• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ Melia Ho Tram Beach Resort

ປະທັບໃຈ Melia Ho Tram Beach Resort ເປັນເຂດ ພັກ ຜ່ອນ ທໍາອິດ ທ່ີໄດ້ຮັບເຄື່ອງໝາຍການຄ້າ Melia Hotels and Resorts ຢູ່ພາກໃຕ້, ເປັນເຂດພັກຜ່ອນ ແຫ່ງທີ 4 ຢູ່ ຫວຽດ ນາມ ພ້ອມກັບ Melia HaNoi, Me lia Da Nang ແລະ Melia Ba Vi Mountain Retreat. ນີ້ຖືວ່າ ເປັນເຂດພັກຜ່ອນ ລະດັບສາກົນ ຂອງ ປະເທດ ຢູ່ພາກໃຕ້ ຫວຽດນາມ. 
ເຂດພັກຜ່ອນ ຕັ້ງຢູ່ແຄມຝັ່ງທະເລ ໂຮ່ຈ່າມ, ສັງກັດກັບແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ, ຫ່າງຈາກນະຄອນ ໂຮ່ຈີມິນ ແລ່ນລົດ ປະ ມານ 2 ຊົ່ວໂມງ. Resort ແຫ່ງນີ້ມີເນື້ອທີ່ກວ້າງ 17 ເຮັກຕາ, ມີຫຼາຍບໍລິການມາດຕະຖານສາກົນຄື: ຮ້ານອາຫານ 3 ຮ້ານ, ສະລອຍນໍ້າ 3 ອ່າງ, ຮ້ານປຸງແຕ່ງເຄື່ອງດື່ມ, ຮ້ານກາເຟ, ຫ້ອງ ນວດແຜນ ບູຮານ 10 ຫ້ອງ, ຫ້ອງປະຊຸມ, ເຂດຫຼິ້ນ ສຳລັບເດັກ ນ້ອຍ, ຫ້ອງຫຼິ້ນກິລາ ແລະ ຮ້ານຂາຍ ເຄື່ອງທີ່ລະນຶກ. Resort ແຫ່ງນີ້ ມີຫ້ອງນອນ 152 ຫ້ອງ, ເຮືອນວິນນາ 61 ຫຼັງ ຫັນໜ້າ ອອກສູ່ທະເລ. 

ເຂົ້າມາຢາມ Melia Ho Tram Beach Resort, ພວກຂ້າພະ ເຈົ້າຮູ້ສຶກປະທັບໃຈເມື່ອເຫັນບັນຍາກາດຢູ່ທີ່ນີ້ ເຕັມໄປດ້ວຍ ສີຂຽວ ຂອງຕົ້ນໝາກພ້າວ ຫຼາຍພັນຕົ້ນ. Resort ແຫ່ງນີ້ ອ້ອມ ຮອບດ້ວຍປ່າໂກງກາງ ແລະ ແມ່ນຳ້ ໄຣ, ນອນຢູ່ໃກ້ກັບເຂດ ອະນຸລັກຮັກສາທຳມະຊາດ ເຟືອກບືວ ແລະ ບໍ່ນຳ້ຮ້ອນ ບິ່ງເຈົາ, ສະນັ້ນ ເໝາະສົມກັບນັກທ່ອງທ່ຽວ ມານີ້ ດ້ວຍຈຸດປະສົງເພື່ອ ພັກຜ່ອນ ແລະ ຊອກຮູ້ທຳມະຊາດ. 


ຫວ່າງເວຫາສີຂຽວຢູ່ Melia Ho Tram Beach Resort.


ການອອກແບບຢ່າງທັນສະໄໝທີ່ Melia Ho Tram Beach Resort.


ສະລອຍນໍ້າ ທີ່ກວ້າງຂວາງ ຂອງ Melia Ho Tram Beach Resort. 


ເຮືອນວິນນາ ໄດ້ອອກແບບຢ່າງທັນສະໄໝ.


ຫ້ອງອອກກຳລັງກາຍຢູ່ Melia Ho Tram Beach Resort.


ຄາລືຮາດທຸກຫຼັງ ຫັນໜ້າອອກສູ່ທະເລ. 


ບໍລິການນວດແຜນບູຮານທີ່ Melia Ho Tram Beach Resort.


ເຂດຫຼິ້ນກິລາຢູ່ໃຕ້ນຳ້ສຳລັບໃຫ້ແກ່ເດັກນ້ອຍ.


ສະລອຍນຳ້ທີ່ໃສສະອາດ.

