• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາສະຖານທີ່ທ່ອງທ່ຽວເພີ່ມທະວີການຮັບໃຊ້ແຂກທ່ອງທ່ຽວເນື່ອງໃນໂອກາດບຸນເຕັດປີຊວດ 2020

ໃນ 5 ວັນບຸນເຕັດ, ຄະນະຄຸ້ມຄອງເຂດທ່ອງທ່ຽວທັດສະນີຍະພາບ ຫງູແຮງເຊີນ, ນະຄອນ ດ່າໜັງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມເກືອບ 40.000 ເທື່ອຄົນ, ໃນນັ້ນ ແຂກທ່ອງທ່ຽວຕ່າງປະເທດກວມເອົາຫລາຍກ່ວາເຄິ່ງໜຶ່ງ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນປີ 2019. 

ແຂກທ່ອງທ່ຽວມາຢ້ຽມຊົມເຂດທ່ອງທ່ຽວທັດສະນີຍະພາບ ຫງູແຮງເຊີນ, ນະຄອນ ດ່າໜັງ

ທ່ານ ມາຍຊວັນຢຸງ, ຮອງຫົວໜ້າຄະນະຄຸ້ມຄອງເຂດທ່ອງທ່ຽວທັດສະນີຍະພາບ ຫງູແຮງເຊີນ, ນະຄອນ ດ່າໜັງ ໃຫ້ຮູ້ວ່າ:

        “ທັດສະນີຍະພາບ ຫງູແຮງເຊີນ ໄດ້ຮັບການຮັບຮອງເອົາເປັນມໍລະດົກລະດັບຊາດພິເສດ, ດັ່ງນັ້ນ ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກນັບມື້ນັບໄດ້ຮັບການເອົາໃຈໃສ່ເປັນພິເສດ, ມີແຂກທ່ອງທ່ຽວມາຢ້ຽມຊົມໃນຊຸມວັນຕົ້ນປີເປັນຈຳນວນຫລວງຫລາຍ. ກຳລັງພະນັກງານມີການເວນຍາມຢ່າງເປັນປະຈຳ ເພື່ອຮັບປະກັນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ກໍ່ຄືຮັບໃຊ້ແຂກທ່ອງທ່ຽວຢ່າງລອບຄອບຖີ່ຖ້ວນ. 

        ໃນຊຸມວັນບຸນເຕັດປີຊວດ 2020, ຢູ່ບັນດາສະຖານທີ່ບັນເທີງລະຫຼິ້ນໃນເຂດມໍລະດົກ ເຫວ້, ພິເສດແມ່ນພະລາດຊະວັງ ກໍ່ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມຍາມລະດູບານໃໝ່ນັບຫລາຍພັນຄົນ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top