• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ Sea Star Resort ຝູ໋ກວັກ

ມາຍັງນະຄອນ ຝູ໋ກວັກ, ນັກທ່ອງທ່ຽວບໍ່ຍາກ ໃນການຊອກຫາເຂດພັກຜ່ອນເພື່ອສຸຂະພາບ ລະດັບສາກົນຫຼາຍແຫ່ງ, ແຕ່ເພື່ອ ໄດ້ນຳໃຊ້ບັນດາບໍລິການທີ່ສະດວກສະບາຍ, ທັງຮັບຮູ້ໄດ້ ບັນ ຍາກາດທີ່ອົບອຸ່ນ ແບບຄອບຄົວ ເມື່ອນັ່ງຊົມ ແສງຕາເວັນຍາມ ຄ້ອຍຄໍ່າ ທີ່ສວຍງາມ ເທິງທະເລ ຢູ່ເຂດລີຊອດ ໃດໜຶ່ງ, ອາດ ຈະແມ່ນ Sea Star Resort ຝູ໋ກວັກ ຊຶ່ງເປັນສະຖານທີ່ພາດບໍ່ ໄດ້ ໃນລາຍການທ່ອງທ່ຽວທະເລ ທ່ີບໍ່ອາດຫຼົງລືມ ຂອງ ຕົນ. 


Sea Star Resort ຝູ໋ກວັກ ເປັນ ລີຊອດນ້ອຍໆ ຊຶ່ງໄດ້ຕົບ ແຕ່ງ ແບບສຳລັບຄອບຄົວ ແລະ ແບບບ້ານຊົນນະບົດ ຢູ່ແຄມ ທະເລ ຂອງ ຊາວທ້ອງຖ່ິນ. ເຈົ້າຂອງ ລີຊອດ ທີ່ມີ ຫ້ອງນອນ ເກືອບ 80 ຫ້ອງດັ່ງກ່າວ ແມ່ນທ່ານ ຟ້າມໝີ໋, ຜູ້ຊາຍ ຄົນໜຶ່ງມີ ຕົ້ນກຳເນີດ ຢູ່ຝູ໋ກວັກ. ໄດ້ຍິນວ່າ ກ່ອນຈະສ້າງ ລີຊອດ, ດິນ ຕອນນີ້ ແມ່ນມູນມັງມໍລະດົກ ຂອງ ຄອບຄົວເພິ່ນ, ໄດ້ບຸກເບີກ ແຕ່ສະໄໝ ຝຣັ່ງ ປົກຄອງ, ສະໄໝ ຝູ໋ກວັກ ຍັງບໍ່ທັນຮູ້ເຖິງ ການທ່ອງທ່ຽວ ແມ່ນຫຍັງ.  

ເຂດ ລີຊອດ ຕັ້ງຢູ່ຈຸດສໍາຄັນ, ໃຈກາງ ຂອງ ເທດສະບານເຢືອງ ດົງ, ປັດຈຸບັນ ແມ່ນບ້ານ ເຢືອງດົງ, ໜຶ່ງໃນສອງບ້ານ ທີ່ຫາກໍ່ ໄດ້ສ້າງຂຶ້ນໃໝ່ຂອງນະຄອນ ຝູ໋ກວັກ. ສິ່ງຈັບໃຈ ຂອງ Sea Star Resort ຝູ໋ກວັກ ແມ່ນຕັ້ງຢູ່ສະຖານທ່ີ ສວຍງາມກວ່າ ໝູ່ ຂອງ ຫາດ ເຈື່ອງ, ໜຶ່ງໃນບັນດາຫາດ ຊາຍທະເລງາມທີ່ສຸດ ແລະ ເປັນບ່ອນນັ່ງຊົມ ແສງຕາເວັນຍາມຄ້ອຍຄໍ່າລົງແລງ ງາມ ກວ່າໝູ່ຢູ່ເກາະ ຝູ໋ກວັກ. 


ມາຍັງເຂດພັກຜ່ອນເພື່ອສຸຂະພາບ Sea Star Resort ຝູ໋ ກວັກ, ນັກທ່ອງທ່ຽວຮູ້ສຶກຄືໄດ້ຢູ່ໃນສວນແຫ່ງໜ່ຶງ ທີ່ເຕັມໄປ ດ້ວຍສີຂຽວ, ຮົ່ມເຢັນຂອງຕົ້ນໝາກພ້າວ ແລະ ຕົ້ນຫູກວາງ ທີ່ ເກົ່າແກ່. ພາບ: ບາວອວຽນ


ຈາກຫາດຊາຍທະເລຂອງເຂດ ລີຊອດ ເບິ່ງອອກມາ, ຕາ ເວັນແດງ ຄືກະດົ້ງໃຫຍ່ ສ່ອງແສງລົງໜ້ານຳ້ທະເລ ເຊິ່ງເຮັດ ໃຫ້ ທົ່ວເຂດທະເລທິດຕາເວັນຕົກແຫ່ງນີ້ ສວຍງາມເໝືອນ ດັ່ງ ຮູບແຕ້ມ. ພາບ: ບາວອວຽນ


ເຂດພັກຜ່ອນເພື່ອສຸຂະພາບ Sea Star Resort ຝູ໋ກວັກ ໄດ້ອອກແບບ, ກໍ່ສ້າງແບບງ່າຍດາຍ ແລະ ສະດວກ, ມີ ບັນ ຍາກາດທີ່ອົບອຸ່ນ ແລະ ຕັ້ງຢູ່ໃນສວນ ທີ່ເຕັມໄປດ້ວຍສີຂຽວ, ຮົ່ມເຢັນຂອງຕົ້ນໝາກພ້າວ ແລະ ຕົ້ນຫູກວາງທີ່ ເກົ່າແກ່. ພາບ: ຫງວຽນລວນ/VNP


