• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ເມື່ອມາຍັງແຫຼມ ກ່າເມົາ

ຫ່າງຈາກນະຄອນ ກ່າເມົາ ປະມານ 100 ກິໂລແມັດ, ແຫຼມ ກ່າ ເມົາ ເປັນດິນແດນທ່ີຍືດອອກ  ທາງໃຕ້ສຸດ ຂອງ ຫວຽດນາມ, ຂຶ້ນກັບຕາແສງ ເດິດ ໝຸຍ, ເມືອງ ຫງອກຫຽນ, ແຂວງ ກ່າເມົາ. ນອກຈາກເປັນສະຖານທ່ີສັກສິດ ຂອງ ປະເທດ, ແຫຼມ ກ່າເມົາ ຍັງດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍ ລະບົບນິເວດວິທະຍາ ທີ່ຫາຍາກ ພ້ອມກັບບັນດາການເຄື່ອນ ໄຫວ ດ້ານການທ່ອງທ່ຽວ, ຄົ້ນຫາສິ່ງທີ່ໜ້າຈັບໃຈ ອີກດ້ວຍ. 
ໃນປີ 2018, ເສັ້ນທາງ ໂຮ່ຈີມິນ ທ່ີເຊື່ອມຕໍ່ລະຫວ່າງ ເມືອງ ນຳ ກັນ ແລະ ຫງອກຫຽນ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ນັກ ທ່ອງທ່ຽວ ມາຍັງ ເດິດໝຸຍ ໄດ້ຮັບຄວາມສະດວກ ສະບາຍ ໃນ ການເດີນທາງ, ຈາກນັ້ນ ຈຶ່ງສ້າງກາລະໂອກາດ ດຶງດູດ ການ ລົງທຶນ ແລະ ພັດທະນາການ ທ່ອງທ່ຽວຢູ່ທີ່ນີ້.

ມາຍັງ ແຫຼມ ກ່າເມົາ, ນັກທ່ອງທ່ຽວສ່ວນຫຼາຍ ຕ້ອງການເຫັນປະຈັກຕາ ຫຼັກໝາຍແຫ່ງຊາດ ທ່ີສັກສິດ ແລະ ສັນຍາລັກ ແມ່ນ ກຳປັ່ນ ລຳໜຶ່ງ ທ່ີຫັນໜ້າອອກສູ່ທະເລ. ມີລາຍງານວ່າ ແຫຼມ ກ່າເມົາ ເປັນສະຖານທ່ີ ແຫ່ງດຽວ ໃນດິນຕໍ່ແຜ່ນ ສາມາດເຫັນ ຕາເວັນຂຶ້ນໃນຕອນເຊົ້າ ແລະ ຕາເວັນຕົກໃນຕອນແລງ. 

ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອໄປຊອກຮູ້ ເດິດໝຸຍ ດ້ວຍທາງນຳ້. ພາບ: ຮວິ່ງເລີມ


ນັກທ່ອງທ່ຽວໄປຊອກຮູ້ລະບົບນິເວດຢູ່ ເດິດໝຸຍ-ກ່າເມົາ. ພາບ: ຮວິ່ງເລີມ


ນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກ ກັບຫຼັກໝາຍ ຊາຍແດນ ຢູ່ ແຫຼມ ກ່າເມົາ. ພາບ: ຮວິ່ງເລີມ


ນັກທ່ອງທ່ຽວຮັບຟັງການຂັບ ເດີນກາຕ່າຍຕື. ພາບ: ຮວິ່ງເລີນ


ນັກທ່ອງທ່ຽວຊອກຊື້ເຄື່ອງທະເລແຫ້ງຂອງ ເດິດໝຸຍ-ກ່າເມົາ. ພາບ: ອານຮ໋ຽວ


ການຫາປູ ທີ່ ເດິດໝຸຍ-ກ່າເມົາ. ພາບ: ຮວິ່ງເລີມ


ສົ້ມປາ, ຜະລິດຕະພັນພິເສດຂອງ ເດິດໝຸຍ-ກ່າເມົາ. ພາບ: ຮວິ່ງເລີມ


ຊາວປະມົງຢູ່ ເດິດໝຸຍ ຕາກປາ. ພາບ: ຮວິ່ງເລີມ


ເຄື່ອງທະເລແຫ້ງ, ຜະລິດຕະພັນພິເສດ ຂອງ ເດິດ ໝຸຍ-ກ່າເມົາ. ພາບ: ຮວິ່ງເລີມ

ມາຍັງ ແຫຼມ ກ່າເມົາ, ນັກທ່ອງທ່ຽວ ຈະຕ້ອງຂຶ້ນໄປຍັງ ວ້ອງ ເລີມດ່າຍ (ສູງກວ່າ 20 ແມັດ) ຈາກນັ້ນ ທອດສາຍຕາອອກໄປ ຢ່າງເພີດເພີນເພື່ອຮັບຊົມບັນຍາກາດ ແລະ ສໍາພັດກັບຄວາມ ຂຽວຂະຈີ ຂອງ ປ່າໄມ້ ແລະ ທ້ອງທະເລ ຢູ່ທີນີ້. ພຶ້ນທ່ີປ່າໄມ້ ທ່ີກວ້າງໃຫຍ່ ເຢັນສະບາຍ ແລະ ທ້ອງທະເລ ທີ່ກວ້າງ ໃຫຍ່ໄພ ສານ ເຢັນສະບາຍ ໄດ້ເຮັດໃຫ້ພວກເຮົາມີຄວາມຮັກ ແລະ ເອກ ອ້າງທະນົງໃຈ ຕໍ່ດິນແດນແຫ່ງນີ້ ຍິ່ງຂຶ້ນ. 

