• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈຫ້ວຍ ດ໋າບ່ານ

ຫ້ວຍ ດ໋າບ່ານ ຢູ່ຕາແສງ ເກືອເຊືອງ, ເມືອງເກາະ ຝູກວກ, ແຂວງ ກຽນຢາງ ເປັນໜຶ່ງໃນຈຳນວນຫ້ວຍ ທີ່ຢູ່ທ່າມກາງ ທະ ເລ ໝູ່ເກາະ, ເຊິ່ງເຮັດໃຫ້ ນັກທ່ອງທ່ຽວ ຮູ້ສຶກປະທັບໃຈ ຕໍ່ ຄວາມສວຍງາມ ແບບປະຖົມປະຖານຂອງມັນເມື່ອມາທີ່ນີ້. 
ເກາະ ຝູກວກ ມີພູສູງ 99 ໜ່ວຍ ທີ່ມີຂະໜາດໃຫຍ່ ແກ່ຍາວ ແຕ່ເໜືອຫາໃຕ້ ຂອງ ເກາະ. ຫ້ວຍ ດ໋າບ່ານ ໄດ້ກຳເນີດຈາກ ສາຍພູ ຮ່າມນິງ, ນີ້ແມ່ນສາຍພູມີຄວາມຍາວ ແລະ ສູງກວ່າ ໝູ່ໃນຈຳນວນໜ່ວຍພູທີ່ມີຢູ່ທີນີ້, ສາຍນໍ້າໃຕ້ດິນຢູ່ ຮ່າມນິງ ເປັນບ່ອນສະໜອງນຳ້ໃຫ້ແກ່ໜອງ ເຢືອງດົງ ຝູກວກ, ເປັນ ໜອງນໍ້າກວ້າງທີ່ສຸດຢູ່ ທີ່ນີ້ ແລະ ເປັນບ່ອນສະໜອງ ນໍ້າຈືດ ໃຫ້ເມືອງເກາະ ຝູກວກ ດ້ວຍລວງຮອບ 3,5 ກິໂລແມັດ, ເລິກ 20 ແມັດ, ບັນຈຸນໍ້າໄດ້ ປະມານ 5,5 ລ້ານ ມ³. 

ສາເຫດ ທ່ີຫ້ວຍສາຍນີ້ ເອີ້ນວ່າ ຫ້ວຍ ດ໋າບ່ານ ເພາະວ່າ ຢູ່ທີ່ ນີ້ ມີຫີນກ້ອນໃຫຍ່ຫຼາຍກ້ອນ, ຮາບພຽງຄືໜ້າໂຕະ ຍ້ອນໄດ້ ຮັບຜົນກະທົບຈາກກະແສນໍ້າ ທີ່ໄຫຼລົງມາແຕ່ເທິງຈອມພູ. ເພາະສະນັ້ນ ຫ້ວຍ ດ໋າບ່ານ ຈຶ່ງມີຄວາມເຢັນ, ຍິ່ງກວ່ານັ້ນ ຕາມເລື່ອງລາວ ທີ່ເລົ່າສືບທອດກັນມາວ່າ ທີ່ນີ້ ເປັນບ່ອນ ນາງຟ້າ ນັ່ງອາບນໍ້າ ໃນເວລາລົງເມືອງມະນຸດ. 


ລຽບຕາມຫ້ວຍ ດ໋າບ່ານ ແມ່ນກ້ອນຫີນໃຫຍ່ຫຼາຍກ້ອນ ຕັ້ງຢູ່ລຽງລາຍ. ພາບ: ດັ້ງກິມເຟືອງ


ນັກທ່ອງທ່ຽວ ຮູ້ສຶກປະທັບໃຈ ເມື່ອຍ່າງຜ່ານຂົວ ອູ່ເພື່ອໄປຫາຫ້ວຍ ດ໋າບ່ານ. ພາບ: ເລມິນ/VNP


ນັກທ່ອງທ່ຽວ ເຈືອຈານເຂົ້າກັບກະແສນໍ້າທີ່ໃສເຢັນ ຢູ່ ຫ້ວຍ ດ໋າບ່ານ. ພາບ: ເລມິນ/VNP


ກະແສນໍ້າຫ້ວຍ ດ໋າບ່ານ ໄຫຼຜ່ານຮົ່ມໄມ້ ຂອງບັນ ດາກົກໄມ້ທີ່ເກົ່າແກ່ ຂອງ ປ່າ ຝູກວກ. ພາບ: ເລມິນ/VNP


ຫ້ວຍ ດ໋າບ່ານ ມີກະແສນໍ້າໄຫຼລົງມາແຕ່ເທິງຈອມພູ. ພາບ: ເລມິນ/VNP


ທີ່ຫ້ວຍ ດ໋າບ່ານ ມີລະບົບພຶກສາຊາດ ທີ່ອຸດົມສົມບູນ. ພາບ: ເລມິນ/VNP


ຫ້ວຍ ດ໋າບ່ານ ມີຄວາມຄ້ອຍ ຊັນ,  ແຕ່ຕີນພູເຖິງ ຈອມ ພູ ດ໋າບ່ານ. ຍ່າງໄປຮອດຍອດນຳ້ ຂອງຫ້ວຍ ດ໋າບ່ານ ຕ້ອງ ໃຊ້ເວລາ 4 ຊົ່ວໂມງ. ພາບ: ເລມິນ/VNP


