• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈທະເລ ໝີ໋ເຄ

ທະເລ ໝີ໋ເຄ ດ່າໜັງ ໄດ້ວາລະສານ Forbes ຂອງ ສ ອາເມລິ ກາ ເລືອກເປັນໜຶ່ງໃນຫາດຊາຍທະເລ 6 ແຫ່ງທີ່ໜ້າຈັບໃຈ ທີ່ ສຸດຂອງໂລກ. ມາທີ່ນີ້ ໃນລະດູຮ້ອນ, ນັກທ່ອງທ່ຽວຈະໄດ້ເຈືອ ຈານເຂົ້າກັບບັນຍາກາດທີ່ຟົດຟື້ນ ຂອງງານບຸນ ແລະ ເຫດການ ທີ່ສຳຄັນຕ່າງໆ ຂອງນະຄອນ ດ່າໜັງ. 
ຫາດຊາຍທະເລ ໝີ໋ເຄ ເປັນຊື້ເອີ້ນລວມຂອງຝ່ັງທະເລ ທີ່ ແກ່ ຍາວ ປະມານ 10 ກິໂລແມັດ, ແຕ່ແຫຼມ ເຊີນຈ່າ ໄປເຖິງ ນອນ ເນືອກ ຫງູແຫ່ງເຊີນ. ເບິ່ງຈາກມູມສູງລົງມາ, ທະເລ ໝີ໋ເຄ ຈັບ ໃຈ ນັກທ່ອງທ່ຽວ ເພາະສີຂຽວທີ່ສວຍງາມຍາວສຸດຂອບຟ້າ. ພິ ເສດ, ຮອດຍາມຕາເວັນຄ້ອຍຄໍ່າ, ບັນຍາກາດຢູ່ທີ່ນີ້ ເຕັມໄປ ດ້ວຍສີສັນໂຣແມນຕິກ, ສະຫງົບງຽບ ເຊ່ິງເຮັດໃຫ້ ນັກທ່ອງ ທ່ຽວ ມາທີນີ້ ຮູ້ສຶກ ຜ່ອນຄາຍ ສະບາຍໃຈ. 

ທະເລ ໝີ໋ເຄ ຖືກຄັດເລືອກໃຫ້ເປັນໜຶ່ງໃນຫາດຊາຍທະເລ 6 ແຫ່ງທີ່ໜ້າຈັບໃຈທີ່ສຸດຂອງໂລກ ເພາະວ່າ ຕອບສະໜອງ ຢ່າງຄົບຖ້ວນ ບັນດາມາດຕະຖານໃນການຄັດເລືອກຄື: ຄວາມ ສະ ດວກທາງການຄົມມະນາຄົມ, ເປີດໃຫ້ນັກທ່ອງທ່ຽວ ເຂົ້າ ໂດຍ ບໍ່ເກັບປີ້, ມີຫາດຊາຍຂາວ ແລະ ຮາບພຽງ, ແສງແດດ ແລະ ຄື້ນທະເລ ເໝາະກັບການຫຼິ້ນກິລາ, ຮັບປະກັນຄວາມ ປອດໄພ ໃຫ້ແກ່ນັກທ່ອງທ່ຽວ, ມີໂຮງແຮມຫຼາຍຫຼັງຢູ່ໃກ້ກັບ ຫາດຊາຍ ທະເລ ໝີ໋ເຄ ຫຼື ເຂດພັກຜ່ອນແຫ່ງຕ່າງໆ ລ້ວນແຕ່ ໄດ້ມາດ ຕະຖານສາກົນ ແລະ ອື່ນໆ. 


ຫາດຊາຍທະເລ ໝີ໋ເຄ ມີຄວາມຍາວເກືອບ 1 ກິໂລແມັດ.  ພາບ: ເຕິດເຊີນ/VNP


ບິນເວີ່ນຢູ່ກາງເວຫາເທິງທະເລ. ພາບ: ແທງຮ່ວາ/VNP


ບັນຍາກາດຢູ່ຫາດຊາຍທະເລໃນຍາມແລງ. ພາບ: ແທງຮ່ວາ/VNP


ສັນຍາລັກຂອງໝູ່ບ້ານຊາວປະມົງ ແລະ ອາຊີບຫາປາຂອງ ກວາງນາມ ສ້າງເປັນຈຸດເດັ່ນໃຫ້ແກ່ຫາດຊາຍທະເລ ໝີ໋ເຄ. ພາບ: ແທງຮ່ວາ/VNP


ບັນດານັກເຕັ້ນລຳທີ່ສວຍງາມໃນການສະແດງແຟຊັ່ນ flashmop bikinni ເຊິ່ງໄດ້ຈັດ ເປັນເທື່ອທຳອິດ ໃນລາຍ ການ “ດ່າໜັງ-ຈຸດນັດພົບໃນລະດູຮ້ອນປີ 2019”. ພາບ: ແທງຮ່ວາ/VNP


