• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ດອນ ໃບແກ້ງ

ບັນດາເວທີປາໄສ ກ່ຽວກັບການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງ ປະເທດ ໄດ້ແນະນຳ ດອນ ໃບແກ້ງ ເປັນສະຖານທີ່ ບໍ່ຄວນ ພາດ ເມື່ອມາຍັງເມືອງເກາະ ໂກນດາວ ເພາະຄວາມສວຍງາມ ແບບປະຖົມປະຖານ. ນອກຈາກນັ້ນ, ຕາມການບັນທຶກ ຂອງ ອຸທິຍານແຫ່ງຊາດ ໂກນດາວ, ທີ່ນີ້ ເປັນບ່ອນ ມີຈຳນວນເຕົ່າ ມາວາງໄຂ່ ຫຼາຍທີ່ສຸດ ຫວຽດນາມ ແລະ ເປັນບ່ອນທີ່ ມີລະບົບ ນິເວດ ທະເລ ຫຼາຍຮູບຫຼາຍແບບທີ່ສຸດ ຢູ່ເມືອງເກາະ ໂກນດາວ ອີກດ້ວຍ. 
ພາຍຫຼັງການຮຽກຮ້ອງຂອງຄະນະຄຸ້ມຄອງ ອຸທິຍານແຫ່ງຊາດ ໂກນດາວ ຕໍ່ການປົກປັກຮັກສາເຕົ່າທະເລຢູ່ ໂກນດາວ, ໄດ້ມີ ອາສາສະໝັກ ຫຼາຍພັນຄົນໃນທົ່ວປະເທດ ມາເຂົ້າຮ່ວມໃນ ລາຍການດັ່ງກ່າວ. ຕາມອາສາສະໝັກ, ພວກຂ້າພະເຈົ້າໄດ້ຊື້ ປີ້ຈາກ ທ່າເຮືອຢູ່ຂົວ ໂກນດາວ ອອກໄປຫາດອນ ໃບແກ້ງ.  

ທະເລ ຢູ່ອ້ອມຮອບດອນ ໃບແກ້ງ ໄດ້ຮັບການປົກປັກຮັກສາ ຢ່າງເຄັ່ງຂັດເພື່ອຮັບໃຊ້ໃຫ້ແກ່ວຽກງານຄົ້ນຄວ້າ ອະນຸລັກ ຮັກ ສາ ແລະ ພັດທະນາລະບົບຊີວະວິທະຍາທາງທະເລ ເພາະທ່ີນີ້ ເປັນ ເຂດເຕົ້າໂຮມຊີວະສັດທະເລ ຫຼາຍຊະນິດຄື: ປະກາລັງ, ຫອຍຊະນິດຕ່າງໆ, ປີງທະເລ, ປາອາໄສໃນປະກາລັງ, ເຕົ່າທະ ເລ, ຫຍ້າທະເລ ແລະ ອື່ນໆ. 
 

ດອນ ໃບແກ້ງ ເປັນເກາະໜ່ວຍທີສອງໃນຈຳນວນເກາະ 16 ໜ່ວຍ ສັງກັດກັບໝູ່ເກາະ ໂກນດາວ, ມີເນື້ອທີ່ 683 ເຮັກຕາ. ພາບ: ເຕິດເຊີນ/ VNP


ນັດທ່ອງທ່ຽວດຳນໍ້າ ເພື່ອຊົມປະກາລັງ ຢູ່ດອນ ໃບແກ້ງ. ພາບ: ເອກະສານ


ນັກທ່ອງທ່ຽວຂີ່ເຮືອຈັກ ໄປທ່ຽວຊົມລະບົບນິເວດປ່າ ຊາຍ ເລນ. ພາບ: ທົງຫາຍ/VNP


ດອນ ໃບແກ້ງ ມີບົດບາດສໍາຄັນ ໃນການອະນຸລັກຮັກສາ ແຫຼ່ງຊັບພະຍາກອນທາງທະເລ, ພິເສດນີ້ເປັນບ່ອນທີ່ມີເຕົ່າ ທະເລ ມາວາງໄຂ່, ເກີດລູກ ແລ້ວກັບຄືນສູ່ທະເລ. ພາບ: ເຕິດເຊີນ/ VNP


