ້ແຕ້ມ ໃສ່ໂຄມໄຟ  ແສງສະ ຫວ່າງສ່ອງຊອດ ແມ່ນນາຍຊ່າງຄິດອອດມາໂດຍຕົນເອງ ຫຼື ເຮັດໄປ ຕາມຄວາມຕ້ອງການຂອງລູກຄ້າ. ບັນດາຫົວຂໍ້, ລວດ ລາຍ ມີຢູ່ຢ່າງອຸດົມສົມບູນ, ແຕ່ສ່ວນຫຼາຍແມ່ນ ສຸມໃສ່ໃນພາບ ທີ່ລຽບງ່າຍ ຢູ່ເຂດຊົນນະບົດ ຫວຽດນາມ ຄື ຕົ້ນໄມ້ໄຜ່, ເຮືອ, ດວງຈັນ ໃນຍາມຄໍ່າຄືນ ແລະ ຕະຫຼາດເຂດຊົນນະບົດ. 

ເປັນຜູ້ມີປະສົບການໃນການເຮັດວຽກມາເປັນເວລາ 10 ປີ, ນາງ ໂດ໋ທິຖຸ່ຍ ໃຫ້ຮູ້ວ່າ ການແຕ້ມໃສ່ໂຄມໄຟ ແສງສະຫວ່າງສ່ອງ ຊອດ ແມ່ນຍາກກວ່າ ເມື່ອທຽບກັບ ໂຄມໄຟ ປະເພດອື່ນໆ, ເພາະຕ້ອງເຮັດແນວໃດ ເມື່ອໄຕ້ໂຄມໄຟ ຂຶ້ນ ຈະເຫັນລວດ ລາຍ ເທິງໂຄມໄຟ ຄ້າຍຄືຮູບ 3D. ເພາະສະນັ້ນ ສ່ວນຫຼາຍ ແມ່ນນຳໃຊ້ວິທີແຕ້ມນູນດ້ວຍ ປາກກາ ຈະໃຫ້ມີລາຍ ແຕ້ມ ນ້ອຍ, ລະອຽດ ແລະ ມີຄວາມ ປະດິດປະດອຍ. ໄລຍະທຳອິດ ຕ້ອງໃຊ້ເວລາ 2-3 ຊົ່ວໂມງ ຈຶ່ງແຕ້ມ ໄດ້ສຳເລັດຜະລິດ ຕະພັນ ໜຶ່ງ, ແຕ່ປັດຈຸບັນ ໃຊ້ເວລາ 30 ນາທີ ກໍ່ສາມາດແຕ້ມ ໄດ້ສຳ ເລັດ ຜະລິດຕະພັນໜຶ່ງ. ແຕ່ວ່າ ຫຼັງຈາກຜະລິດຕະພັນ ໄດ້ເອົາ ໄປເຄືອບສີ ແລະ ເຜົາໃຫ້ສຸກແລ້້ວ, ນາຍຊ່າງ ຈະເບິ່ງຄືນ ເພື່ອ ປັບປຸງດັດແກ້ຄືນໃຫ້ເໝາະສົມ, ກໍ່ຄືຖອດຖອນບົດຮຽນໃຫ້ ການ ແຕ້ມໃນຄັ້ງຕໍ່ໄປ. 

ເພື່ອສ້າງຄວາມຫຼາກຫຼາຍດ້ານຮູບແບບ, ນາຍຊ່າງ ຂອງ ໝູ່ ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ຍັງນຳ ໂຕໜັງສື ຈີນ, ຄຳກອນ, ຕົວໜັງສື ທີ່ມີຄວາມສະໜິດຕິດພັນກັບ ບຸນປີໃໝ່ ຫຼື ບັນດາລວດລາຍ ຂອງ ດອກໄມ້ ໃບຫຍ້າ ເຂົ້າໃນຜະລິດຕະພັນ ໂຄມໄຟ ລະເຫີຍນໍ້າມັນ. ເພາະປະເພດໂຄມໄຟດັ່ງກ່າວ ຍັງ ໄດ້ນຳໃຊ້ ເພື່ອປະດັບປະດາພາຍໃນເຮືອນ, ໃຫ້ເໝາະສົມ ກັບ ພື້ນທ່ີໃຊ້ສອຍ. 

ພ້ອມກັບຄວາມຫຼາກຫຼາຍກ່ຽວກັບຮູບຊົງຄື: ຮູບວົງມົນ, ຮູບສີ່ ລ່ຽມ, ຮູບສາມລ່ຽມ, ຮູບສີ່ລ່ຽມສາກ, ຮູບທໍ່... ເພື່ອໃຫ້ລູກຄ້າ ມີ ທາງເລືອກຫຼາຍ, ຜະລິດຕະພັນໂຄມໄຟດິນເຜົາ ແສງສະຫວ່າງ ສ່ອງຊອດ ບາດຈ່າງ ຈະມີລາຄາແຕ່ 55.000-1.000.000 ກວ່າດົ່ງ, ເໝາະກັບຄວາມຕ້ອງການຂອງຜູ້ນຳໃຊ້. 

ໂຄມໄຟ ດິນເຜົາ ແສງສະຫວ່າງ ສ່ອງຊອດ ມີຫຼາຍແບບຢ່າງ ແລະ ຈັບຕາ ຜ່ານສີມືທີ່ຄ່ອງແຄວຂອງບັນດານາຍຊ່າງ ບ້ານ ບາດຈ່າງ:












 
 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top