ນອກຈາກສີຂຽວຂອງຕົ້ນໄມ້, ບັນດາຫ້ອງນອນ ແລະ ຄະລືຮາດ ຢູ່ທີ່ນີ້ ລ້ວນແຕ່ຫັນໜ້າອອກສູ່ທະເລ. ໜ້າສົນໃຈ, ບັນດາຄາ ລືຮາດ ມີຫ້ອງນອນ 2, 3 ຫຼື 4 ຫ້ອງ, ມີເນື້ອທີ່ແຕ່ 220 – 465 ຕະລາງແມັດ ຂອງ Melia Ho Tram Beach Resort ມີສະ ລອຍນຳ້, ເຂດທໍາຂອງກິນ, ເຂດອາບນໍ້າດ້ວຍຝັກບົວ ຢູ່ໃນ ສວນ, ສຳລັບເຂດກິນດື່ມ ແລະ ການເຄື່ອນໄຫວຕ່າງໆ ໄດ້ຈັດ ຕັ້ງ ຢູ່ຕ່າງຫາກ, ເຊິ່ງເຮັດໃຫ້ພວກຂ້າພະເຈົ້າ ແລະ ບັນດານັກ ທ່ອງ ທ່ຽວຮູ້ສຶກ ສະບາຍໃຈໃນເວລານຳໃຊ້ບໍລິການຢູ່ທີ່ນີ້. 

ນາງ Julia Nguyen (ຊາວຫວຽດນາມ ອາໄສຢູ່ ສ ອາເມລິກາ) ໃຫ້ຮູ້ວ່າ: “ອາກາດຢູ່ Melia Ho Tram Beach Resort ປອດ ໂປ່ງ ໃສຫຼາຍ ແລະ ການບໍລິການ ຂອງ ພະນັກງານ ກໍ່ດີ. ພວກ ຂ້າພະເຈົ້າໄດ້ນຳໃຊ້ສ່ວນຫຼາຍເວລາຂອງຕົນ ເພື່ອນຳໃຊ້ ບັນ ດາບໍລິການ ແລະ ຕາກແດດຢູ່ແຄມສະລອຍນຳ້. ພວກຂ້າພະ ເຈົ້າຕີລາຄາສູງຕໍ່ການອອກແບບເຄື່ອງຕົກແຕ່ງ ພາຍໃນຢູ່ Melia, ທັງສວຍງາມ ແລະ ທັນສະໄໝ. ຜ້າປູຕຽງ, ໝອນ ແລະ ຜ້າເຊັດໜ້າມີຄຸນນະພາບສູງ ແລະ ນຳໃຊ້ຢ່າງ ສະດວກສະ ບາຍ ຫຼາຍ”. 

ຈຸດເດັ່ນກວ່າໝູ່ຂອງ Melia Ho Tram Beach Resort ແມ່ນສະລອຍນໍ້າ ກວ້າງເກືອບ 1.500 ຕະລາງແມັດ. ທີ່ນີ້ ທັງເປັນ ບ່ອນໃຫ້ນັກທ່ອງທ່ຽວ ມາຜ່ອນຄາຍອາລົມ, ທັງເປັນບ່ອນໃຫ້ ນັກ ທ່ອງທ່ຽວ ມາເກັບຮູບພາບ ທີ່ສວຍ ງາມອີກດ້ວຍ. ອີກ ບ່ອນໜຶ່ງທີ່ບໍ່ສາມາດໃຫ້ຜ່ານໄປໄດ້ ນັ້ນແມ່ນ YHI Spa ດ້ວຍ ຫ້ອງນວດແຜນບູຮານ 12 ຫ້ອງ, ສ້າງບັນຍາກາດ ຜ່ອນຄາຍ ອາລົມ ຕ່າງກັບໂລກພາຍນອກ ໃຫ້ແກ່ ນັກທ່ອງທ່ຽວ. 

ຖ້າທ່ານພວມຊອກຫາສະຖານທີ່ທ່ອງທ່ຽວ, ພັກຜ່ອນ ລະດັບ ສາກົນ ທີ່ໃກ້ກັບນະຄອນ ໂຮ່ຈີມິນ, ມີຫວ່າງເວຫາທີ່ສະຫງົບ ງຽບ ແລະ ທຳມະຊາດທີ່ສວຍສົດງົດງາມ, Melia Ho Tram Beach Resort ເປັນສະຖານທີ່ເໝາະສົມໃຫ້ທ່ານເລືອກ. 


ເຂດຮັບປະທານອາຫານ.


ບັນດາເຍື່ອງອາຫານ ໄດ້ປຸງແຕ່ງຕາມຄວາມຕ້ອງການຂອງນັກທ່ອງທ່ຽວ. 


ຫວ່າງເວຫາທີ່ເຕັມໄປດ້ວຍຄວາມສຸກ.


ການພັກຜ່ອນຢູ່ແຄມທະເລ. 


ຖີບລົດຖີບໃນບໍລິເວນ Melia Ho Tram Beach Resort. 


Melia Ho Tram Beach Resort ເປັນເຂດພັກຜ່ອນທີ່ດີ ສຳລັບໃຫ້ແກ່ບັນດາຄອບຄົວໃນໄລຍະທ້າຍອາທິດ.

ປະຕິບັດ: ທົງຫາຍ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top