ນັກທ່ອງທ່ຽວພາຍເຮືອເທິງທະເລຢູ່ Sea Star Resort ຝູ໋ກວັກ. ພາບ: ຫງວຽນລວນ/VNP


ເຄື່ອງຕົບແຕ່ງພາຍໃນຂອງ bungalow ຢູ່ເຂດພັກ ຜ່ອນ ເພື່ອສຸຂະພາບ Sea Star Resort ຝູ໋ກວັກ. ພາບ: ຫງວຽນລວນ/VNP


ຫວ່າງເວຫາທີ່ສະຫງົບສຸກ ຢູ່ເຂດພັກຜ່ອນເພື່ອສຸ ຂະ ພາບ Sea Star Resort ຝູ໋ກວັກ. ພາບ: ເລມິນ/VNP


Sea Star Resort ຝູ໋ກວັກ ເຕັມໄປດ້ວຍສີຂຽວ, ຮົ່ມເຢັນຂອງຕົ້ນໝາກພ້າວ. ພາບ: ບາວອວຽນ


ທັດສະນີຍະພາບທີ່ສວຍງາມຂອງເຂດທະເລ Sea Star Resort ຝູ໋ກວັກ. ພາບ: ບາວອວຽນ

ຕ່າງກັບເຂດ ລີຊອດ ແຫ່ງອື່ນໆ, Sea Star Resort ຝູ໋ກວັກ ບໍ່ຖືຄວາມສວຍງາມ ຢູ່ທາງນອກເປັນສິ່ງສຳຄັນ. ທົ່ວເຂດ ລີ ຊອດ ໄດ້ອອກແບບ, ກໍ່ສ້າງແບບງ່າຍດາຍ ແລະ ສະດວກ, ມີ ບັນຍາກາດທີ່ອົບອຸ່ນ ແລະ ຕັ້ງຢູ່ໃນສວນ ທີ່ເຕັມໄປດ້ວຍສີ ຂຽວ, ຮົ່ມເຢັນຂອງຕົ້ນໝາກພ້າວ ແລະ ຕົ້ນຫູກວາງທີ່ ເກົ່າແກ່. 

ສິ່ງທີ່ໜ້າຈັບໃຈຂອງ Sea Star Resort ຝູ໋ກວັກ ແມ່ນ ບໍ່ເຮັດ ໃຫ້ບັນຍາກາດ ພັກຜ່ອນເພື່ອສຸຂະພາບຂອງ ນັກທ່ອງທ່ຽວ ກາຍເປັນໂລກສ່ວນຕົວ ແຍກອອກຈາກພາຍນອກ, ແຕ່ມຸ່ງສູ່ ບັນຍາກາດທີ່ເປີດກວ້າງ, ທັງແປກ ທັງຊິນເຄີຍ, ອົບອຸ່ນຄືພວມ ໃຊ້ຊີວິດ ໃນຄອບຄົວ ໃດໜຶ່ງ ຂອງຊາວທ້ອງຖິ່ນ. 

ອາຫານ ກໍ່ເປັນຈຸດພິເສດໜຶ່ງຂອງ Sea Star Resort ຝູ໋ ກວັກ. ຮ້ານອາຫານ ແລະ ຮ້ານຂາຍເຄື່ອງດື່ມ ທີ່ຕັ້ງຢູ່ແຄມທະ ເລ, ນັກທ່ອງທ່ຽວສາມາດນຳໃຊ້ ບໍລິການກິນດື່ມ ດ້ວຍລາຍ ການອາຫານ ເອີຣົບ- ອາຊີ ຂຶ້ນ ກັບລະດູການ, ນັກທ່ອງທ່ຽວ ສາມາດນັ່ງ ຮັບປະທານອາຫານ ໃນຫ້ອງສຸພາບ ຫຼື ນັ່ງກິນ ຢູ່ ກາງແຈ້ງ ຕາມແບບການທ່ອງທ່ຽວ.

ພິເສດ, ຖ້າມີໂອກາດ ນັກທ່ອງທ່ຽວຈະໄດ້ເຈົ້າ ຂອງ ລີຊອດ, ຊາຍ ທີ່ມີຮູບຊົງພາຍນອກທີ່ລຽບງ່າຍ ແຕ່ເປັນຜູ້ມີ ຄວາມ ຮູ້ ກ່ຽວກັບການອາຫານການກິນ ປຸງແຕ່ງໃຫ້ກິນ ບັນດາເຍື່ອງ ອາ ຫານ ພິເສດ, ຖືກຕາມລົດຊາດຂອງຊາວເມືອງເກາະ ຝູ໋ກວັກ. 

ເຂດພັກຜ່ອນເພື່ອສຸຂະພາບ Sea Star Resort ຝູ໋ກວັກ
ທີ່ຕັ້ງ: 98/2 ຖະໜົນ ເຈິ່ນຮຶງດ້າວ, ບ້ານ ເຢືອງດົງ, ນະຄອນ ຝູ໋ກວັກ. 
ໂທລະສັບ: (84 77) 3982 161
ຫ້ອງການຕາງໜ້າເຮັດທຸລະກິດ ແລະ ເປີດກວ້າງການຕະຫຼາດ ປະຈຳ ນະຄອນ ໂຮ່ຈີມິນ
ທີ່ຕັ້ງ: Vietcom Real Tower, 68 ຫງວຽນເຫວ້, ເມືອງ 1, ນະຄອນ ໂຮ່ຈີມິນ
ໂທລະສັບ: (84 8) 6270 9908
ອີເມວ: sales@seastarresort.com
ເວັບໄຊ: seastarresort.com
 
ບົດ: ແທງຮ່ວາ - ພາບ: ເລມິນ, ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top