ນັດທ່ອງທ່ຽວ ເຂົ້າຮ່ວມການປ່ອຍເຕົ່ານ້ອຍ ລົງສູ່ ທະເລ.  ພາບ: ເຕິດເຊີນ/ VNP

ຕາມຂໍ້ມູນ ຂອງເຈົ້າໜ້າທ່ີກວດກາປ່າໄມ້ ຢູ່ດອນ ໃບແກ້ງ, ເລີ່ມແຕ່ປີ 1994, ຄະນະຄຸ້ມຄອງອຸທິຍານແຫ່ງຊາດ ໂກນດາວ ໄດ້ ປະຕິບັດການອະນຸລັກຮັກສາ ເຕົ່າທະເລ. ຄະນະຄຸ້ມຄອງ ອຸທິຍານແຫ່ງຊາດ ໂກນດາວ ໄດ້ສ້າງຕັ້ງດ່ານກວດກາປ່າໄມ້ 5 ແຫ່ງຢູ່ ເທິງເກາະຫຼາຍໜ່ວຍ ທີ່ມີເຕົ່າທະເລ ມາວາງໄຂ່ ເພື່ອ ຮັບໃຊ້ໃຫ້ແກ່ການ ຄົ້ນຄວ້າ ຂອງເຕົ່າທະເລ ໂດຍການຕິດບັດ ຕິດຕາມຈາກດາວທຽມ. ການເຄື່ອນໄຫວ ດັ່ງກ່າວ ແນໃສ່ປົກ ປ້ອງເຕົ່າທະເລ ໃນການວາງໄຂ່ ແລະ ຍົກຍ້າຍໄຂ່ໄປ ສູ່ບ່ອນ ປອດໄພ ເພື່ອຊ່ວຍເຮັດໃຫ້ອັດຕາສ່ວນ ເຕົ່ານ້ອຍ ແຕກອອກ ຈາກໄຂ່ສູງກວ່າ ເມື່ອທຽບກັບການຟັກໄຂ່ ແບບທຳມະຊາດ. ນີ້ ແມ່ນຍຸດທະສາດ ມີບົດບາດສຳຄັນໃນການປົກປັກຮັກສາທຳ ມະຊາດເວົ້າລວມ, ໂດຍສະເພາະແມ່ນ ການອະນຸລັກ ຮັກສາ ແຫຼ່ງຊັບພະຍາກອນທາງທະເລ, ເຕົ່າທະເລ ທີ່ ໂກນດາວ. 

ດອນ ໃບແກ້ງ ຂຶ້ນກັບອຸທິຍານແຫ່ງຊາດ ໂກນດາວ ຊຶ່ງກອງເລ ຂາ ສົນທິສັນຍາ Ramsar ຮັບຮອງເປັນພື້ນທ່ີຊຸ່ມນໍ້າ ແຫ່ງທໍາ ອິດ ທີ່ມີຄວາມສຳຄັນລະດັບສາກົນ ແລະ Ramsar ທາງ ທະ ເລ ຂອງ ຫວຽດນາມ. 
ເມື່ອຟ້າຄໍ່າລົງ, ພວກຂ້າພະເຈົ້າເຂົ້າຮ່ວມໃນການຊ່ວຍເຫຼືອ ແມ່ເຕົ່າ ທ່ີຂຶ້ນມາວາງໄຂ່ ພ້ອມກັບພະນັກງານກວດກາປ່າໄມ້. ພາຍຫຼັງລໍຖ້າມາເປັນເວລາ 2-3 ຊົ່ວໂມງ, ສຸດທ້າຍພວກຂ້າ ພະເຈົ້າກໍ່ໄດ້ເຫັນກັບຕາ ຮູບພາບແມ່ເຕົ່າ ຫຼາຍໂຕ ທີ່ມີ ນໍ້າ ໜັກ ຫຼາຍຮ້ອຍກິໂລກຣາມ ຂຶ້ນມາຂຸດຂຸມ ແລະ ວາງໄຂ່. 

ຫຼັງຈາກນໍາໄຂ່ເຕົ່າ ໄປໄວ້ປອດໄພ ກໍ່ພໍດີຟ້າສະຫວ່າງ, ພວກ ເພິ່ນ ຈະສືບຕໍ່ເຕົ້າໂຮມເຕົ່ານ້ອຍ ທີ່ຫາກໍ່ແຕກອອກຈາກ ຮັງ ໄຂ່ ເພື່ອເອົາໄປປ່ອຍລົງສູ່ທະເລ. ພວກຂ້າພະເຈົ້າ ຮູ້ສຶກຕື່ນ ເຕັ້ນ ຫຼາຍເມື່ອພ້ອມກັບພວກເພິ່ນ ປ່ອຍເຕົ່ນນ້ອຍລົງສູ່ທະເລ. ເຕົ່ານ້ອຍ ຫຼາຍໂຕ ເມື່ອລອຍອອກສູ່ທ້ອງທະເລ ແຕ່ບໍ່ລືມຫັນ ໜ້າກັບມາເບິ່ງຝັ່ງ, ບ່ອນທີ່ຕົນໄດ້ກຳເນີດ ເພື່ອວ່າ ໃນພາຍຫຼັງ ພວກມັນຈະຫາທາງກັບຄືນມາຫາແຫ່ງນີ້ອີກ.

ແຕ່ລະປີ, ແຕ່ເດືອນ ມິຖຸນາ ເຖິງເດືອນ ຕຸລາ ແມ່ເຕົ່າ ກວ່າ 400 ໂຕ ຈະຂຶ້ນມາຫາດຊາຍໂກນດາວ ເພື່ອຂຸດຮັງວາງໄຂ່, ມີ ເຕົ່ານ້ອຍ ກວ່າ 150.000 ໂຕ ຖືກຊ່ວຍເຫຼືອ ແລະ ປ່ອຍລົງ ສູ່ ທະເລ, ອັດຕາການພັກໄຂ່ ສໍາເລັດສູງເຖິງ 87%. ໃນລະດູສູງ ສຸດ, ບາງຫາດຊາຍ ຢູ່ດອນ ໃບແກ້ງ ຈະມີແມ່ເຕົ່າ ມາຂຸດຮັງ ວາງໄຂ່ ແຕ່ 10-20 ໂຕຕໍ່ຄືນ. 
ປະຕິບັດ: ເຕິດເຊີນ ແລະ ທົງຫາຍ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top