ແຫຼມ ກ່າເມົາ ຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດ ແຫຼມ ກ່າ ເມົາ, ມີເນື້ອທີ່ກວ່າ 42.000 ເຮັກຕາ ແລະ ຫາດຊາຍທະເລ ຕື້ນ. ປ່າ ສະຫງວນແຫ່ງຊາດ ມີລະບົບນິເວດ ທ່ີຫຼາກຫຼາຍ ຂອງ ປ່າໂກງກາງ ນໍ້າເຄັມ, ພືດ ແລະ ສັດ ທ່ີຫຼາກຫຼາຍຊະນິດທ່ີບໍ່ ເຄີຍພົບເຫັນຢູ່ບ່ອນໃດ ເປັນຕົ້ນແມ່ນ: ຕົ້ນໂກງກາງ, ນົກແກ້ວ, ຄັນຄາກ ຈົນເຖິງ ປາ, ກຸ້ງ, ປູ, ຫອຍທາກ... ສ້າງລະບົບນິ ທີ່ ມີ ຄວາມອຸດົມສົມບູນ ໃນການປົກ ປັກຮັກສາ ສິ່ງແວດລ້ອມ ແລະ ກໍາຈັດສະພາບນຳ້ເຄັມ ບຸກລຸກເຂົ້າດິນຕໍ່ແຜ່ນ.

ມາເຖິງແຫຼມ ກ່າເມົາ, ນັກທ່ອງທ່ຽວ ສາມາດເດີນທາງດ້ວຍ ເຮືອຈັກ, ເດີນທ່ຽວຊົມປ່າໂກງກາງ, ຊົມລະບົບນິເວດ ທ່ີປະທັບ ໃຈ, ຢ້ຽມຊົມໝູ່ບ້ານຕົວແບບ ໃນປ່າ ແຕ່ສະໄໝສົງຄາມ ເພື່ອ ຫາຄວາມຮູ້ຄວາມເຂົ້າໃຈກ່ຽວກັບການ ຕໍ່ສູ້ກູ້ຊາດ ຂອງ ບັນພະ ບຸລຸດ. ມາທີ່ນີ້ ນັກທ່ອງທ່ຽວຍັງຈະໄດ້ສໍາພັດກັບການ ຍ່າງໃນ ປ່າ, ການຫາປາ, ຕຶກເບັດ, ຫາປູ, ພ້ອມກັບບັນດາການ ຫຼິ້ນ ເກມພື້ນເມືອງຕ່າງໆ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວ ເຂົ້າຮ່ວມເປັນ ຈຳນວນຫຼວງຫຼາຍ. 

ອາຫານຫຼາຍເຍື່ອງ ໄດ້ກາຍເປັນເອກະລັກ ຂອງ ທ້ອງຖິ່ນ ເຮັດ ໃຫ້ນັກທ່ອງທ່ຽວ ຈະຕ້ອງໄດ້ລອງຊີມຈັກຄັ້ງໜຶ່ງ ເມື່ອມາທ່ີນີ້ ເຊັ່ນ: ສົ້ມປາ, ນໍາ້ປາຄູ້ແດງ, ປາ ກຣະຈັງ ປີ້ງທາເກືອ ແລະ ໝາກເຜັດ, ປາ ກະບອກ ຕົ້ມເຄັມກັບ ອ້ອຍ, ຫອຍ ໜຶ້ງຂີງ, ຫອຍ ນາງລົມປີ້ງ, ໃນນັ້ນ ພາດບໍ່ໄດ້ແມ່ນ ປູ ກ່າເມົາ - ຊຶ່ງມີ ຊື່ສຽງໂດ່ງດັງດ້ານຄວາມແຊບ ໄປທົ່ວປະເທດ. 

ໃນຕອນກາງຄືນ, ນັກທ່ອງທ່ຽວ ສາມາດເລືອກ ທ່ີພັກ ຜ່ອນ ໃນເຮືອນ ແບບ homestay ທ່າມກາງປາ ໂກງກາງ, ມັນເປັນ ການຍາກທ່ີຈະອະທິບາຍ ເຖິງຄວາມຮູ້ສຶກນີ້.

ເມື່ອບໍ່ດົນມານີ້, ມີການທ່ອງທ່ຽວ ຫຼາຍແຫ່ງ ໄດ້ເປີດໃຫ້ບໍລິ ການ ແບບມືອາຊີບ, ເຮັດໃຫ້ ເດິດໝຸຍ ກາຍເປັນຈຸດໝາຍປາຍ ທາງ ຂອງ ຮັກທ່ອງທ່ຽວ, ເປັນປະສົບການ ທ່ີໜ້າສົນໃຈ ທ່ີບໍ່ ຄວນພາດ ໃນການເດີນທາງ ມາຍັງ ກ່າເມົາ. 
 
ບົດ: ເຊີນເຫງ້ຍ  - ພາບ: ຮວິ່ງເລີມ ແລະ ອານຮ໋ຽວ

Bài: Sơn Nghĩa Ảnh: Huỳnh Lâm - An Hiếu

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top