ໄລຍະທ້າຍ ອາທິດ, ນັກທ່ອງທ່ຽວມັກພາກັນມາຫຼິ້ນຢູ່ຫ້ວຍ ດ໋າບ່ານ. ພາບ: ດັ້ງກິມເຟືອງ/VNP

ຢູ່ປະຕູເຂົ້າໄປຫາຫ້ວຍ ແຫ່ງນີ້ ຈະມີຂົວອູ່ແຂວນຂ້າມຫ້ວຍ, ສະນັ້ນ ຕ້ອງຍ່າງຂ້າມຂົວນີ້ ແລະ ຍ່າງໄປອີກໜ້ອຍໜຶ່ງກໍ່ຈະ ເຖິງຈຸດ ສວຍງາມທີ່ສຸດຂອງຫ້ວຍ ດ໋າບ່ານ, ອາກາດຢູ່ທີ່ນີ້ ປອດໂປ່ງ, ສົດໃສ ແລະ ເຢັນດີ ເພາະສອງພາກທາງ ເຕັມໄປ ດ້ວຍຕົ້ນໄມ້ປ່າ. 

ຢູ່ແຄມ ກໍຄືຢູ່ກາງຫ້ວຍ ຈະ ມີໂງ່ນຫີນໃຫຍ່ ນ້ອຍ ຫຼາຍກ້ອນທີ່ແຕກຕ່າງກັນ, ຮູບຊົງຄ້າຍຄືໜ້າໂຕະທີ່ກວ້າງໃຫຍ່, ສະນັ້ນ ຢູ່ທີ່ນີ້ ມີຫຼາຍບ່ອນສຸດທີ່ເໝາະສົມ ໃຫ້ພວກເຮົາສາມາດ ວາງ ອາຫານ, ເຄື່ອງດຶື່ມ ເພື່ອນັ່ງກິນ ຫຼື ວາງຢູ່ ຕາມກ້ອນຫີນຢູ່ ກາງຫ້ວຍນຳ້, ທັງນັ່ງກິນ ທັງຮັບຊົມບັນຍາກາດ ທີ່ເຢັນດີ ສະບາຍ ຂອງຫ້ວຍແຫ່ງນີ້. 

ເສັ້ນທາງນຳໄປຫາຍອດຫ້ວຍ ດ໋າບ່ານ ຍາວກວ່າ 2 ກິໂລ ແມັດ ແລະ ຕ້ອງຍ່າງໄປຕາມໂງ່ນຫີນໃຫຍ່ຫຼາຍ ກ້ອນ ລຽບ ຕາມຫ້ວຍນຳ້ແຫ່ງນີ້. ບົນເສັ້ນທາງຍ່າງ, ພວກເຮົາ ຈະໄດ້ ຊື່ມຊົມຄວາມສວຍງາມ ຂອງຫ້ວຍ ດ໋າບ່ານ ດ້ວຍ ທິວທັດ ທໍາມະຊາດແຕກຕ່າງກັນ, ແຕ່ມີຈຸດຄືກັນແມ່ນໄດ້ ສ້າງຂຶ້ນ ດ້ວຍກະແສນຳ້. 

ນຳ້ຢູ່ຍອດຫ້ວຍ ດ໋າບ່ານ ໃສ ແລະ ສະອາດ, ຍິ່ງໄປກວ່ານັ້ນ ພູມມີປະເທດກໍ່ສວຍງາມ, ນອກຈາກນັ້ນ ຍັງພົບເຫັນ ເສັ້ນທາງນ້ອຍສາຍໜຶ່ງ ເຊິ່ງໄດ້ກໍ່ສ້າງແຕ່ສະໄໝສົງຄາມ. ເທິງຕົ້ນໄມ້ ໃຫຍ່ຫຼາຍຕົ້ນ ຢູ່ແຄມທາງ ຍັງຮັກສາໄວ້ບັນດາ ຕົວໜັງສືໄດ້ ຂຽນຊື່ ແລະ ນາມສະກຸນ, ບ້ານເກີດເມືອງ ນອນ ຂອງ ທະຫານຫຼາຍຄົນ ໃນເວລາເຄື່ອນທັບອີກດ້ວຍ. 

- ຖ້າສະຖານທ່ີທ່ອງທ່ຽວ ຫຼາຍແຫ່ງ ທີ່ທັນສະໄໝ ເທິງເກາະ ຝູກວກ ໄດ້ສຸມໃສ່ພັດທະນາຢູ່ແຄມທະເລ, ແຕ່ເຂດທ່ອງ ທ່ຽວຫ້ວຍ ດ໋າບ່ານ ໄດ້ເລືອກເອົາເຂດພູດອຍ ແລະ ຫ້ວຍ ນໍ້າຈືດທຳມະຊາດ ເປັນຈຸດເດັ່ນ ເພື່ອພັດທະນາ ການທ່ອງ ທ່ຽວ ຂອງຕົນ. 
- ຊ່ວງເວລາ ເໝາະສົມທີ່ສຸດ ໃນການເດີນທາງ ມາທ່ຽວຊົມ ຫ້ວຍ ດ໋າບ່ານ ຈະເລີ່ມແຕ່ເດືອນ ພຶດສະພາ ຫາທ້າຍເດືອນ ພະຈິກ, ເພາະນີ້ ແມ່ນລະດູຝົນ, ຫ້ວຍຈະມີນໍ້າຫຼາຍ ແລະ ສວຍງາມ ຢ່າງຍິ່ງ. 

ບົດ: ເຊີນເງ້ຍ - ພາບ: ເລມິນ ແລະ ດັ້ງກິມເຟືອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top