ມ່ວນຊື່ນກັບຈັງຫວະເຕັ້ນລຳໃນລະດູຮ້ອນຂອງທະເລ. ພາບ: ແທງຮ່ວາ/VNP


ຄວາມຟົດຟຶ້ນຂອງການແຂ່ງຂັນເຮືອກະດົ້ງທີ່ໄດ້ຈັດຂຶ້ນເທິງຫາດຊາຍທະເລ ຟ້າມວັນດົ່ງ. ພາບ: ແທງຮ່ວາ/VNP


ການແຂ່ງຂັນເຮືອ ແຈ໊ສກີ ຄວາມໄວສູງໄດ້ຈັດຂຶ້ນເທິງທະເລ. ພາບ: ແທງຮ່ວາ/VNP


ນັກທ່ອງທ່ຽວຕ່າງປະເທດມີເວລາເບີກບານມ່ວນຊື່ນ ຢູ່ ທະເລ ໝີ໋ເຄ. ພາບ: ຫງວຽນລວນ/VNP


ນັກທ່ອງທ່ຽວຢອກຫຼິ້ນກັບນົກສັນຕິພາບ ຢູ່ ສວນສາທາລະນະ ຮ່ວາບິ່ງ. ພາບ: ເຕິດເຊີນ/VNP


ແຕ່ຫາດຊາຍທະເລ ໝີ໋ເຄ, ນັກທ່ອງທ່ຽວສາມາດແນມເຫັນ ແຫຼມ ເຊີນຈ່າ ທີ່ກວ້າງໃຫຍ່ໄພສານ. ພາບ: ເຕິດເຊີນ/VNP 

ຫາດຊາຍທະເລ ໝີ໋ເຄ ມີນຳ້ທີ່ໃສສະອາດ, ເວລານັກທ່ອງ ທ່ຽວ ລົງຫຼິ້ນນຳ້ ກໍ່ສາມາດເບິ່ງເຫັນຝຸງປາ ພວມລອຍ ຢູ່ພື້ນ ທະເລ. ພິເສດ, ຫາດຊາຍທະເລ ໝີ໋ເຄ ສາມາດຕ້ອນຮັບນັກ ທ່ອງທ່ຽວ ມາທີ່ນີ້ ໄດ້ຕະຫຼອດປີ ເພາະມີອາກາດທີ່ສະດວກ, ແຕ່ນັກທ່ອງທ່ຽວມາຫຼາຍກວ່າໝູ່ ແລະ ບັນຍາກາດຟົດຟື້ນ ທີ່ ສຸດແມ່ນໃນໄລຍະຕົ້ນເດືອນມິຖຸນາ. ໃນໄລຍະນັ້ນ ຈະມີ ຫຼາຍ ງານບຸນທີ່ໄດ້ຈັດຂຶ້ນຄື: Carlaval ຫາດຊາຍທະເລ, ງານ ແຂ່ງ ເຮືອກະຈາດ... ສິ່ງດ່ັງກ່າວ ຈະສ້າງບັນຍາກາດທີ່ຟົດຟື້ນ ໃຫ້ ແກ່ນັກທ່ອງທ່ຽວ ເມື່ອມາທີ່ນີ້. 

ຢູ່ໃນແຜນພັດທະນາລວມ ຂອງ ຫາດຊາຍທະເລ ຫຼາຍແຫ່ງຢູ່ນະຄອນ ດ່າໜັງ, ຫາດຊາຍທະເລ ໝີ໋ເຄ ໄດ້ພັດທະນາບັນ ດາຮູບແບບການຫຼິ້ນ, ພັກຜ່ອນ ເພື່ອຮັບໃຊ້ນັກທ່ອງທ່ຽວຄື: ຕຶກປາ, ດຳນຳ້ຊົມຫີນປະກາລັງ, ສະກີນຳ້ ແລະ ອື່ນໆ. ນັກ ທ່ອງທ່ຽວສາມາດລອຍນຳ້ຕາມໃຈມັກ ພາຍໃຕ້ການ ຄຸ້ມຄອງ ແລະ ຊ່ວຍເຫຼືອຂອງໜ່ວຍກູ້ໄພ ຈັດຢູ່ຕະຫຼອດຕາມຫາຍຊາຍ ທະເລ. 

ທະເລ ໝີ໋ເຄ ຢູ່ລະຫວ່າງບັນດາສະຖານທີ່ທ່ອງທ່ຽວ ທີ່ມີຊື່ ສຽງ ຄື: ບ່ານ່າຮີວ, ນອນເນືອກ ຫງູແຮ່ງເຊີນ, ແຫຼມເຊີນຈ່າ (ດ່າ ໜັງ); ຄຸ້ມຖະໜົນເກ່ົາ ໂຮ້ຍອານ, ເຂດດິນສັກສິດ ໝີ໋ເຊີນ (ກວາງນາມ); ລັງໂກ (ເທື່ອທຽນເຫວ້).

ປະຕິບັດ: ແທງຮ່ວາ, ເຕິດເຊີນ, ຫງວຽນລວນ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top